ຄຳສັ່ງ ວ່າດ້ວຍການຄຸ້ມຄອງທຸລະກິດບໍລິການ ສະຖານທີ່ພັກແຮມ ຮ້ານອາຫານ, ຮ້ານກິນດື່ມ ແລະ ສະຖານບັນເທີງ

- 500229469 1100855742074768 6297419744408366469 n - ຄຳສັ່ງ ວ່າດ້ວຍການຄຸ້ມຄອງທຸລະກິດບໍລິການ ສະຖານທີ່ພັກແຮມ ຮ້ານອາຫານ, ຮ້ານກິນດື່ມ ແລະ ສະຖານບັນເທີງ
- kitchen vibe - ຄຳສັ່ງ ວ່າດ້ວຍການຄຸ້ມຄອງທຸລະກິດບໍລິການ ສະຖານທີ່ພັກແຮມ ຮ້ານອາຫານ, ຮ້ານກິນດື່ມ ແລະ ສະຖານບັນເທີງ

ຄຳສັ່ງ ວ່າດ້ວຍການຄຸ້ມຄອງທຸລະກິດບໍລິການ ສະຖານທີ່ພັກແຮມ ຮ້ານອາຫານ, ຮ້ານກິນດື່ມ ແລະ ສະຖານບັນເທີງ

ວັນທີ 21 ພຶດສະພາ 2025 ນີ້ ເຈົ້າແຂວງຄຳມ່ວນອອກຄຳສັ່ງ ວ່າດ້ວຍການຄຸ້ມຄອງທຸລະກິດບໍລິການ ສະຖານທີ່ພັກແຮມ ຮ້ານອາຫານ, ຮ້ານກິນດື່ມ ແລະ ສະຖານບັນເທີງ ເຊິ່ງມີລາຍລະອຽດຄື:

- Visit Laos Visit SALANA BOUTIQUE HOTEL - ຄຳສັ່ງ ວ່າດ້ວຍການຄຸ້ມຄອງທຸລະກິດບໍລິການ ສະຖານທີ່ພັກແຮມ ຮ້ານອາຫານ, ຮ້ານກິນດື່ມ ແລະ ສະຖານບັນເທີງ

1. ບຸກຄົນ, ນິຕິບຸກຄົນ ລວມທັງຜູ້ປະກອບການ ມີຈຸດປະສົງຕ້ອງການດໍາເນີນທຸລະກິດດ້ານການທ່ອງທ່ຽວ ແລະ ທຸລະກິດການບໍລິການ ປະເພດ: ແຫຼ່ງທ່ອງທ່ຽວ, ສະຖານທີ່ພັກແຮມ, ຮ້ານອາຫານ, ຮ້ານກິນດື່ມ-ປີ້ງແກ້ມ, ຮ້ານບັນເທີງ-ຄາລາໂອເກະ ຕ້ອງໄດ້ປະກອບເອກະສານຕາມຂັ້ນຕອນ ເພື່ອນໍາສະເຫນີຂໍອະນຸຍາດຈາກພາກສ່ວນທີ່ ກ່ຽວຂ້ອງ, ຫ້າມດໍາເນີນການໃດໆ ຫຼື ດໍາເນີນທຸລະກິດກ່ອນໄດ້ຮັບອະນຸຍາດຢ່າງເດັດຂາດ.

2. ຫ້າມຜູ້ປະກອບການ ນໍາເອົາດົນຕີສາກົນ ເຊັ່ນ: ກອງຊຸມ, ກອງໄຟຟ້າ, ກີເບດ ແລະ ນໍາໃຊ້ເຄື່ອງຂະຫຍາຍສຽງຄວາມແຮງເກີນ 60 ເດຊີເບວ ມາເສບຢ່າງເດັດຂາດ, ແຕ່ອະນຸຍາດໃຫ້ເສບດົນຕີ, ຮ້ອງເພງແບບລັກສະນະເບໂຟກຊອງກາງແຈ້ງໄດ້, (ຍົກເວັ້ນ ໃນກໍລະນີມີງານທີ່ຈໍາເປັນ ຕ້ອງຂໍອະນຸຍາດຈາກພາກສ່ວນກ່ຽວຂ້ອງ).

3. ພະນັກງານບໍລິການ ຕ້ອງມີຈັນຍາບັນຂອງການບໍລິການທີ່ດີ, ບໍ່ເອົາປຽບລູກຄ້າ ແລະ ຜູ້ປະກອບການຕ້ອງສະເໜີພະແນກທີ່ກ່ຽວຂ້ອງ ເພື່ອຈັດການຝຶກອົບຮົມຕາມຫລັກສູດຟຶ້ນຖານການບໍລິການ.

4. ຫ້າມບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ແກ່ເດັກທີ່ມີອາຍຸຕໍ່າກວ່າ 18 ປີ, ຫ້າມຜູ້ປະກອບການ, ບໍລິການ ແລະ ຜູ້ມາໃຊ້ບໍລິການ ຢູ່ສະຖານທີ່ບັນເທີງ ແຕ່ງກາຍທີ່ມີລັກສະນະໂປ້ເປືອຍ, ແຕ່ງກາຍດ້ວຍຊຸດນັກຮຽນ, ຊຸດນັກສຶກສາ, ຊຸດມີສັນຍາລັກຂອງສະຖາບັນ.

5. ຫ້າມຜູ້ປະກອບການນໍາໃຊ້ສະຖານທີ່ຂອງຕົນເອງເປັນບ່ອນຊຸກເຊື່ອງ ແລະ ອໍານວຍຄວາມສະດວກໃຫ້ກຸ່ມຄົນບໍ່ດີ ຈໍາໜ່າຍ, ມົ້ວສຸມສິ່ງເສບຕິດ, ຫຼິ້ນການພະນັນ, ຄ້າຂາຍໂສເພນີ, ກຸ່ມແກ້ງສໍ້ໂກງທາງອອນລາຍ (ກຸ່ມແກ້ງຄໍເຊັນເຕີ) ແລະ ຄໍາຂາຍອາວຸດທຸກຊະນິດ.

6. ຫ້າມຜູ້ປະກອບການ ນໍາໃຊ້ຖະໜົນເປັນສະຖານທີ່ບ່ອນຈອດລົດ ຂອງແຂກທີ່ມາໃຊ້ບໍລິການ ແລະ ກີດຂວາງການສັນຈອນໃນທ້ອງຖະຫນົນຢ່າງເດັດຂາດ.

7. ຜູ້ປະກອບການ ຕ້ອງເປັນເຈົ້າການໃນ ການປະຕິບັດລະບຽບ, ກົດໝາຍທີ່ທາງການໄດ້ກໍານົດອອກຢ່າງເຄັ່ງຄັດ ເປັນຕົ້ນ ໂມງເວລາ ປິດ-ເປີດ.

– ການບໍລິການຮ້ານອາຫານ, ຮ້ານກິນດື່ມ-ປີ້ງແກ້ມ ເປີດບໍລິການບໍ່ໃຫ້ກາຍ ເວລາ 23:30 ໂມງ ເດັດຂາດ, ລະດັບແຮງຂອງເຄື່ອງສຽງບໍ່ໃຫ້ເກີນ 60 ເດຊີເບວ ເພື່ອຫຼີກລ່ຽງຜົນກະທົບຕໍ່ສັງຄົມ ແລະ ບໍລິເວນເຮືອນອ້ອມຂ້າງ, ຍົກເວັ້ນກິດຈະກໍາ ແລະ ງານຕ່າງໆ ທີ່ຈັດຂຶ້ນຊົ່ວຄາວທີ່ໄດ້ຮັບອະນຸຍາດຢ່າງເປັນທາງການຈາກ ພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ເມືອງ.

– ຫົວຫນ່ວຍທຸລະກິດ ເທັກ-ບາ, ຮ້ານຄາຣາໂອເກະ, ຮ້ານບັນເທີງ ເວລາ 23:30 ໂມງ ປິດບໍລິການແສງ, ສີ, ສຽງ ແລະ ເວລາ 00:00 ໂມງ ໃຫ້ປິດສະຖານທີ່.

– ສໍາລັບການບໍລິການປະເພດສະຖານບັນເທີງໃນຫ້ອງເກັບສຽງ ເປີດບໍລິການບໍ່ໃຫ້ກາຍເວລາ 23:30 ໂມງ ເເລະ ເວລາ 00:00 ໂມງ ໃຫ້ປິດສະຖານທີ່ບໍລິການ. ພ້ອມທັງຮັບປະກັນລະດັບສຽງດົນຕີບໍ່ໃຫ້ກາຍ 85 ເດຊີເບວ, ຕາມທີ່ກໍານົດໄວ້ໃນດໍາລັດ 315 ວ່າດ້ວຍການບັນເທີງ ເພື່ອຮັບປະກັນບໍ່ໃຫ້ເກີດມີສຽງລົບກວນສັງຄົມທີ່ ອາໄສຢູ່ໃກ້ຄຽງ.

8. ການບໍລິການຢູ່ເຄົາເຕີ້ ສະຖານທີ່ພັກແຮມຄືນ, ເຄົາເຕີ້ຕ້ອງເກັບກໍາຂໍ້ມູນ, ສໍາເນົາ ບັດປະຈໍາໂຕ ຫລື ຫຍັງ ສືຜ່ານແດນຂອງຜູ້ມາໃຊ້ບໍລິການໃນທຸກຄັ້ງ.

9. ຜູ້ປະກອບການ ຕ້ອງເປັນເຈົ້າການໃນການຮັກສາສິ່ງແວດລ້ອມ, ຂີ້ເຫຍື່ອ ແລະ ນໍ້າເປື້ອນ ໃນເວລາບໍລິການ ແລະ ຫຼັງການບໍລິການ ໃນແຕ່ລະວັນ ເພື່ອຮັບປະກັນໃຫ້ມີຄວາມສະອາດສວຍງາມ.

- 501703808 1100855752074767 3693892595502792028 n 726x1024 - ຄຳສັ່ງ ວ່າດ້ວຍການຄຸ້ມຄອງທຸລະກິດບໍລິການ ສະຖານທີ່ພັກແຮມ ຮ້ານອາຫານ, ຮ້ານກິນດື່ມ ແລະ ສະຖານບັນເທີງ


* ມາດຕະການຜູ້ລະເມີດ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ລະເມີດຄໍາສັ່ງສະບັບນີ້ຈະຖືກສຶກສາອົບຮົມ, ລົງວິໄນ ແລະ ປັບໃໝ ດັ່ງລາຍລະອຽດລຸ່ມນີ້:

1. ຄັ້ງທີໜຶ່ງ: ສຶກສາອົບຮົມ, ກ່າວເຕືອນ ແລະ ປັບໃໝ 5,000,000 ກີບ (ທ້າລ້ານກີບ) ພ້ອມທັງສ້າງບົດບັນທຶກໄວ້ເປັນບ່ອນອີງໃນການຈັດຕັ້ງປະຕິບັດ.
2. ຄັ້ງທີສອງ

: ເປັນສະຖານທີ່ບໍລິການເກົ່າ ຫລື ຜູ້ປະກອບການເກົ່າ ບັບໄໝ 10,000,000 ກີບ (ສິບລ້ານກີບ) ແລະ ໂຈະການດໍາເນີນທຸລະກິດເປັນໄລຍະເວລາ 5 ເດືອນ ພ້ອມທັງສ້າງບົດບັນທຶກກ່າວ ເຕືອນໄວ້ເປັນບ່ອນອີງໃນການຈັດຕັ້ງປະຕິບັດ.

3. ຄັ້ງທີສາມ:

ເປັນສະຖານທີ່ບໍລິການເກົ່າ ຫລື ຜູ້ປະກອບການເກົ່າ ໃຫ້ປັບໃໝ 20,000,000 ກີບ (ຊາວລ້ານກີບ) ຍົກເລີກການບໍລິການ ພ້ອມທັງ ຖອນໃບອະນຸຍາດຖາວອນ ແລະ ດໍາເນີນຄະດີຕາມລະບຽບກົດໝາຍ.

ຂໍ້ຫ້າມສໍາລັບພະນັກງານ ແລະ ເຈົ້າໜ້າທີ່ລັດ:

ຫ້າມສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຮຽກຮ້ອງ, ສະແຫວງຫາຜົນປະໂຫຍດສ່ວນຕົວ ໃນຮູບແບບຕ່າງໆ, ກົດ ໜ່ວງຖ່ວງດຶງດ້ານເອກະສານ, ລະເວັ້ນ ຫຼື ເມີນເສີຍ ຕໍ່ການປະຕິບັດໜ້າທີ່, ມີສ່ວນຮ່ວມ ຫຼື ມີຜົນປະໂຫຍດ ໂດຍ ທາງກົງ ຫຼື ທາງອ້ອມ ທີ່ຕິດພັນກັບທຸລະກິດບໍລິການ ໃນກໍລະນີຝ່າຝືນ ຜູ້ກ່ຽວຈະຖືກປະຕິບັດວິໄນ ຫຼື ດໍາເນີນຕາມ ລະບຽບກົດໝາຍ ຢ່າງເຂັ້ມງວດ.

* ມາດຕະການຈັດຕັ້ງປະຕິບັດ:

1) ມອບໃຫ້ອົງການປົກຄອງທຸກຂຶ້ນ ແລະ ຜູ້ປະກອບການທຸລະກິດດ້ານການທ່ອງທ່ຽວ ຈັດຕັ້ງເຊື່ອມຊຶມເນື້ອໃນຄໍາສັ່ງສະບັບນີ້ ໃຫ້ທົ່ວເຖິງໃນທົ່ວແຂວງ.

2) ມອບໃຫ້ຄະນະແກ້ໄຂປະກົດການຫຍໍ້ທໍ້ຂັ້ນແຂວງ-ຂັ້ນເມືອງ ລົງເຄື່ອນໄຫວຕິດຕາມ, ກວດກາ ຕໍ່ເຈົ້າໜ້າ ທີ່ພະນັກງານ ແລະ ຜູ້ປະກອບການທຸລະກິດດ້ານການທ່ອງທ່ຽວ ຕະຫຼອດຮອດຜູ້ເຂົ້າມາໃຊ້ບໍລິການຕ້ອງ ເປັນເຈົ້າການໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

3) ມອບໃຫ້ພະແນກຖະແຫຼງຂ່າວ, ວັດທະນະທ ໍາ ແລະ ທ່ອງທ່ຽວ ແຂວງ, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ຕິດຕາມ, ກວດກາ ການເຄື່ອນໄຫວ ຂອງຜູ້ປະກອບການດ້ານການທ່ອງທ່ຽວ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ.

4) ບັນດາຜູ້ປະກອບການກ່ຽວຂ້ອງ, ຜູ້ປະກອບການດ້ານທຸລະກິດການທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ທີ່ດຳ ເນີນທຸລະກິດຢູ່ພາຍໃນແຂວງຄໍາມ່ວນ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ສັງຄົມ, ປະຕິບັດຕາມລະບຽບ, ກົດໝາຍ ຢ່າງເຂັ້ມງວດ.

5) ເວລາຈັດຕັ້ງປະຕິບັດ ຖ້າຫາກພົບບັນຫາ ຫຼື ຂໍ້ຫຍຸ້ງຍາກ ບັນຫາໃດຕິດພັນກັບຄວາມຮັບຜິດຊອບຂອງບັນດາ ຂະແໜງການ, ກົມກອງ ແມ່ນໃຫ້ແກ້ໄຂເຂັ້ມງວດ ຕາມລະບຽບກົດໝາຍ, ຫາກມີຄວາມຫຍຸ້ງຍາກ ແມ່ນໃຫ້ ລາຍງານຂັ້ນເທິງ ເພື່ອຮັບຊາບ ແລະ ຂໍທິດຊີ້ນໍາໃນການຈັດຕັ້ງປະຕິບັດ ແລະ ແກ້ໄຂໃຫ້ທັນເວລາ.

- 500231489 1100855745408101 920584471511761324 n 746x1024 - ຄຳສັ່ງ ວ່າດ້ວຍການຄຸ້ມຄອງທຸລະກິດບໍລິການ ສະຖານທີ່ພັກແຮມ ຮ້ານອາຫານ, ຮ້ານກິນດື່ມ ແລະ ສະຖານບັນເທີງ

- 4 - ຄຳສັ່ງ ວ່າດ້ວຍການຄຸ້ມຄອງທຸລະກິດບໍລິການ ສະຖານທີ່ພັກແຮມ ຮ້ານອາຫານ, ຮ້ານກິນດື່ມ ແລະ ສະຖານບັນເທີງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!