ຜັກຫວານໃຫ້ຫລາກຫລາຍສັບພະຄຸນ

- 011912 2017 - ຜັກຫວານໃຫ້ຫລາກຫລາຍສັບພະຄຸນ
- kitchen vibe - ຜັກຫວານໃຫ້ຫລາກຫລາຍສັບພະຄຸນ

– ຕຳລາຢາພື້ນເມືອງຈະໃຊ້ຜັກຫວານເປັນຢາປິ່ນປົວອາການທີ່ເກີດຈາກທາດໄຟ ໄດ້ແກ່ : ອາການທ້ອງບິດ, ໄອ, ຮ້ອນໃນ, ເຫງົານອນ, ໃຈສັ່ນ ເປັນຕົ້ນ ຫລື ໃຊ້ໃນການປິ່ນປົວມະເຮັງກ້ອນຊີ້ນ ຫລື ຊີ້ນປົ່ງທີ່ຜິດປົກກະຕິ, ຝີ.

– ນຳ້ຢາງຈາກຕົ້ນ ແລະ ໃບຜັກຫວານສາມາດເອົາມາຢອດຕາປິ່ນປົວອາການຕາອັກເສບ.

- Visit Laos Visit SALANA BOUTIQUE HOTEL - ຜັກຫວານໃຫ້ຫລາກຫລາຍສັບພະຄຸນ

– ໃຊ້ຮາກຜັກຫວານຕຳແລ້ວພອກຄາງໃຄ່ (ໝາກເບີດ), ຝົນຮາກເປັນຢາທາແກ້ເຈັບປາກ,  ທາບາດແຜໃນປາກ ແລະ ກຳຈັດກິ່ນປາກ.

– ຄັ້ນເອົານຳ້ຈາກໃບຜັກຫວານມາຕົ້ມໃສ່ນຳ້ເຜິ້ງ ແລ້ວເອົາມາທາລີ້ນ ແລະ ເຫືອກຂອງເດັກນ້ອຍທີ່ເປັນຝ້າຂາວ.

– ຜັກຫວານມີສັບພະຄຸນບຳລຸງເລືອດ ກິນເປັນປະຈຳຈະຊ່ວຍໃຫ້ລະບົບເລືອດມີສຸຂະພາບດີ.

– ມີສັບພະຄຸນຊ່ວຍບຳລຸງສຸຂະພາບແມ່ຍິງຫລັງເກີດລູກ.

– ຫລຸດອາການບວມ, ຊ່ວຍໃຫ້ຈະເລີນອາຫານ, ແກ້ພິດໄຂ້.

– ຜັກຫວານມີວິຕາມິນອາຫລາຍ ຊ່ວຍບຳລຸງສາຍຕາ, ມີວິຕາມິນກາ ຊ່ວຍໃຫ້ເລືອດບໍ່ກ້າມໄວເມື່ອມີບາດແຜເລືອດອອກ, ຊ່ວຍໃຫ້ຕັບເຮັດວຽກຢ່າງມີປະສິດທິພາບ ເຮັດວຽກຮ່ວມກັບວິຕາມິນເດໃນການຄວບຄຸມລະດັບແຮ່ທາດການຊຽມໃນຮ່າງກາຍ ຊ່ວຍເສີມສ້າງແຊນກະດູກ ແລະ ເນື້ອເຍື່ອໃນໝາກໄຂ່ຫລັງ.

– ຄຸນຄ່າທາງໂພຊະນາການຈາກຍອດຜັກຫວານອ່ອນ 100 ກຣາມ ປະກອບມີ : ພະລັງງານ 39 ກາລໍຣີ, ນຳ້ 87,1%, ໂປຣຕິນ 0,1 ກຣາມ, ໄຂມັນ 0,6 ກຣາມ, ຄາໂບໄຮເດຣດ 8,3 ກຣາມ, ໄຍອາຫານ 2,1 ກຣາມ, ວິຕາມິນອາ 8.500 ໜ່ວຍສາກົນ, ວິຕາມິນເບ 1 ມີ 0,12 ມິນລີກຣາມ, ວິຕາມິນເບ 2 ມີ 1,65 ມິນລີກຣາມ, ທາດເຫລັກ 1,3 ມິນລີກຣາມ, ວິຕາມິນເບ 3 ມີ 3,6  ມິນລີກຣາມ, ວິຕາມິນເຊ 32 ມິນລີກຣາມ, ທາດການຊຽມ 24 ມິນລີກຣາມ, ຟົສຟໍ 68 ມິນລີກຣາມ.

– ຜັກຫວານເປັນຜັກທີ່ຊ່ວຍໃນການຂັບຖ່າຍໄດ້ດີ, ຊ່ວຍໃຫ້ກະດູກ ແລະ ແຂ້ວແຂງແຮງ, ຊ່ວຍປ້ອງກັນພະຍາດພູມແພ້ຈາກມົນລະພິດທາງອາກາດ, ຊ່ວຍໃນການຫົດຢືດຂອງກ້າມຊີ້ນ.

– ຂໍ້ຄວນລະວັງ : ຜັກຫວານບໍ່ຄວນເອົາມາກິນແບບດິບໆເປັນຈຳນວນຫລາຍ ເພາະມີສານ Papa verine ທີ່ເປັນພິດຕໍ່ປອດ ເຮັດໃຫ້ເກີດອາການວິນຫົວປວດຮາກ ແລະ ຖ່າຍຍາກໄດ້ ແລະ ຍັງມີລາຍງານວ່າ : ຜູ້ທີ່ເປັນເນື້ອເຍື່ອປອດຖືກທຳລາຍນັ້ນມີສາເຫດມາຈາກການກິນຜັກຫວານດິບເພື່ອຊ່ວຍໃນການຫລຸດນຳ້ໜັກ. ສະນັ້ນ ຈຶ່ງບໍ່ຄວນກິນຜັກຫວານດິບ.

- 4 - ຜັກຫວານໃຫ້ຫລາກຫລາຍສັບພະຄຸນ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!