ມອບ-ຮັບ ຫໍຄອຍເຝົ້າລະວັງ ການລັກລອບຂົນສົ່ງຄ້າຂາຍຢາເສບຕິດທາງບົກ ແລະ ທາງນໍ້າ ລາວ – ໄທ ທີ່ເມືອງປາກທາ ແຂວງບໍ່ແກ້ວ


ການ ມອບ-ຮັບ ຫໍຄອຍເຝົ້າລະວັງ ການລັກລອບ ຂົນສົ່ງຄ້າຂາຍ ຢາເສບຕິດທາງບົກ ແລະ ທາງນໍ້າ ລາວ – ໄທ ທີ່ເມືອງປາກທາ ແຂວງບໍ່ແກ້ວ ດຳເນີນໄປໃນ ວັນທີ 6 ມີຖຸນາ 2025, ຕາງໜ້າຮັບໂດຍ
ພັອ ປັນຍາ ແສງວິຈິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ສປປລາວ ແລະ ຕາງໜ້າມອບໂດຍ ທ່ານ ທັນວາ ຜຸດຜ່ອງ ຜູ້ອຳນວຍການ ປປສ ພາກ 5 ສຳນັກງານປ້ອງກັນ ແລະ ປາບປາມຢາເສບຕິດ ແຫ່ງຣາຊະອານາຈັກໄທ ແລະ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


ພັທ ດາວທຽມ ສິລິວົງສາ ຜູ້ຕິດຕາມການກໍ່ສ້າງ ໄດ້ລາຍງານວ່າ: ຫໍຄອຍເຝົ້າລະວັງການລັກລອບຂົນສົ່ງ ແລະ ຄ້າຂາຍຢາເສບຕິດທີ່ເມືອງປາກທາໄດ້ຮັບການຊ່ວຍເຫລືອທືນງົບປະມານ ຈາກສຳນັກງານປ້ອງກັນ ແລະ ປາບປາມຢາເສບຕິດ ແຫ່ງຣາຊະອານາຈັກໄທຢູ່ໃນການຮ່ວມມືສອງຝ່າຍລາວ-ໄທ ກ່ຽວກັບການກວດກາຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໃນການສ້າງອາຄານ 1 ຫລັງ ມູນຄ່າຫຼາຍກວ່າ 1,380,000 ບາດ ເຊິ່ງໄດ້ກໍ່ສ້າງມາແຕ່ ວັນທີ 15 ມິຖຸນາ 2024 ໃນການບຸກເບີກເນື້ອທີ່ດິນ, ສ້າງອາຄານ 2 ຊັ້ນ 1 ຫລັງ, ຫ້ອງຂະໜາດ 4 ແມັດ, ສູງ 6 ແມັດ, ສ້າງຫ້ອງນໍ້າ 1 ຫລັງ, ຕິດຕັ້ງໝໍ້ແປງໄຟຟ້າ 1 ໜ່ວຍ, ຕິດຕັ້ງລະບົບດູດນໍ້າ 1 ເຄື່ອງ ແລະ ສ້າງສໍາເລັດໃນວັນທີ 20 ເມສາ 2025 ຜ່ານມາ.


ທີ່ມາ: ໜັງສືພິມແຂວງບໍ່ແກ້ວ