ຜົນໄດ້ຮັບຈາກການຈັດຕັັ້ງປະຕິບັດປີທ່ອງທ່ຽວລາວ 2024

- 506826999 1201293815358256 2638772149370518483 n - ຜົນໄດ້ຮັບຈາກການຈັດຕັັ້ງປະຕິບັດປີທ່ອງທ່ຽວລາວ 2024
- kitchen vibe - ຜົນໄດ້ຮັບຈາກການຈັດຕັັ້ງປະຕິບັດປີທ່ອງທ່ຽວລາວ 2024

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ລາຍງານຜົນການຈັດຕັັ້ງປະຕິບັດປີທ່ອງທ່ຽວລາວ 2024 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2025 ນີ້ວ່າ: ລັດຖະບານ ໄດ້ເອົາໃຈໃສ່ ແລະ ຊຸກຍູ້ໃຫ້ເປັນບຸລິມະສິດເສດຖະກິດປາຍແຫລມ ແນໃສ່ຊຸກຍູ້, ສົ່ງເສີມການທ່ອງທ່ຽວ ໃນປີ 2024 ໂດຍອີງຕາມແຜນພັດທະນາ 5 ປີ (2021-2025) ທົ່ວປະເທດ ສ້າງກິດຈະກໍາ ແລະ ຂະບວນການຕ່າງໆຕິດພັນກັບການທ່ອງທ່ຽວ ໃຫ້ມີຄວາມຟົດຟື້ນ ແນໃສ່ການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ສປປ ລາວ.

ນັກທ່ອງທ່ຽວພາຍໃນ ມີ 3,904,483 ເທື່ອຄົນ ເພີ່ມຂຶ້ນເຖິງ 102%, ສາມາດກະຈາຍລາຍຮັບຈາກການທ່ອງທ່ຽວ ໄດ້ເຖິງ 632 ລ້ານກວ່າໂດລາສະຫະ ລັດ, ນັກທ່ອງທ່ຽວສາກົນ ມີ 4,120,832 ເທື່ອຄົນ ເພີ່ມຂຶ້ນ 21% ສາມາດກະຈາຍລາຍຮັບໄດ້ເຖິງ 1.1 ຕື້ກວ່າໂດລາສະຫະລັດ ເຊິ່ງລາຍຮັບດັ່ງກ່າວ, ແມ່ນລາຍຮັບທີ່ກະຈາຍໄປຍັງພາກລັດ ແລະ ຜູ້ປະກອບການທຸກຂະໜາດທີ່ຕິດພັນກັບການທ່ອງທ່ຽວ.

ສະເພາະໄຕມາດທຳອິດຂອງປີ 2025 ມີນັກທ່ອງທ່ຽວຕ່າງປະເທດ 1,262,035 ເທື່ອຄົນ, ເພີ່ມຂຶ້ນ 11% ທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຄາດຄະເນລາຍຮັບທີ່ກະຈາຍໃນສັງຄົມໄດ້ 426 ລ້ານກວ່າໂດລາສ. ສໍາລັບ ນັກທ່ອງທ່ຽວພາຍໃນ ມີ 1,467,886 ເທື່ອຄົນ ເພີ່ມຂຶ້ນ 98,6% ທຽບໃສ່ໄລຍະດຽວກັນຂອງປີ 2024, ລາຍຮັບທີ່ກະຈາຍໃນສັງຄົມ 237 ລ້ານໂດລາສະຫະລັດ. ສໍາລັບນັກທ່ອງທ່ຽວ 10 ອັນດັບຕົ້ນທີ່ມາທ່ຽວ ສປປ ລາວ ມີ: ໄທ, ຈີນ (ເລື່ອນຈາກອັນດັບ 3 ໃນຫລາຍປີຜ່ານມາ ຂຶ້ນມາເປັນອັນດັບທີ 2), ຫວຽດນາມ, ສ .ເກົາຫລີ, ອາເມລິກາ, ຝຣັ່ງ, ຣັດເຊຍ, ອັງກິດ, ເຢຍລະມັນ ແລະ ຍີ່ປຸ່ນ ຕາມລຳດັບ.

ໃນຕໍ່ໜ້າ ລັດຖະບານ ກໍຄື ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈະສຸມໃສ່ປັບປຸງເສັ້ນທາງເຂົ້າເຖິງສະຖານທີ່ທ່ອງທ່ຽວບຸລິມະສິດ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ, ການຄົມມະນາຄົມຂົນສົ່ງນັກທ່ອງທ່ຽວ ໃຫ້ມີຄວາມສະດວກ, ສະອາດ, ປອດໄພ, ປະທັບໃຈ, ໄດ້ມາດຕະຖານ ແລະ ມີຄວາມຍືນຍົງ; ຊຸກຍູ້ຜູ້ພັດທະນາສະຖານທີ່ທ່ອງທ່ຽວ ປັບປຸງກິດຈະກຳການທ່ອງທ່ຽວ ແລະ ການບໍລິການ ໃຫ້ມີຄວາມຫລາກຫລາຍ ໂດຍການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນ ແລະ ພາກເອກະຊົນຜູ້ທີ່ມີບົດຮຽນ ແລະ ປະສົບການ; ສຸມໃສ່ປັບປຸງການບໍລິຫານ-ຄຸ້ມຄອງ ບັນດາເມືອງທ່ອງທ່ຽວ ທີ່ເປັນແມ່ເຫລັກດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ໃຫ້ໄດ້ມາດຕະຖານຂອງ ສປປ ລາວ ແລະ ມາດຕະຖານສາກົນ; ສືບຕໍ່ປັບປຸງຄຸນນະພາບ ແລະ ມາດຕະຖານການບໍລິການ ຂອງຫົວໜ່ວຍທຸລະກິດການທ່ອງທ່ຽວ ໃນຂອບເຂດທົ່ວປະ ເທດ ໂດຍສຸມໃສ່ການປະເມີນ ແລະ ຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ ແລະ ມາດຕະຖານການທ່ອງທ່ຽວຂອງ ສປປ ລາວ ຮັບປະກັນສ້າງຄວາມປະທັບໃຈ ແລະ ມີຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ; ສຸມໃສ່ໂຄສະນາການທ່ອງທ່ຽວທີ່ເປັນຈຸດເດັ່ນຂອງ ສປປ ລາວ ໃຫ້ມີຫລາກຫລາຍຮູບແບບ ລວມທັງການໂຄສະນາຜ່ານສື່ຕ່າງໆ; ຮັບປະກັນຂໍ້ມູນຂ່າວສານການທ່ອງທ່ຽວທີ່ຖືກຕ້ອງ, ຊັັດເຈນ, ວ່ອງໄວ ເພື່ອໃຫ້ເຂົ້າເຖິງກຸ່ມຕະຫລາດເປົ້າໝາຍການທ່ອງທ່ຽວຢ່າງກວ້າງຂວາງ; ສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ພັດທະນາລະບົບການຊໍາລະ ຜ່ານລະບົບທະນາຄານຂອງ ສປປ ລາວ ແນໃສ່ເຮັດໃຫ້ມີເງິນໝູນວຽນພາຍໃນປະເທດໃຫ້ຫລາຍຂຶ້ນ. ນອກຈາກນີ້, ຍັງຈະສືບຕໍ່ພັດທະນາການຫັນເປັນທັນສະໄໝ ໃນການກວດກາເອກະສານຕ່າງໆ ຢູ່ບັນດາດ່ານ ເພື່ອຫລຸດຜ່ອນຂັ້ນຕອນ, ສາມາດອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ແລະ ມີຖານຂໍ້ມູນທີ່ລະອຽດຢູ່ໃນລະບົບ; ສືບຕໍ່ປະສານສົມທົບກັບພາກລັດ, ພາກທຸລະກິດທີ່ກ່ຽວຂ້ອງ ເພື່ອຈັດກິດຈະກໍາປູກຈິດສຳນຶກໃນວຽກງານທ່ອງທ່ຽວ ແລະ ກິດຈະກຳສົ່ງເສີມການທ່ອງທ່ຽວ ໃຫ້ເປັນຂະບວນຟົດຟື້ນ ໂດຍຕິດພັນກັບເທສະການ ແລະ ບຸນປະເພນີປະຈໍາຊາດ ແລະ ປະຈໍາທ້ອງຖິ່ນ ເພື່ອຈັດເຂົ້າໃນປະຕິທິນການທ່ອງທ່ຽວລາວ ປະຈໍາປີ 2025 ແລະ ປີຕໍ່ໆໄປ; ສືບຕໍ່ປະສານສົມທົບລະຫວ່າງສູນກາງ-ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ໃນການຕິດຕາມ, ກວດກາ ແລະ ຄຸ້ມຄອງ ການເຄື່ອນໄຫວຂອງບັນດາຫົວໜ່ວຍທຸລະກິດໃນຂະແໜງການທ່ອງທ່ຽວໃນຂອບເຂດທົ່ວປະເທດ; ຄົ້ນຄວ້າສ້າງແຜນການສື່ສານ ແລະ ການກະກຽມຮັບມືກັບວິກິດການສໍາລັບຂະແໜງການທ່ອງທ່ຽວ ເພື່ອຮັບປະກັນດ້ານຄວາມປອດໄພ ແລະ ສາມາດຮັບມືໄດ້ຢ່າງທັນການ; ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການນໍາໃຊ້ລະບົບອອກອະນຸຍາດ ດໍາເນີນທຸລະກິດໃນຂະແໜງການທ່ອງທ່ຽວຜ່ານລະບົບທັນສະໄໝ ເພື່ອໃຫ້ການຄຸ້ມຄອງທຸລະກິດການທ່ອງ ທ່ຽວ ມີຄວາມເປັນເອກະພາບທົ່ວປະເທດ; ສືບຕໍ່ຊຸກຍູ້ບັນດາສະມາຄົມໃນຂະແໜງການທ່ອງທ່ຽວ ໃຫ້ມີການເຄື່ອນໄຫວຮ່ວມກັນກັບພາກທຸລະກິດຂອງບັນດາປະເທດໃກ້ຄຽງ ແນໃສ່ຂະຫຍາຍລາຍການທ່ອງທ່ຽວຮ່ວມກັບປະເທດໃກ້ຄຽງໃຫ້ຫລາຍຂຶ້ນ ແລະ ຈະສືບຕໍ່ປະສານສົມທົບກັບ ຂະແໜງ ການກ່ຽວຂ້ອງຂັ້ນສູນກາງ ເພື່ອຄົ້ນຄວ້ານະໂຍບາຍວີຊາ ໃຫ້ແກ່ນັກທ່ອງທ່ຽວກຸ່ມເປົ້າໝາຍ ໃຫ້ສອດຄ່ອງກັບນະ ໂຍບາຍຂອງປະເທດໃກ້ຄຽງ ກໍຄື ພາກພື້ນ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວ ສປປ ລາວ ໃຫ້ຫລາຍຂຶ້ນ ແລະ ມີລາຍຮັບຫລາຍຂຶ້ນ.

- 5 - ຜົນໄດ້ຮັບຈາກການຈັດຕັັ້ງປະຕິບັດປີທ່ອງທ່ຽວລາວ 2024
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!