ກົວເຕມາລາກຽມຍ້າຍສະຖານທູດ ໄປນະຄອນຫລວງເຢລູຊາເລມ


ລັດຖະບານກົວເຕມາລາກຽມຍ້າຍສະຖານເອກອັກຄະລັດຖະທູດອອກຈາກນະຄອນຫລວງເທລອາວີຟໄປນະຄອນຫລວງເຢລູຊາເລມ ຖືເປັນປະເທດທຳອິດໃນໂລກທີ່ປະຕິບັດຕາມນະໂຍບາຍເລື່ອງອິດສະລາແອນຂອງອາເມລິກາ.


ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງກົວເຕມາລາ ປະເທດກົວເຕມາລາ ໃນວັນທີ 24 ທັນວາວ່າ: ປະທານາທິບໍດີ ຈິມມີ ໂມຣາເລສ ປະກາດຜ່ານເຟສບຸກສ່ວນຕົວ ໃນວັນທີ 24 ທັນວາວ່າ: ໜຶ່ງໃນນະໂຍບາຍເລື່ອງອິດສະລາແອນສຳຄັນທີ່ສຸດ ຄືການຍ້າຍສະຖານເອກອັກຄະລັດຖະທູດ “ກັບໄປ” ນະຄອນຫລວງເຢລູຊາເລມ. ດ້ວຍເຫດນີ້ ທ່ານໄດ້ແຈ້ງໃຫ້ກະຊວງການຕ່າງປະເທດກຽມດຳເນີນການຍ້າຍສະຖານເອກອັກຄະລັດຖະທູດກົວເຕມາລາອອກຈາກນະຄອນຫລວງເທລອາວີຟແລ້ວ.
ການເຄື່ອນໄຫວດັ່ງກ່າວເກີດຂຶ້ນພຽງບໍ່ເທົ່າໃດຊົ່ວໂມງ ພາຍຫລັງທ່ານ ໂມຣາເລສ ສົນທະນາທາງໂທລະສັບກັບນາຍົກລັດຖະມົນຕີ ເບນຈາມິນ ເນຕັນຢາຮູ ຜູ້ນຳອິດສະລາແອນ ແລະ ກົວເຕມາລາເປັນໜຶ່ງໃນ 9 ປະເທດທີ່ອອກສຽງຄັດຄ້ານຮ່າງມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ (UNGA) ເຊິ່ງປະກອບໃນວັນທີ 21 ທັນວາ ປະກາດໃຫ້ນະໂຍບາຍເຢລູຊາເລມຂອງອາເມລິກາເປັນໂມຂະ ໂດຍອີກ 8 ປະເທດທີ່ຮ່ວມຄັດຄ້ານປະກອບມີ ອາເມລິກາ, ອິດສະລາແອນ, ຮົງດູຣັດ, ສາທານະລັດເກາະມາແຊລ, ມາເຊໂດນີ, ນາອູຣູ, ປາເລົາ ແລະ ໂຕໂກ.
ເຖິງວ່າປະທານາທິບໍດີ ໂດນັນ ທຣຳ ປະກາດໃນວັນທີ 6 ທັນວາຜ່ານມາ ຮັບຮອງສະຖານະນະຄອນຫລວງເຢລູຊາເລມເປັນ “ເມືອງຫລວງຢ່າງເປັນທາງການ” ຂອງອິດສະລາແອນ, ແຕ່ບໍ່ໄດ້ກຳນົດຂອບໄລຍະເວລາຢ່າງຈະແຈ້ງ ໃນການຍ້າຍສະຖານເອກອັກຄະລັດຖະທູດອາເມລິກາອອກຈາກນະຄອນຫລວງເທລອາວີຟ. ເຖິງຢ່າງໃດກໍຕາມ, ກົວເຕມາລາຈະຖືເປັນປະເທດທຳອິດໃນໂລກທີ່ກຽມເດີນຕາມຮອຍລັດຖະບານວໍຊິງຕັນໃນເລື່ອງນີ້. ຂະນະທີ່ມີລາຍງານວ່າສາທາລະນະລັດເຊັກກຳລັງພິຈາລະນາການຍ້າຍສະຖານເອກອັກຄະລັດຖະທູດໃນອິດສະລາແອນເຊັ່ນກັນ. ທັງນີ້ ສາທາລະນະລັດເຊັກເປັນໜຶ່ງໃນ 35 ປະເທດທີ່ໃຊ້ສິດງົດອອກສຽງ.