ຫລາຍເຫດຜົນເຮັດໃຫ້ຄົນຢາກໄປນວດ


ການນວດຈະຊ່ວຍໃຫ້ເລືອດລົມໄຫລວຽນດີ, ການໄຫລວຽນຂອງເລືອດທົ່ວຮ່າງກາຍຂອງຜູ້ຖືກນວດຈະດີຂຶ້ນ, ເລືອດທີ່ໄຫລ ວຽນໃນຫລອດເລືອດແດງຈະສາມາດນຳເອົາອົກຊີແຊນ ແລະ ສານອາຫານໄປຫລໍ່ລ້ຽງພາກສ່ວນຕ່າງໆພາຍໃນຮ່າງກາຍໄດ້ຢ່າງທົ່ວເຖິງ.
ການນວດຍັງມີຜົນດີຕໍ່ລະບົບໄລ່ສິ່ງເສດເຫລືອ ບໍ່ວ່າຈະແມ່ນທາງນຳ້ເຫລືອງ ແລະ ຫລອດເລືອດໃຫ້ເຮັດວຽກຢ່າງມີປະສິດ ທິພາບ, ບໍ່ສະສົມສານພິດຕົກຄ້າງ ຈຶ່ງເປັນຜົນໃຫ້ສຸຂະພາບຂອງຜູ້ທີ່ຖືກນວດດີຂຶ້ນຕາມລຳດັບ.
ການນວດສົ່ງຜົນໃຫ້ເກີດການຜ່ອນຄາຍກ້າມຊີ້ນ, ກ້າມຊີ້ນບໍລິເວນທີ່ໃຊ້ວຽກໜັກຈະເກີດການຫົດເກັງ ແລະ ມີສານເຄມີສະສົມຢູ່ ເຮັດໃຫ້ເລືອດມາຫລໍ່ລ້ຽງບໍ່ສະດວກ, ເກີດອາການປວດເມື່ອຍຕາມມາ. ການນວດຊ່ວຍໃຫ້ເຊົາປວດເມື່ອຍ ຍ້ອນໄປຄາຍກ້າມຊີ້ນທີ່ຫົດເກັງໃຫ້ຜ່ອນຄາຍລົງ ເຊິ່ງຈາກການສຶກສາຂອງ Buck Institute for Research on Aging and McMaster University in Ontario, Canada ກໍໄດ້ເປີດເຜີຍວ່າ: ການນວດຈະຊ່ວຍຄາຍກ້າມຊີ້ນທີ່ເຄັ່ງຄຽດຈາກການອອກກຳລັງກາຍໄດ້ດີທຽບເທົ່າການກິນຢາຄາຍກ້າມຊີ້ນ.
ການນວດຍັງເປັນການກະຕຸ້ນໃຫ້ລະບົບນຳ້ເຫລືອງເຮັດວຽກໄດ້ດີນຳອີກ ໂດຍປົກກະຕິແລ້ວນຳ້ເຫລືອງຈະໄຫລວຽນດີຈາກການເຄື່ອນໄຫວຂອງຮ່າງກາຍ ຫລື ຈາກແຮງພາຍນອກມາກະຕຸ້ນຢູ່ແລ້ວ ເມື່ອນວດຕາມໂຕ ຕ່ອມນຳ້ເຫລືອງທົ່ວຮ່າງກາຍກໍຖືກກະຕຸ້ນໃຫ້ເຮັດໜ້າທີ່ສ້າງພູມຕ້ານທານ ແລະ ຈັດການກັບເຊື້ອພະຍາດຕ່າງໆໄດ້ດີຍິ່ງຂຶ້ນ ສົ່ງຜົນໃຫ້ຜູ້ຮັບການນວດມີສຸຂະພາບສົມບູນແຂງແຮງ. ນອກຈາກນີ້, ຍັງເຮັດໃຫ້ສານອາຫານ ແລະ ວິຕາມິນຊະນິດຕ່າງໆຊຶມເຂົ້າສູ່ແຊນຜິວໄດ້ດີ ຂຶ້ນ, ຊ່ວຍໃຫ້ຜິວສົດໃສເຄັ່ງຕຶງບໍ່ຫ່ຽວຍານໄວ ລວມໄປເຖິງກຳຈັດຮອຍຫ່ຽວບໍລິເວນໃບໜ້າໄດ້ນຳ.
ນອກຈາກນີ້, ການນວດຍັງຊ່ວຍບຳບັດອາການປວດຊຳ້ເຮື້ອ, ຄາຍຄວາມເຈັບປວດ ເປັນຜົນດີໃຫ້ຮ່າງກາຍເກີດການຜ່ອນຄາຍ, ສະໝອງບໍ່ເຄັ່ງຄຽດ ສົ່ງຜົນໃຫ້ອາລົມສະຫງົບ ແລະ ຈິດໃຈດີ.