ເດັກຍິງອິນເດຍດຳລົງຊີວິດກັບລີງ

- kitchen vibe - ເດັກຍິງອິນເດຍດຳລົງຊີວິດກັບລີງ

ຕຳຫລວດອິນເດຍໄດ້ລາຍງານວ່າ ພົບເຫັນເດັກຍິງອາຍຸ 8 ປີ ອາໃສຢູ່ໃນປ່າເລິກຂອງແຂວງ Bahraich ອິນເດຍ.

ເດັກຍິງສື່ສານຜ່ານສຽງຮ້ອງຄືກັບໂຕລີງ, ເຄື່ອນໄຫວໄປມາໂດຍໃຊ້ ມື ແລະ ຕີນ. ປະຈຸບັນເດັກຍິງໄດ້ຖືກເບີ່ງແຍງຈາກໂຮງຫມໍ ແລະ ຕັ້ງຊື່ວ່າ ນາງ Mowgli. ຕາມການບອກເລົ່າຂອງວິຊາການ Mowgli ຮູ້ສຶກສະບາຍໃຈເມື່ອໄດ້ຢູ່ກັບຝູງລີງ.

- Visit Laos Visit SALANA BOUTIQUE HOTEL - ເດັກຍິງອິນເດຍດຳລົງຊີວິດກັບລີງ

https://www.youtube.com/watch?v=H2kiToBV8bA

ທາງຕຳຫລວດໄດ້ພະຍາຍາມຊອກຫາຂໍ້ມູນເດັກນ້ອຍຍິງນີ້ແມ່ນໃຜ, ມາແຕ່ໃສ ແລະ ໄດ້ດຳລົງຊີວິດຢູ່ໃນປ່າດົນປານໃດ ?

“ເດັກຍິງນີ້ສະແດງອອກຄວາມຮູ້ສຶກຕົກໃຈ ຢ້ານກົວ, ບໍ່ສາມາດທີ່ຈະຟັງ ຫລື ລົມກັບພວກເຮົາໄດ້. Mowgli ຖືກອ້ອມຮອບໂດຍລີງ 3 ໂຕ, ຮ່າງກາຍຂອງນ້ອງມີແຕ່ຮອຍຂູດຂີດ ໂດຍສະເພາະແມ່ນຢູ່ແຖວຝາມື ແລະ ຕີນ ”

“ເດັກຍິງມີເຄື່ອງຫນຸ່ງໃສ່, ເລົາອາດຈະຖືກຖິ້ມ. ຮ່າງກາຍເລົາເບີ່ງອ່ອນແອ ແລະ ຫິວ, ພວກເຮົາໄດ້ເອົານ້ຳໃຫ້ພ້ອມອາຫານ ເບີ່ງສີຫນ້າເດັກຍິງເປັນຫນ້າສົງສານຫລາຍ ຖ້າພວກເຮົາບໍ່ຊ່ວຍໄວ້ ເລົາອາດຈະເປັນອາຫານໃຫ້ແກ່ສັດປ່າໂຕອື່ນ.” ຕາມການບອກເລົ່າຂອງ ຫົວຫນ້າຜູ້ສຶບສວນ ສະຖານີ Katarniaghat ໃນຂະຫນະທີ່ພົບເຫັນ Mowgli ໃນປ່າ.

ຜ່ານການຢູ່ໂຮງຫມໍຫລາຍວັນ, Mowgli ຍັງມີອາລົມຮ້ອນ ໃຈຮ້າຍ ແລະ ຍັງໃຊ້ຄວາມຮຸ່ນແຮງ ຍັງບໍ່ສາມາດເຂົ້າໃຈພາສາຫຍັງໄດ້ເລີຍ. ເລົາຍັງມີຄວາມຮູ້ສຶກຢ້ານກົວຕໍ່ຄົນອ້ອມແອ້ມ… ເຖິງວ່າທາງໂຮງຫມໍຈະສອນເລົາໃນການໃຊ້ 2 ຕີນໃນການຍ່າງແຕ່ເລົາຍັງໃຊ້ ຕີນ ແລະ ມື ໃນການຢ່າງຢູ່.

 

- 4 - ເດັກຍິງອິນເດຍດຳລົງຊີວິດກັບລີງ
- 3 - ເດັກຍິງອິນເດຍດຳລົງຊີວິດກັບລີງ
- 5 - ເດັກຍິງອິນເດຍດຳລົງຊີວິດກັບລີງ