ອາເມລິກາຂວ້ຳບາດສອງຜູ້ນຳ ໂຄງການນິວເຄຼຍ ສປປ ເກົາຫລີ


ລັດຖະບານວໍຊິງຕັນຂຶ້ນບັນຊີດຳເຈົ້າໜ້າທີ່ລະດັບສູງ 2 ຄົນໃນລັດຖະບານພຽງຢາງ ເຊິ່ງມີສ່ວນສຳຄັນໃນໂຄງການພັດທະນາລູກສອນໄຟຂອງ ສປປ ເກົາຫລີ.
NEW: U.S. sanctions two senior North Korean officials over the country's ballistic missile programs. https://t.co/9KDoZG8mR9 pic.twitter.com/wQBkaWeQkl
— ABC News (@ABC) December 26, 2017
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດສະຫະລັດອາເມລິກາ ໃນວັນທີ 26 ທັນວາວ່າ: ກະຊວງການເງິນອາເມລິກາອອກຖະແຫລງການໃນວັນທີ 26 ທັນວາ ຂຶ້ນບັນຊີດຳເຈົ້າໜ້າທີ່ລະດັບສູງ 2 ຄົນຂອງລັດຖະບານພຽງຢາງ ເຊິ່ງມີບົດບາດສຳຄັນຕໍ່ໂຄງການພັດທະນາລູກສອນໄຟຂອງ ສປປ ເກົາຫລີ ໄດ້ແກ່ ທ່ານ ກິມ ຈອງ ຊິກ ເຊິ່ງມີບົດບາດໃນດ້ານການພັດທະນາເຊື້ອໄຟເຫລວເປັນເຊື້ອໄຟແຂງ ແລະ ທ່ານ ຣີ ຢອງ ຊອນ ເຊິ່ງມີບົດບາດສຳຄັນໃນສ່ວນຂອງການພັດທະນາລູກສອນໄຟຂ້າມທະວີບ (ICBM).
Rocket Men: The Team Building North Korea’s Nuclear Missile – By Choe Sang-hun @motokorich Natalie Reneau @audcarls via @nytimes https://t.co/xfHLPn0pVb
— CSIS Korea Chair (@CSISKoreaChair) December 15, 2017
ທັງນີ້, ລາຍງານຂອງລັດຖະບານວໍຊິງຕັນລະບຸອີກວ່າ: ບຸກຄົນທັງສອງມີຊື່ຢູ່ໃນບັນຊີດຳການຂວ້ຳບາດຄັ້ງຫລ້າສຸດຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ທີ່ປະກາດໃນວັນທີ 22 ທັນວານຳອີກ ເຊິ່ງເປັນການເພີ່ມຈຳນວນໂກຕ້າການຊື້ນ້ຳມັນດິບ ແລະ ຜະລິດຕະພັນປິໂຕຣລຽມຂອງ ສປປ ເກົາຫລີ ເພື່ອຕອບໂຕ້ການທົດສອບ ICBM “ຮວາຊອງ-15” ໃນວັນທີ 28 ພະຈິກຜ່ານມາ.
ໃນວັນດຽວກັນ, ກະຊວງການຕ່າງປະເທດຣັດເຊຍລາຍງານການສົນທະນາທາງໂທລະສັບລະຫວ່າງທ່ານ ເຊີເກ ລາບຣອບ ກັບທ່ານ ເຣັກ ທິລເລີສັນ ລັດຖະມົນຕີຕ່າງປະເທດອາເມລິກາວ່າ: ທັງສອງຝ່າຍເຫັນພ້ອມວ່າໃນປັດຈຸບັນໂຄງການທົດສອບລູກສອນໄຟຂອງລັດຖະບານພຽງຢາງລະເມີດມະຕິຂອງ UNSC ຢ່າງຮ້າຍແຮງ, ແຕ່ເປັນ “ເລື່ອງຮ້າຍແຮງ ແລະ ບໍ່ຈຳເປັນ” ທີ່ອາເມລິກາຍັງຄົງໃຊ້ນະໂຍບາຍຂົ່ມຂູ່ຕໍ່ອີກຝ່າຍ ເຊິ່ງລວມທັງການຊ້ອມຮົບ ແລະ ເພີ່ມການປະຈຳການແສນຍານຸພາບຢູ່ແຫລມເກົາຫລີ ໂດຍຄູ່ກໍລະນີຄວນຫັນໜ້າມາເຈລະຈາກັນໃຫ້ໄວທີ່ສຸດ.