ບໍລິສັດ ພູເບ້ຍ ມາຍນິງ ມອບເງິນປັນຜົນ ແລະ ອາກອນກຳໄລໄຕມາດ 4 ໃຫ້ລັດຖະບານລາວ

- Phoubia - ບໍລິສັດ ພູເບ້ຍ ມາຍນິງ ມອບເງິນປັນຜົນ ແລະ ອາກອນກຳໄລໄຕມາດ 4 ໃຫ້ລັດຖະບານລາວ
- kitchen vibe - ບໍລິສັດ ພູເບ້ຍ ມາຍນິງ ມອບເງິນປັນຜົນ ແລະ ອາກອນກຳໄລໄຕມາດ 4 ໃຫ້ລັດຖະບານລາວ

ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ (PBM) ໄດ້ມອບເງິນປັນຜົນ ແລະ ອາກອນກຳໄລຈຳນວນ 10,6 ລ້ານໂດລາສະຫະລັດໃຫ້ລັດຖະລານລາວ, ຊຶ່ງມີພິທີມອບ-ຮັບໄດ້ມີຂຶ້ນໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລະຫວ່າງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ທ່ານ ຣີຊາດ ເທເລີ ຜູ້ອຳນວຍການ ແລະ ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ.

ຈຳນວນເງິນດັ່ງກ່າວແມ່ນສ່ວນນຶ່ງຂອງການປະກອບສ່ວນປະຈຳປີ (FY) 2017 ຈຳນວນຫລາຍກວ່າ 80 ລ້ານໂດລາສະຫະລັດ, ຈຳນວນການປະກອບສ່ວນທັງໝົດໃນປີແມ່ນຈະມີການແຈ້ງຕື່ມໃນເດືອນຕໍ່ໄປ, ລວມມີຄ່າຊັບພະຍາກອນທຳມະຊາດ 43,8 ລ້ານໂດລາສະຫະລັດ, ອາກອນເງິນເດືອນ 4,16 ລ້ານໂດລາສະຫະລັດ, ອາກອນຊົມໃຊ້ທາງ 4,68 ລ້ານໂດລາສະຫະລັດ ແລະ ຄ່າທຳນຽມນຳເຂົ້າຈຳນວນ 1,64 ລ້ານໂດລາສະຫະລັດ.

ທ່ານ ຈັນເພງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ ໄດ້ກ່າວວ່າ: ປີ 2017 ແມ່ນອີກປີໜຶ່ງທີ່ລາຄາທອງ ແລະ ຄຳມີການຜັນຜວນກໍຕາມ ແຕ່ບໍລິສັດຍັງສາມາດເພີ່ມການຜະລິດ ແລະ ຮັກສາຄ່າໃຊ້ຈ່າຍໃຫ້ຕ່ຳ, ເຮັດໃຫ້ສາມາດປະກອບສ່ວນເຂົ້າໃນລາຍຮັບຂອງລັດຖະບານ ໄດ້ເປັນປົກກະຕິ ແລະ ແມ່ນຄວາມພາກພູມໃຈຂອງບໍລິສັດທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມລາວໄດ້ເຕີບໃຫຍ່ຂະຫຍາຍຕົວ.

ການປະກອບສ່ວນຂອງບໍລິສັດ ພູເບ້ຍ ມາຍນິງ ເຂົ້າລາຍຮັບຂອງລັດຖະບານລາວໃນປີ 2017 ແມ່ນການທຸ່ມເທຂອງພະນັກງານຂອງບໍລິສັດທຸຸກຄົນ, ຊຶ່ງປັດຈຸບັນ ບໍລິສັດ ມີພະນັກງານຫລາຍກວ່າ 3.200 ຄົນ, ໃນນັ້ນ ພະນັກງານລາວກວມເອົາ 92% ບໍລິສັດໄດ້ລົງທຶນໃນການຝຶກອົບຮົມ ແລະ ການພັດທະນາພະນັກງານໃນຫລາຍໂຄງການເພື່ອສະໜັບສະໜູນການຜະລິດທີ່ເພີ່ມຂຶ້ນໃນການດຳເນີນງານ, ໃນຕົ້ນປີນີ້ບໍລິສັດໄດ້ຮັບເອົານັກສຶກສາຮຽນຈົບໃໝ່ຊຸດທຳອິດໃນໂຄງການພັດທະນາຊ່າງສີມືແຮງງານເຂົ້າເປັນພະນັກງານຂອງບໍລິສັດ. ນັກສຶກສາຮຽນຈົບການຊ່າງຈຳນວນ 34 ຄົນ, ໄດ້ຮັບໃບປະກາດວຸດທິການຊ່າງຂອງອົດສະຕາລີຂັ້ນ III ຈາກວິທະຍາໄລ ລັດຄືນສະແລນ ແລະ ວຸດທິທຽບເທົ່າຢູ່ລາວໃນເດືອນທັນວາ 2017. ລັດຖະບານ ສປປ ລາວ ຖືຮຸ້ນໃນບໍລິສັດ ພູເບ້ຍ ມາຍນິງ 10 ສ່ວນຮ້ອຍ ແລະ ບໍລິສັດໄດ້ສ້າງລາຍຮັບທາງກົງໃຫ້ລັດຖະບານນັບແຕ່ປີ 2008-2017 ຫລາຍກວ່າ 600 ລ້ານໂດລາສະຫະລັດ.

- 3 - ບໍລິສັດ ພູເບ້ຍ ມາຍນິງ ມອບເງິນປັນຜົນ ແລະ ອາກອນກຳໄລໄຕມາດ 4 ໃຫ້ລັດຖະບານລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!