ຄວາມໜາວມາຄຸກຄາມອີກແລ້ວ
ສະພາບຄວາມໜາວເຢັນສົ່ງທ້າຍປີເກົ່າ 2017 ຕ້ອນຮັບປີໃໝ່ 2018 ໄດ້ຄຸກຄາມຊາວລາວເຮົາບໍ່ໜ້ອຍ. ຈຸດໜັກກໍແມ່ນແຖວແຂວງພາກເໜືອຄື: ແຂວງຜົ້ງສາລີ, ຊຳເໜືອ, ຊຽງຂວາງ, ໄຊສົມບູນ ແລະ ປາກຊ່ອງບໍລິເວນ, ເພາະ ເປັນເຂດພູດອຍ. ສະເພາະແຂວງໄຊສົມບູນເຂດເມືອງອານຸວົງ, ເມືອງລ່ອງແຈ້ງປີກ່ອນໆນັ້ນ, ທິດກ່ຳ ເຄີຍໄປເຮັດວຽກຖ້າອຸນຫະພູມຢູ່ວຽງຈັນໃນລະດັບ 30 – 35 ອົງສາຢູ່ເຂດດັ່ງກ່າວກໍຈະຢູ່ໃນລະດັບ 20 ຫາ 25 ອົງສາ, ແຕ່ສະເພາະປີນີ້ອາດໜາວກວ່າປີຜ່ານໆມາຫລາຍທົບ. ສຳລັບຍາມຮ້ອນຫາກຜູ້ໃດຕ້ອງການໄປທ່ອງທ່ຽວໃນເຂດນີ້ແມ່ນເໝາະສົມທີ່ສຸດເພາະທຳມະຊາດກໍສວຍງາມ, ອາກາດກໍສົດໃສ ເຂດໄຊສົມບູນຈະມີເສັ້ນທາງທະລຸຂຶ້ນໄປຮອດຊຽງຂວາງຢູ່ສອງເສັ້ນຄືຈາກໄຊສົມບູນໄປຫາທ່າໂທມຕໍ່ໃສ່ຊຽງຂວາງ ຫລື ຈະໂງໄປທາງເຂດບໍລິຄຳໄຊເຈີດໃສ່ຄຳມ່ວນກໍໄດ້, ສ່ວນເບື້ອງໜຶ່ງແມ່ນຕໍຈາກເທດສະບານແຂວງໄຊສົມບູນໄປຊຳທອງລ້ອງແຈ້ງຂຶ້ນໄປຮອດຊຽງຂວາງ ແຂວງນີ້ມີພູຜາປ່າໄມ້ ແລະ ທຳມະຊາດສວຍງາມຫລາຍບ່ອນທີ່ມີຊື່ສຽງກວ່າໝູ່ແມ່ນຖ້ຳເຈົ້າອານຸວົງ ແລະ ພູໝອກນອກນັ້ນ, ຍັງມີບໍ່ຄຳພູເບ້ຍທີ່ພວມຂຸດຄົ້ນ ແລະ ມີເຂື່ອນໄຟຟ້ານ້ຳງື່ມ 3 ທີ່ກຳລັງກໍ່ສ້າງ ເຊິ່ງອານາຄົດຈະກາຍເປັນແຫລ່ງທ່ອງທ່ຽວທີ່ສຳຄັນຈຸດໜຶ່ງຂອງປະເທດ.
ແນວໃດກໍຕາມ, ຖ້າເວົ້າເຖິງສະພາບອາກາດຢູ່ບ້ານເຮົາເຫັນວ່າມັນກໍນັບມື້ປ່ຽນແປງໄປຕາມວາຕະຈັກຂອງໂລກ. ໃນສະໄໝປູ່ຍ່າຕານາຍ, ພໍ່ແມ່ເຮົາຍັງບໍ່ໜາວປານນີ້, ຕໍ່ມາຮອດຍຸກຂອງເຮົາມັນກໍເປັນຄືສະພາບເຮົາໄດ້ເຫັນ. ຕາມທິດກ່ຳຄິດ, ໃນອານາຄົດບ້ານເຮົາຢ້ານວ່າມັນຈະເປັນຄືບາງປະເທດທີ່ເຄີຍປະສົບກັບບັນຫາ, ບໍ່ຈັກແລ້ງ, ຈັກຖ້ວມ, ຈັກລົມ, ຈັກຝົນມາຖະຫລົ່ມເຮັດໃຫ້ຄົນຕາຍເປັນຮ້ອຍເປັນພັນ, ຍັງໄຄແດ່ແຕ່ວ່າບ້ານເຮົາມີພູຜາປ່າໄມ້ຫລາຍ. ພູທີ່ສຳຄັນທີ່ສຸດກໍແມ່ນສາຍພູຫລວງທີ່ສາມາດກັ້ນລົມພາຍຸທີ່ມາຈາກທິດຕາເວັນອອກໄດ້ເປັນຢ່າງດີ. ຕາມເຮົາຄິດ, ອັນສາເຫດທີ່ເຮັດໃຫ້ສະພາບດິນຟ້າອາກາດມີການປ່ຽນແປງຢູ່ບ້ານເຮົາກໍຍ້ອນປັດໄຈຫລາຍຢ່າງເປັນຕົ້ນການປ່ຽນແປງຂອງໂລກໄປຕາມກົດເກນທຳມະຊາດຂອງມັນ. ອັນສອງແມ່ນຍ້ອນພວກເຮົາທຳລາຍທຳມະຊາດ, ມີການຕັດໄມ້ທຳລາຍປ່າ, ໂດຍບໍ່ຄຳນຶງເຖິງຄວາມຍືນຍົງຂອງຄົນ ແລະ ທຳມະຊາດ. ເມື່ອທຳມະຊາດຖືກທຳລາຍຍ້ອນຄົນແນ່ນອນມັນກໍກາຍເປັນມັດຈຸລາດມາທຳລາຍຄົນດັ່ງສະພາບທີ່ເຮົາປະສົບພົບພໍ້. ຍັງໄຄແດ່ແຕ່ວ່າໜາວປີນີ້ຍັງບໍ່ມີແຫລ່ງຂ່າວຄາວວ່າມີສັດ ຫລື ຄົນຕາຍຍ້ອນໄພໜາວ ສ່ວນວ່າສະພາບສັດຕາຍຢູ່ເມືອງວຽງໄຊແຂວງຫົວພັນ 100 ກວ່າໂຕນັ້ນເປັນຍ້ອນພະຍາດປາກເປື່ອຍລົງເລັບມັນບໍ່ແມ່ນຍ້ອນໄພໜາວ.
ເຖິງຢ່າງໃດກໍດີ, ຕາມການພະຍາກອນຂອງອຸຕຸນິຍົມ ແລະ ອຸທົກກະສາດຂອງລາວເຮົາເພິ່ນກໍວ່າສະພາບຄວາມໜາວບ້ານເຮົາອາດຈະແກ່ຍາວໄປຮອດວັນທີ 15 ມັງກອນຈຶ່ງຈະເບົາບາງລົງ, ຄິດວ່າສະພາບຄວາມໜາວມາຮອບນີ້ກໍອາດຈະບໍ່ມີສັດສາວາສິ່ງ ຫລື ຄົນເຮົາເຈັບເປັນ ຫລື ເສຍຊີວິດຍ້ອນ, ສິ່ງສຳຄັນຄືໃຫ້ທຸກຄົນຮັກສາສຸຂະພາບທັງຕິດຕາມຂ່າວຄາວສະພາບການປ່ຽນແປງຂອງດິນຟ້າອາກາດແຕ່ລະໄລຍະ, ເພາະສະໄໝນີ້ທຸກສິ່ງຢ່າງມັນບໍ່ມີຫຍັງຈະແນ່ນອນສິ່ງທີ່ແນ່ນອນກໍຄືຄວາມບໍ່ແນ່ນອນນັ້ນເອງ. ເບິ່ງພະພຸດທະເຈົ້າຕອນພະອົງຍັງມີຊີວິດເພິ່ນໄດ້ທຳນາຍໄວ້ລ່ວງໜ້າໄວ້ວ່າ: ກ້າວເຂົ້າຍຸກ ພສ 2500 ມະນຸດທີ່ຢູ່ໃນໂລກຈະປະສົບບັນຫາໄພພິບັດ 9 ຢ່າງດັ່ງນີ້: ໜຶ່ງຈະເກີດພາຍຸລົມແຮງແຜ່ນດິນໄຫວ, ສອງຈະເກີດອັກຄີໄພ, ສາມຈະເກີດອຸທົກກະໄພ, ສີ່ ຈະເກີດຟ້າຜ່າ, ຫ້າຈະເກີດຮ້ອນເກີນໄປໜາວເກີນໄປ, ຫົກຈະເກີດສານພິດຕ່າງໆ, ເຈັດຈະເກີດກາລະໂລກຕ່າງໆ, ແປດຈະເກີດເຂົ້າຍາກໝາກແພງ ແລະ ເກົ້າຈະເກີດອາຄາດພະຍາບຽດບຽນ ເຊິ່ງກັນ ແລະ ກັນ ຕາມທິດກ່ຳວ່າສິ່ງທີ່ເພິ່ນໄດ້ທຳນາຍໄວ້ນີ້ ມາຮອດຍຸກປັດຈຸບັນມັນຖືກເປະປານກຳປັ້ນຕີດິນ, ແຕ່ອັນສຳຄັນທີ່ສຸດຢ່າພາກັນຕາຍຍ້ອນຄວາມປະໝາດກໍຖືວ່າພວກເຮົາພາກັນຍືນຍົງໄປຫລາຍເຕີບ.