ຢ່າໃຫ້ຫ້ອງນ້ຳໃນບ່ອນທ່ອງທ່ຽວເປັນກະແສວິພາກວິຈານ


ໃນປັດຈຸບັຮ, ຫ້ອງນ້ຳຢູ່ຕາມສະຖານທີ່ທ່ອງທ່ຽວຕ່າງໆໃນບ້ານເຮົາ, ສ່ວນຫລາຍຍັງເປື້ອນເປິະສ້າງຄວາມລຳບາກໃຫ້ແກ່ນັກທ່ອງທ່ຽວ. ກໍດັ່ງບໍລິສັດ ວອນເດີແລນທົວ ມີຄວາມເປັນຫ່ວງທີ່ສຸດສໍາລັບປີທ່ຽວທ່ຽວ 2018 ຫາກບໍ່ມີມາດຕະການເນັ້ນດ້ານຄວາມສະອາດຫ້ອງນ້ຳແລ້ວ ກໍຈະເກີດມີສຽງວິພາກວິຈານຫລາຍຄືຜ່ານມາ, ລວມໄປເຖິງການຈັດສັນຂີ້ເຫຍື້ອ ແລະ ການຮັກສາອານາໄມສິ່ງແວດລ້ອມ.
ທ່ານ ນິລັນໄຊ ດາຣາຣັດສະໝີ ຜູ້ອຳນວຍການບໍລິສັດ ວອນເດີແລນທົວ ກ່າວວ່າ: ຕົນເອງເຮັດບໍລິການທ່ອງທ່ຽວພາຍໃນ ແລະ ຕ່າງປະເທດມາໄດ້ຫລາຍປີພໍສົມຄວນ ແລະ ກໍໄດ້ພານັກທ່ອງທ່ຽວໄປສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຕ່າງໆທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫລວງຫລາຍແລະ ເຫັນວ່າບັນຫານີ້ຢູ່ບ້ານເພີ່ນແມ່ນເຮັດໄດ້ດີຫລາຍຖ້າທຽບກັບບ້ານເຮົາເມືອງເຮົາ, ຊຶ່ງຍັງຈະຕ້ອງໄດ້ພັດທະນາຕື່ມອີກ ນັບທັງການເກັບມ້ຽນຂີ້ເຫຍື້ອ ແລະ ບັນຫາຫ້ອງນໍ້າ, ບາງບ່ອນຫ້ອງນໍ້າຕັ້ງຢູ່ໄກ, ເມື່ອໄປຮອດພັດເປີະເປື້ອນໃຊ້ງານບໍ່ໄດ້, ບາງຄັ້ງບໍ່ມີຮອດນໍ້າລ້າງ, ມີກິ່ນເໝັນສົ່ງຜົນກະທົບບໍ່ດີຕໍ່ສັງຄົມ ແລະ ສິ່ງແວດລ້ອມຫລາຍສົມຄວນ, ໃນແຕ່ລະປີຜ່ານມານີ້, ບໍລິສັດໄດ້ພານັກທ່ອງທ່ຽວຕ່າງຊາດມາທ່ຽວລາວເຮົາປີໜຶ່ງບໍ່ຕໍ່າກວ່າ 1.000 ຄົນ,ບາງຄັ້ງກໍໄດ້ຍີນສຽງຈົ່ມວິພາກວິຈານຈາກນັກທ່ອງທ່ຽວກ່ຽວກັບຫ້ອງນໍ້າ ແລະ ຂີ້ເຫຍື້ອຫລາຍພໍສົມຄວນ. ສະນັ້ນປີທ່ອງທ່ຽວລາວ 2018 ນີ້, ເຖິງວ່າພາກລັດໄດ້ຈັດກິດຈະກໍາຕ່າງໆ ແລະ ມີການຍົກເວັ້ນວີຊາບາງປະເທດ ເພື່ອສົ່ງເສີມການທ່ອງທ່ຽວກໍຕາມ, ແຕ່ຖ້າພວກເຮົາບໍ່ເອົາໃຈໃສ່ພັດທະນາລະບົບຫ້ອງນໍ້າ ແລະ ການອານາໄມສຸຂາພິບານແລ້ວ ກໍຈະສົ່ງຜົນກະທົບບໍ່ໜ້ອຍຕໍ່ການດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວລາວເປັນບໍ່ໜ້ອຍ, ພ້ອມນັ້ນກໍຄວນເອົາໃຈໃສ່ໃນການຄຸ້ມຄອງທີ່ດີ, ມີມາດຕະການໃນການຮັກສາອານາໄມສິ່ງແວດລ້ອມ ເພື່ອເລັ່ງໃສ່ສ້າງຄວາມປະທັບໃຈໃຫ້ແກ່ຜູ້ມາທ່ຽວ.