ລາວ-ກໍາປູເຈຍເພີ່ມທະວີການ​ຮ່ວມ​ມືວຽກງານປ້ອງກັນ​ຄວາມ​ສະຫງົບ

ລາວ-ກໍາປູເຈຍເພີ່ມທະວີການ​ຮ່ວມ​ມືວຽກງານປ້ອງກັນ​ຄວາມ​ສະຫງົບ - laos cambodia - ລາວ-ກໍາປູເຈຍເພີ່ມທະວີການ​ຮ່ວມ​ມືວຽກງານປ້ອງກັນ​ຄວາມ​ສະຫງົບ
ລາວ-ກໍາປູເຈຍເພີ່ມທະວີການ​ຮ່ວມ​ມືວຽກງານປ້ອງກັນ​ຄວາມ​ສະຫງົບ - kitchen vibe - ລາວ-ກໍາປູເຈຍເພີ່ມທະວີການ​ຮ່ວມ​ມືວຽກງານປ້ອງກັນ​ຄວາມ​ສະຫງົບ

ກອງ​ປະຊຸມ​ຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ ສປປ ລາວ ​ແລະ ກະຊວງ​ພາຍ​ໃນ​ແຫ່ງຣາຊະ​ອານາຈັກ​ກຳປູ​ເຈຍ​ປີ 2018 ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ມັງກອນນີ້ທີ່​ນະຄອນຫລວງ​ວຽງ​ຈັນ, ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂອງທ່ານພົນຕີ ສົມ​ແກ້ວ ສີ​ລາ​ວົງ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບລາວ ​ແລະ ສົມ​ເດັດ ກຼໍລາ​ໂຮມ ຊໍ​ ​ເຄັງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ພາຍ​ໃນ​ແຫ່ງຣາຊະ​ອານາຈັກ​ກຳປູ​ເຈຍ, ພ້ອມດ້ວຍ​ຄະນະ​ຜູ້​ແທນ​ສອງ​ຝ່າຍ​ເຂົ້າຮ່ວມ.

​ກອງ​ປະຊຸມ​ຄັ້ງນີ້, ​ສອງ​ຝ່າຍ​ໄດ້​ຜັດປ່ຽນ​ກັນ​ແຈ້ງ​ສະພາບ ​ແລະ ທົບ​ທວນຄືນ​ຜົນ​ການຈັດຕັ້ງປະຕິບັດ​ບົດ​ບັນທຶກ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງໃນ​ປີ ​ຜ່ານ​ມາ, ​ພ້ອມທັງ​ປຶກສາ​ຫາລື​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ເຊິ່ງກັນ ​ແລະ ກັນ​ຢ່າງ​ກົງ​ໄປກົງ​ມາ​ໃນ​ຫລາຍ​ດ້ານ ​ເປັນຕົ້ນ​: ການ​ຮ່ວມ​ມື​ຮັກສາ​ຄວາມ​ສະຫງົບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຕາມ​ຊາຍ​ແດນ, ການ​​ກວດກາ ​ແລະ ຄວບ​ຄຸມ​ຢາ​ເສບ​ຕິດ, ການ​ຕ້ານ​ການ​ຄ້າ​ມະນຸດ, ການ​​ອຳນວຍ​ຄວາມ​ສະດວກໃນ​ການ​ເຂົ້າ-ອອກ​ເມືອງ, ການ​ແລກປ່ຽນ​ຢ້ຽມຢາມ​ຂອງຄະນະ​ຜູ້​ແທນ, ​ການ​ກໍ່ສ້າງ​ກຳລັງ ​ແລະ ການຮ່ວມມື​ດ້ານ​ອື່ນໆ, ຊຶ່ງ​ໃນ​ໄລຍະ​ຜ່ານ​ມາ​ໜ່ວຍ​ງານ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ຝ່າຍໄດ້ຮ່ວມ​ມື​ກັນ​ໃນ​ການ​ສະກັດ​ກັ້ນກຸ່ມ​ຄົນ​ບໍ່​ດີ​ທີ່​ເຄື່ອນ​ໄຫວລັກລອບ​ຂົນ​ສົ່ງ ​ແລະ ຄ້າຂາຍ​ຢາ​ເສບ​ຕິດ​ຢູ່​ບໍລິ​ເວນ​ຊາ​ຍ​ແດນ ແລະ ​ສາມາດ​ຈັບ​ກຸມ​ເປົ້າຜູ້ກະທຳ​ຜິດ​ມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ​ໄດ້​ຈຳນວນ​ໜຶ່ງ.

​ໂອກາດ​ນີ້, ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບລາວ ​ແລະ ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ພາຍ​ໃນ​ກຳປູ​ເຈຍ, ໄດ້ຮ່ວມກັນລົງ​ນາມ​ໃນ​ບົດ​ບັນທຶກ​ວ່າ​ດ້ວຍ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບລາວ ​ແລະ ກະຊວງ​ພາຍ​ໃນ​ກຳປູ​ເຈຍປະຈຳ​ປີ 2018 ເພື່ອແນໃສ່ເຮັດໃຫ້ຊາຍແດນສອງປະເທດມີ​ຄວາມ​ສະຫງົບ ​ແລະ ​ເປັນ​ລະບຽບ​ຮຽບຮ້ອຍດີ.​

ລາວ-ກໍາປູເຈຍເພີ່ມທະວີການ​ຮ່ວມ​ມືວຽກງານປ້ອງກັນ​ຄວາມ​ສະຫງົບ - 3 - ລາວ-ກໍາປູເຈຍເພີ່ມທະວີການ​ຮ່ວມ​ມືວຽກງານປ້ອງກັນ​ຄວາມ​ສະຫງົບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!