The Pizza Company ຈັບລາງວັນມອບໂຊກໃຫ້ລູກຄ້າ


ວັນທີ 18 ມັງກອນນີ້, ຮ້ານ ເດີພິດຊາ ຄອມປານີ (The Pizza Company) ສາຂາສູນການຄ້າວຽງຈັນເຕີນະຄອນຫລວງວຽງຈັນ, ໄດ້ຈັບລາງສະຫລາກມອບໂຊກໃຫ້ລູກຄ້າຂອງຕົນ, ໂດຍການເຂົ້າຮ່ວມຂອງທ່ານ ບຸນສະຫວັນ ວົງປະເສີດ ຜູ້ຈັດການຝ່າຍການຕະຫລາດຮ້ານເດີພິດຊາຄອມປານີ ແລະ ມີລູກຄ້າເຂົ້າຮ່ວມເປັນຈໍານວນຫລາຍ.
ຜູ້ຈັດການຝ່າຍການຕະຫລາດ ໃຫ້ຮູ້ວ່າ: ການຈັບສະຫລາກຄັ້ງນີ້, ເປັນການມອບໂຊກໃຫ້ແກ່ລູກຄ້າໃນໂອກາດປີໃໝ່ 2018, ເຊິ່ງເລີ່ມມາແຕ່ເດືອນທັນວາ 2017 ຫາເດືອນມັງກອນ 2018, ໂດຍລູກຄ້າທີ່ມາໃຊ້ບໍລິການຈະໄດ້ຮັບບັດຊີງໂຊກ 1 ໃບ.
ປັດຈຸບັນ, ເດີພິດສາຄອມປານີ ໄດ້ເປີດບໍລິການຢູ່ລາວແລ້ວ 5 ສາຂາຄື: ວຽງຈັນເຊັນເຕີ, ດົງໂດກ, ສວນມອນ, ໂພນສີນວນ, ຫໍວັດທະນະທຳ ແລະ ຄາດວ່າໃນປີນີ້ຈະເປີດເພີ່ມອີກ 3 ສາຂາຢູ່ນະຄອນຫລວງວຽງຈັນເພື່ອໃຫ້ບໍລິການລູກຄ້າໄດ້ຢ່າງທົ່ວເຖີງ. ນອກນີ້ຍັງເປີດບໍລິການສັ່ງພິດຊາ ແລະ ອາຫານຜ່ານທາງແອັບພລີເຄຊັນຂອງຮ້ານ, ຊຶ່ງເປັນອີກຊ່ອງທາງໜຶ່ງທີ່ອຳນວຍຄວາມສະດວກແກ່ລູກຄ້າ.
ສຳລັບການຈັບລາງວັນມອບໂຊກມີທັງໝົດ 5 ລາງວັນ, ລວມມູນຄ່າຫລາຍກວ່າ 20 ລ້ານກີບ, ຜູ້ໂຊກດີໄດ້ຮັບລາງວັນທີ 1 ລົດຈັກ Neo RXC ຄື: ນາງ ແມັກກີ້ ຢູ່ບ້ານໂພນປ່າເປົ້າເມືອງສີສັດຕະນາກນະຄອນຫລວງວຽງຈັນ.