ປິດການແຂ່ງຂັນເປຕັງຊີງຂັນ ປະທານສະໂມສອນຕຸ່ນເຈີເວີຣີ

ປິດການແຂ່ງຂັນເປຕັງຊີງຂັນ ປະທານສະໂມສອນຕຸ່ນເຈີເວີຣີ - 27292654 1904635313011314 725500677 n - ປິດການແຂ່ງຂັນເປຕັງຊີງຂັນ ປະທານສະໂມສອນຕຸ່ນເຈີເວີຣີ
ປິດການແຂ່ງຂັນເປຕັງຊີງຂັນ ປະທານສະໂມສອນຕຸ່ນເຈີເວີຣີ - kitchen vibe - ປິດການແຂ່ງຂັນເປຕັງຊີງຂັນ ປະທານສະໂມສອນຕຸ່ນເຈີເວີຣີ

ໃນວັນທີ 21 ມັງກອນນີ້ ທີ່ສະໂມສອນເປຕັງ ຕຸ່ນຈິເວີຣີ ບ້ານທົ່ງຂັນຄໍາ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ມີພິທີປິດການແຂ່ງຂັນເປຕັງຊີງຂັນປະທານສະໂມສອນຕຸ່ນເຈີເວີຣີ ໂດຍໃຫ້ກຽດມອບລາງວັນຂອງທ່ານ ບຸນຍັງ ສີໂພນໄຊ ນາຍບ້ານທົ່ງຂັນຄຳ ແລະ ທ່ານ ວັນສີ ສີໃສແກ້ວ ປະທານສະໂມສອນເປຕັງ ຕຸ່ນຈິເວີຣີ ພ້ອມດ້ວຍບັນດາຄະນະນຳແຕ່ລະສະໂມສອນ, ຄູຝຶກ ແລະ ນັກກິລາຈາກສະໂມສອນອ້ອມຂ້າງນະຄອນຫລວງວຽງຈັນ ແລະ ແຂວງໃກ້ຄຽງເຂົ້າຮ່ວມ.

ການແຂ່ງຂັນຄັ້ງນີ້ປະກອບມີສະໂມສອນດອນຝ້າຍ, ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ສູນກິລາບຶງຂະຫຍອງ, ລາວໂທລະຄົມມະນາຄົມ, ບ້ານທົ່ງຕູມ, ບ້ານດອນແດງ, ບ້ານທົ່ງຂັນຄໍາ, ບ້ານໂຊກຄຳ ແລະ ສະໂມສອນອື່ນໆອ້ອມຂ້າງສູນກາງ, ພິເສດຈາກແຂວງວຽງຈັນ ແລະ ບໍລິຄຳໄຊ ການແຂ່ງຂັນດຳເນີນລະຫວ່າງວັນທີ 20-21 ມັງກອນ 2018, ໃນນັ້ນມີການກຳນົດເງື່ອນຂອງນັກກິລາ ສຳລັບນັກກິລາທີມຊາດ ຊຸດເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 27 ທີ່ສະຫະພາບມຽນມາ ແຕ່ປີ 2013 ຈົນມາເຖິງປັດຈຸບັນ ແລະ ນັກກິລາເຂດທີ່ເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ 10 ທີ່ແຂວງອຸດົມໄຊ ປີ 2014 ນັ້ນ ແມ່ນຫ້າມຈັບຄູ່ກັນລົງສະໜາມເດັດຂາດ ແລະ ນັກກິລາຕ່າງປະເທດບໍ່ສາມາດເຂົ້າຮ່ວມແຂ່ງຂັນໄດ້.

ຜ່ານການແຂ່ງຂັນຜົນປາກົດວ່າ ຄູ່ຊີງຊະນະເລີດ ທີມກຽດເມືອງໃຕ້ ຈາກບ້ານໂຊກຄຳ ສາມາດປະກາດສັກດາ ຊະນະ ທີມດີເອັມເອັກ ໄປແບບສຸດມັນ 11-8 ຄະແນນ ຄວ້າແຊ້ມ ແລະ ຂັນເງິນທີ່ຜະລິດຈາກ ຮ້ານຂາຍຄຳ ແລະ ເງິນຄົບວົງຈອນ ຕຸ່ນຈິເວີຣີ 1 ໜ່ວຍ ພ້ອມເງິນສົດ 10 ລ້ານກີບ ໄປຄອງ, ສ່ວນທີມດີເອັມເອັກໄດ້ພຽງຮອງຊະນະເລີດ ແລະ ຂັນໂລ້ 1 ໜ່ວຍ ພ້ອມເງິນສົດ 3 ລ້ານກີບ, ທີ 3 ເຈົ້າພາບ ຕຸ່ນຈິເວີຣີ ໄດ້ຮັບຂັນໂລ້ ພ້ອມເງິນສົດ 2 ລ້ານກີບ ແລະ ທີ 4 ປກສ ໄດ້ຮັບລາງວັນຊົມເຊີຍຈຳນວນໜຶ່ງ.

ປິດການແຂ່ງຂັນເປຕັງຊີງຂັນ ປະທານສະໂມສອນຕຸ່ນເຈີເວີຣີ - 3 - ປິດການແຂ່ງຂັນເປຕັງຊີງຂັນ ປະທານສະໂມສອນຕຸ່ນເຈີເວີຣີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!