ວິທີກຳຈັດໄຂມັນໃນລຳໄສ້


ໂທດທີ່ເກີດຈາກໄຂມັນຈັບໃນຜິວໜັງລຳໄສ້ ຫາກສະສົມຈະເຮັດໃຫ້ເກີດຂໍ້ບົກພ່ອງ ແລະ ເປັນຜົນເຮັດໃຫ້ເກີດພະຍາດຕ່າງໆໄດ້ ເຊັ່ນ :
- ຖົງນຳ້ບີ ເຮັດໃຫ້ນອນບໍ່ຫລັບ, ອາລົມບໍ່ປົກກະຕິ, ໜິ້ວໃນໝາກໄຂ່ຫລັງ, ສາຍຕາເສື່ອມ, ປວດເມື່ອຍຕາມຮ່າງກາຍ.
- ເລືອດລ້ຽງສະໝອງບໍ່ພໍ ເຮັດໃຫ້ມຶນຫົວ.
- ໝາກໄຂ່ຫລັງເສື່ອມ ເຮັດໃຫ້ຄວາມຈື່ຈຳຫລຸດລົງ ແລະ ເປັນຄົນຢ້ານອາກາດໜາວ.
- ມ້າມຊຸ່ມ ເຮັດໃຫ້ອາຫານທີ່ກິນເຂົ້າໄປປ່ຽນສະພາບເປັນໄຂມັນ ເປັນຜົນເຮັດໃຫ້ຕຸ້ຍງ່າຍ.
- ມ້າມໃຫຍ່ ເຮັດໃຫ້ເມື່ອຍງ່າຍ ຍ້ອນມ້າມໄປບຽດປອດ.
- ຖ້າໄຂມັນຈັບລຳໄສ້ນ້ອຍຫລາຍ ຈະເຮັດໃຫ້ລຳໄສ້ນ້ອຍບໍ່ສາມາດດູດຊຶມວິຕາມິນເຊໄດ້ ເປັນຜົນເຮັດໃຫ້ເປັນໄຂ້ຫວັດໃນຕອນເຊົ້າ ຫລື ໄຂ້ຫວັດຊຳ້ເຮື້ອ, ກັ້ນຍ່ຽວບໍ່ຢູ່, ເກີດພະຍາດພູມແພ້ ເຮັດໃຫ້ຈາມໃນຕອນເຊົ້າ.
- ຖ້າໄຂມັນໃນຕັບສູງ ການສ້າງເມັດເລືອດຈະລຳບາກ ສະນັ້ນ ການດື່ມຕາມສູດນີ້ ນອກຈາກຈະຊ່ວຍຫລຸດໜ້າທ້ອງແລ້ວ ຍັງສົ່ງຜົນໃຫ້ອາການປ່ວຍທັງ 7 ຢ່າງນັ້ນຫາຍໄປໄດ້ນຳ. ຕໍ່ໄປນີ້ແມ່ນສູດລ້າງສຳໄລ້ ກຳຈັດໄຂມັນທີ່ຈັບຢູ່ ແລະ ຍັງຊ່ວຍຫລຸດໄຂມັນໜ້າທ້ອງໄດ້ນຳອີກ. ສະນັ້ນ, ເຮົາມາປ້ອງກັນການເກີດໄຂມັນຈັບໃນຜິວໜັງລຳໄສ້ ເພື່ອປ້ອງກັນຄວາມຕຸ້ຍໄວ້ແຕ່ຕອນນີ້ເລີຍ. ສູດຫລຸດໜ້າທ້ອງນີ້ຈະຊ່ວຍປັບຄວາມດຸ່ນດ່ຽງຮ່າງກາຍ ແລະ ຄວບຄຸມນຳ້ໜັກ ຜູ້ທີ່ມີບັນຫາສຸຂະພາບ ເຊັ່ນ : ປວດຂໍ້, ຂາປັ້ນຕະຫລອດ ຫລື ຕຸ້ຍ ສາມາດເອົາວິທີນີ້ໄປໃຊ້ດື່ມເປັນປະຈຳເພື່ອສຸຂະພາບທີ່ດີ ແລະ ຊ່ວຍຫລຸດຜ່ອນອາການພະຍາດຕ່າງໆໄດ້.
– ນົມສົດຈືດ ຫລື ນົມສົດໄຂມັນຕໍ່າ 1 ກ່ອງ ຂະໜາດ 250 ມິນລີລິດ.
– ໂຢເກິດຈືດ ຫລື ໂຢເກິດໄຂມັນຕໍ່າເຄິ່ງຈອກ.
– ນຳ້ເຜິ້ງແທ້ 1 ບ່ວງແກງ.
– ໝາກນາວ 1 ໜ່ວຍ.
ນຳ້ເຜິ້ງມີສານແອນຕີອັອກຊິເດນ ຄືກັບທີ່ມີໃນຜັກໃບຂຽວ ແລະ ຍັງມີວິຕາມິນເບ, ວິຕາມິນເຊ, ຟົສຟໍ, ທາດການຊຽມ, ເກືອແຮ່ ແລະ ກົດອະມິໂນ ເຊິ່ງມີປະໂຫຍດຕໍ່ສຸຂະພາບ ແລະ ຊ່ວຍຫລຸດຄວາມເສື່ອມຂອງແຊນ, ແຮ່ທາດທີ່ກ່າວມາລ້ວນມີຄວາມຈຳເປັນຕໍ່ຮ່າງກາຍທີ່ຈະເຂົ້າໄປຟື້ນຟູພາກສ່ວນທີ່ເສື່ອມສະພາບ, ບຳລຸງເລືອດ.
– ເອົາສ່ວນປະສົມທັງໝົດປະສົມໃຫ້ເຂົ້າກັນ ແລະ ຕ້ອງດື່ມຕອນເຊົ້າ ຄາບດຽວກ່ອນອາຫານ ເຊິ່ງຫາກກິນຄາບອື່ນຈະບໍ່ໄດ້ຜົນດີ, ຄວນວາງປະໄວ້ 15 – 30 ນາທີ ເພື່ອໃຫ້ຈຸລິນຊີເຮັດວຽກ ແລະ ຄວນດື່ມນຳ້ 1 – 2 ຈອກຫລັງຈາກກິນແລ້ວ ຈະເຫັນຜົນດີຍິ່ງຂຶ້ນ.
ສັບພະຄຸນບໍ່ແມ່ນຢາຫລຸດນຳ້ໜັກໂດຍກົງ, ແຕ່ຈະປັບທາດ, ລ້າງພິດໃນລຳໄສ້, ລ້າງໄຂມັນ, ກິນມື້ທຳອິດຈະເຫັນຜົນເລີຍວ່າອາຈົມຈະເປັນສີດຳ ແລະ ໄລ່ລົມໃນກະເພາະອາຫານໄດ້ດີ. ໄລຍະຕໍ່ມາເມື່ອລຳໄສ້ ແລະ ກະເພາະອາຫານໃນຮ່າງກາຍປັບໂຕໄດ້ກັບອາຫານທີ່ກິນແລ້ວ ຈະເຂົ້າສູ່ສະພາບປົກກະຕິ, ແຕ່ຕໍ່ມາຈະມີຄວາມຮູ້ສຶກວ່າໜ້າທ້ອງແປລົງ ເນື່ອງຈາກຈຸລິນຊີໃນໂຢເກິດເຮັດໃຫ້ລຳໄສ້ ເຮັວວຽກໄດ້ດີ ບໍ່ເຮັດໃຫ້ລຳໄສ້ບວມ ໜ້າທ້ອງຈຶ່ງບໍ່ໃຄ່ ຄວນກິນທຸກເຊົ້າຕິດຕໍ່ກັນທຸກມື້.