ອຸຕຸເຕືອນ 31 ມັງກອນຫາ 6 ກຸມພານີ້ອາກາດຈະໜາວ ແລະ ມີລົມແຮງຢູ່ຫລາຍທ້ອງຖິ່ນ


ກົມອຸຕຸຍິຍົມ ແລະ ອຸທົກກະສາດ ໄດ້ເຕືອນວ່າ: ມວນອາກາດໜາວເຢັນຈາກປະເທດຈີນຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສຽງເໜືອທີ່ມີກຳລັງແຮງພັດປົກຄຸມຢູ່ທົ່ວທຸກພາກໃນໄລຍະວັນທີ 31 ມັງກອນຫາວັນທີ 6 ກຸມພານີ້, ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງຕື່ມ 3-5 ອົງສາຢູ່ແຂວງພາກເໜືອ, ພ້ອມມີຝົນຕົກກະຈາຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ, ໂດຍສະເພາະຢູ່ເຂດພູດອຍບັນດາແຂວງພາກເໜືອ, ແຂວງໄຊສົມບູນ, ເມືອງດາກຈຶງ ແລະ ເຂດພູພຽງບໍລະເວນອາກາດຈະໜາວເຢັນຫລາຍ. ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມອາກາດໜາວເຢັນດັ່ງກ່າວ, ເຊິ່ງອາດຈະມີຜົນກະທົບຕໍ່ສຸຂະພາບໂດຍສະເພາະເດັກນ້ອຍ ແລະ ຜູ້ເຖົ້າ ນຸ່ງຫົ່ມໃຫ້ອົບອຸ່ນ, ພ້ອມທັງຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງໃກ້ຊິດ.