ຊ່າເພິ່ນຊ່າດີ ຊ່າໂຕເປັນຜີຂາຍໜ້າ

ຊ່າເພິ່ນຊ່າດີ ຊ່າໂຕເປັນຜີຂາຍໜ້າ - 25411fddd - ຊ່າເພິ່ນຊ່າດີ ຊ່າໂຕເປັນຜີຂາຍໜ້າ
ຊ່າເພິ່ນຊ່າດີ ຊ່າໂຕເປັນຜີຂາຍໜ້າ - kitchen vibe - ຊ່າເພິ່ນຊ່າດີ ຊ່າໂຕເປັນຜີຂາຍໜ້າ

ໂດຍ: ທິດກ່ຳ

ໃນຄວາມເປັນຈິງແລ້ວ, ທິດ ກ່ຳ ກໍສະແດງຄວາມດີໃຈນຳ ເພື່ອນບ້ານຄືສະຫາຍຫວຽດນາມ ທີ່ເປັນເພື່ອນມິດ ແລະ ຄວາມສາ ມັກຄີພິເສດມາຕັ້ງແຕ່ສະໄໝ ພ້ອມກັນລົ້ມລຸກຄຸກຄານ, ຮ່ວມສຸກ ຮ່ວມທຸກ ແລະ ຮ່ວມຂຸມຄອງ ດຽວກັນຕີສັດຕູ ຂອງຊາດຈົນ ໄດ້ ຮັບໄຊຊະນະ ຢ່າງຖ້ວມທົ້ນ. ໃນປີ 1975 ລາວສາມາດປົດປ່ອຍທົ່ວ ປະເທດ. ສ່ວນສະຫາຍຫວຽດ ນາມກໍໄດ້ປົດປ່ອຍພາກໃຕ້ອັນ ເປັນ ໄຊຊະນະຂອງສອງປະເທດ ຫລື ວ່າຂອງສາມປະເທດອິນດູ ຈີນ ອ້າຍນ້ອງລາວ-ຫວຽດ ແລະ ກຳປູເຈຍດ້ວຍກັນ ແລະ ນັບແຕ່ ປະເທດຊາດຂອງຕົນໄດ້ຮັບການ ປົດປ່ອຍແຕ່ລະປະເທດກໍບໍ່ໄດ້ ປະຖິ້ມມູນເຊື້ອແຫ່ງຄວາມສາມັກ ຄີທີ່ສອງພັກ, ສອງລັດ ແລະ ສອງຊາດ ເຊິ່ງບັນດາທ່ານຜູ້ນຳ ໄດ້ພາເຮັດພາສ້າງ ແລະ ສັ່ງສອນ ເອົາໄວ້. ເກືອບໜຶ່ງທົດສະວັດທີ່ ສອງຊາດ ລາວ-ຫວຽດນາມໄດ້ ຫລຸດພົ້ນອອກຈາກ ແປວໄຟແຫ່ງ ສົງຄາມອິນດູຈີນແຕ່ລະປະເທດ ກໍໄດ້ບຸກບືນສ້າງສາປະເທດຊາດຂອງຕົນໃຫ້ຈະເລີນຮຸ່ງເຮືອງກ້າວ ໜ້າ ແລະ ພັດທະນາໄປຢ່າງບໍ່ຢຸດ ຢັ້ງ. ພິເສດທາງສະຫາຍຫວຽດ ນາມຜູ້ມີ ພື້ນຖານມາຍາວນານ ແລະ ໜັກແໜ້ນກວ່າກໍມີຫລາຍ ສິ່ງຫລາຍຢ່າງໄດ້ປະກອບສ່ວນ ຊ່ວຍເຫລືອລາວນັບແຕ່ສະໄໝສົງ ຄາມຈົນມາຮອດຍຸກປັດຈຸບັນ.

ຊ່າເພິ່ນຊ່າດີ ຊ່າໂຕເປັນຜີຂາຍໜ້າ - Visit Laos Visit SALANA BOUTIQUE HOTEL - ຊ່າເພິ່ນຊ່າດີ ຊ່າໂຕເປັນຜີຂາຍໜ້າ
ຊ່າເພິ່ນຊ່າດີ ຊ່າໂຕເປັນຜີຂາຍໜ້າ - Visit Laos Visit SALANA BOUTIQUE HOTEL - ຊ່າເພິ່ນຊ່າດີ ຊ່າໂຕເປັນຜີຂາຍໜ້າ

+ ລົ້ມມວຍເອົາຄວາມຊວຍມາໃຫ້ປະເທດຊາດ

+ ຫວຽດນາມ ສ້າງປະຫວັດສາດຍິ່ງໃຫຍ່ ຍິງຈຸດໂທດຊະນະ ກາຕາ 6-5 ຜ່ານເຂົ້າຮອບຊີງບານເຕະອາຊີ U-23

ດ້ວຍການນຳພາອັນໜັກ ແໜ້ນແຂງແກ່ນຂອງບັນດາຜູ້ ນຳໃນຫລາຍປີຜ່ານມາໄດ້ເຮັດ ໃຫ້ປະເທດຫວຽດນາມອ້າຍ ນ້ອງມີການພັດທະນາກ້າວໄປ ຢ່າງບໍ່ຢຸດຢັ້ງ ໄປຄຽງຄູ່ກັບ ຄວາມກ້າວໜ້າດ້ານອື່ນໆແລ້ວ, ຕາມທິດກ່ຳໄດ້ຕິດຕາມເຫັນໜຶ່ງ ໃນຂົງເຂດທີ່ພົ້ນເດັ່ນກໍແມ່ນບັນຫາການສ້າງຊັບພະຍາກອນມະ ນຸດ. ເວົ້າເຖິງການສຶກສາກໍສາ ມາດເວົ້າໄດ້ວ່າທຽບກັບລະດັບ ໂລກ, ເພາະເປັນໜຶ່ງ ໃນບັນດາ ປະເທດທີ່ໄດ້ເຂົ້າຮ່ວມໃນເວທີ ສາກົນທາງດ້ານສຶກສາ. ສ່ວນ ອັນດັບຕໍ່ມາກໍແມ່ນ ວົງການກິລາ ເຫັນໄດ້ວ່າມີການພັດທະນາກ້າວ ຂຶ້ນເລື້ອຍໆ. ເວົ້າໄດ້ວ່າກ້າວຂຶ້ນ ໃນລະດັບ ແຖວໜ້າຂອງອາຊຽນ ແລະ ລະດັບອາຊີບຕົວຢ່າງເມື່ອ ບໍ່ດົນມານີ້ຢູ່ 23 (U-23) ທິມ ຊາດຫວຽດນາມໄດ້ສ້າງຊື່ສຽງ ໃຫ້ແກ່ປະເທດຊາດໄດ້ຢ່າງສົມ ກຽດຄືໄດ້ ຮອງແຊມ ຫລື ວ່າ ໄດ້ ຮອງຊະນະເລີດພາຍຫລັງເສຍ ໃຫ້ອຸສະເບັກກິສຖານໃນຊ່ວງ ຕໍ່ເວລາພິເສດ 2-1 ແຕ່ກ່ອນ ກ້າວມາເຖິງຮອບຊິງແຊມກັບອຸ ສະເບັກກິສຖານ U-23 ຫວຽດ ນາມສາມາດ ເອົາຊະນະ ອີຣັກ, ຊະນະກາຕາ. ນີ້ກໍສະແດງໃຫ້ ເຫັນວ່າພາຍໃຕ້ການຊີ້ນຳ- ນຳ ພາຂອງຄະນະຮັບຜິດຊອບ ແລະ ພາກສ່ວນກ່ຽວຂ້ອງໂດຍເຫັນ ແກ່ຊາດ ບ້ານເມືອງເປັນ ຫລັກ ວົງການກິລາບານເຕະຫວຽດ ນາມນັບມື້ມີການພັດທະນາ ແລະ ກ້າວໄປໜ້າເລື້ອຍໆ. ຈາກຄວາມ ກ້າວໜ້າ ແລະ ພັດທະນາຄືດັ່ງ ທີ່ວ່ານີ້, ເມື່ອມາທຽບໃສ່ວົງ ການກິລາບານເຕະບ້ານໂຕພັດປະ ກົດວ່າໃສ່ເກຍຖອຍຫລັງ. ສະ ໄໝປີ 2009 ຄືນຫລັງຊະນະ ກຳປູເຈຍ, ຊະນະບຣູໄນ ແລະ ຊະ ນະຕີມໍເລສເຕແບບຖ້ວມທົ້ນ, ແຕ່ມາດຽວນີ້ເຂົາເກັບເອົາລູກທີ່ ເສຍໃຫ້ລາວໃນຜ່ານມານັ້ນຄືນ ໄປເກືອບໝົດແລ້ວ. ເຮົາຄິດວ່າ ຖ້າຫາກເປັນ ແບບນີ້ອີກຕໍ່ໄປ 5 ປີ 10 ປີຂ້າງໜ້າອາດໄປຢືນລີ້ ຢູ່ແຖວຫລັງຂອງອາຊຽນຢ່າງ ແນ່ນອນ. ແຕ່ຖ້າໄປທຽບໃສ່ລະ ດັບອາຊີຍິ່ງບໍ່ຮູ້ສຶກວ່າມີກິ່ນ. ອາຍ ເປັນແນວໃດ? ຊ້ຳບໍ່ໜຳຍິ່ງໄປ ກວ່ານັ້ນ, ເມື່ອບໍ່ດົນມານີ້ພັດໄດ້ ຍິນຫາງສຽງໃນທົ່ວສັງຄົມທາງ ນອກບ້ານ ແລະ ໃນບ້ານວ່ານັກ ກິລາບານເຕະທິມຊາດລາວມີ ການລົ້ມມວຍ (ລົ້ມບານ) ວ່າ ຊັ້ນ! ກະແສຂ່າວນີ້, ຖ້າວ່າເປັນ ຄວາມຈິງຊ່ຳໃດນັ້ນມັນກໍບໍ່ສົມ ຄວນເຮັດ, ເພາະການໄປແຂ່ງ ຂັນກິລາກັບຕ່າງຊາດນັ້ນຄືໄປກູ້ ໜ້າກູ້ຕາຂອງຊາດ, ໄປຕໍ່ສູ້ກັນ ດ້ວຍທັກສະ, ຄວາມສາມາດ, ພາ ລະກຳລັງ ແລະ ສະແດງໃຫ້ ເຫັນ ເຖິງຄວາມກ້າວໜ້າພັດທະນາ ຂອງປະເທດ; ໂດຍສະເພາະແມ່ນ ການ ພັດທະນາດ້ານກິລາ. ຖ້າ ຫາກມີຄວາມຈິງແທ້ການລົ້ມ ບານຄືການຂາຍຊາດ. ຖ້າໃຜ ເຮັດ ກໍສົມຄວນຖືກວິໄນ ຫລື ລົງ ໂທດໃນຖານະສໍ້ໂກງປະຊາຊົນນີ້ ລະສຸພາສິດເຂົາວ່າ “ຊ່າເພິ່ນຊາ ດີຊ່າໂຕເປັນຜີຂາຍໜ້າ”./.

ຊ່າເພິ່ນຊ່າດີ ຊ່າໂຕເປັນຜີຂາຍໜ້າ - 25411fddd - ຊ່າເພິ່ນຊ່າດີ ຊ່າໂຕເປັນຜີຂາຍໜ້າ
(ພາບປະກອບ)

ຊ່າເພິ່ນຊ່າດີ ຊ່າໂຕເປັນຜີຂາຍໜ້າ - 4 - ຊ່າເພິ່ນຊ່າດີ ຊ່າໂຕເປັນຜີຂາຍໜ້າ
ຊ່າເພິ່ນຊ່າດີ ຊ່າໂຕເປັນຜີຂາຍໜ້າ - 3 - ຊ່າເພິ່ນຊ່າດີ ຊ່າໂຕເປັນຜີຂາຍໜ້າ
ຊ່າເພິ່ນຊ່າດີ ຊ່າໂຕເປັນຜີຂາຍໜ້າ - 5 - ຊ່າເພິ່ນຊ່າດີ ຊ່າໂຕເປັນຜີຂາຍໜ້າ