ມອບ-ຮັບ ແລະ ເປີດນໍາໃຊ້ສູນຝຶກອົບຮົມພະນັກງານຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີຂອງລາວ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂອງລາວ ແລະ ສສ ຫວຽດນາມ, ໄດ້ຈັດພິທີມອບ-ຮັບ ແລະ ເປີດນໍາໃຊ້ສູນຝຶກອົບຮົມພະນັກງານຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີຂອງລາວ, ຂຶ້ນໃນວັນທີ 4 ກຸມພານີ້, ທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ຫງວນ ຊວນ ຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ.
ທ່ານ ຈູ ຫງອກ ແອັງ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມໃຫ້ຮູ້ວ່າ: ໂຄງການດັ່ງກ່າວແມ່ນການຊ່ວຍເຫຼືອຂອງລັດຖະບານຫວຽດນາມ ຊຶ່ງໄດ້ລົງມືກໍ່ສ້າງມາຕັ້ງແຕ່ກາງປີ 2015 ແລະ ສໍາເລັດເປັນທີ່ຮຽບຮ້ອຍແລ້ວ ດ້ວຍມູນຄ່າທັງໝົດ 98 ກວ່າຕື້ດົ່ງ, ໃນນີ້ທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມມີ 89 ກວ່າຕື້ດົ່ງ ແລະ ງົບປະມານສົມທົບຂອງລັດຖະບານລາວອີກຈໍານວນໜຶ່ງ. ເພື່ອອໍານວຍຄວາມສະດວກໃຫ້ແກ່ວຽກງານຄົ້ນຄວ້າວິທະຍາສາດ, ການສິດສອນພະນັກງານຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ຂອງລາວ ໄດ້ປະມານ 600-800 ເທື່ອຄົນຕໍ່ປີ, ໃນນີ້ ມີສະຖານທີ່ເຮັດວຽກໃຫ້ພະນັກງານ, ຄູອາຈານ ແລະ ນັກຄົ້ນຄວ້າໄດ້ປະມານ 70 ຄົນ. ສູນຝຶກອົບຮົມ ດັ່ງກ່າວ, ຈະກາຍເປັນພື້ນຖານໃຫ້ແກ່ການຄົ້ນຄວ້າວິທະຍາສາດ ແລະ ຝຶກອົບຮົມພະນັກງານ ທີ່ມີລະດັບວິທະຍາໄລ, ເໜືອວິທະຍາໄລລົງເລິກຂະແໜງການ ກ່ຽວກັບການຄຸ້ມຄອງວິທະຍາສາດ, ຕອບສະໜອງໜ້າທີ່ ແລະ ຈຸດມຸ້ງໝາຍຂອງການພັດທະນາເປັນກໍາລັງແຮງຂັບເຄື່ອນການພັດທະນາເສດຖະກິດ-ສັງຂອງລາວໃຫ້ດີຂຶ້ນເປັນລໍາດັບ.
ຂ່າວໃຫ້ຮູ້ອີກວ່າ: ພາຍຫຼັງເປີດການນໍາໃຊ້ແລ້ວສະຖາບັນຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີລາວ ແລະ ຫວຽດນາມ ກໍໄດ້ຮ່ວມກັນຈັດຊຸດອົບຮົມກ່ຽວກັບວຽກງານດັ່ງກ່າວຂຶ້ນໃນວັນທີ 5 ກຸມພານີ້. ເພື່ອຈະໄດ້ພ້ອມກັນຮຽນຮູ້ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ເພື່ອພ້ອມກັນສຸມສະຕິປັນຍາ, ກໍາລັງແຮງອັນສໍາຄັນເຂົ້າໃນການຄົ້ນຄວ້າ-ພັດທະນາ ແລະ ການນໍາໃຊ້ຜົນຂອງການຄົ້ນຄວ້າ-ພັດທະນານັບມື້ໄດ້ຮັບການຍົກລະດັບສູງຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ ເພື່ອເຮັດໃຫ້ແຜນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ບັນລຸໄດ້ຕາມຈຸດປະສົງ ແລະ ເປົ້າໝາຍ.