ກວດສອບພົບລາຍຮັບ 689 ກວ່າຕື້ກີບບໍ່ເຂົ້າງົບປະມານແຫ່ງລັດຈະແກ້ໄຂແນວໃດ

ທ່ານ ບຸນປອນ ວັນນະຈິດ ຮອງປະທານອົງການກວດສອບແຫ່ງລັດ, ໄດ້ລາຍງາຍໃນກອງປະຊຸມເປີດກວ້າງວຽກງານກວດສອບງົບປະມານລັດປະຈຳປີ 2017 ໃນວັນທີ 5-6 ກຸມພານີ້ວ່າ: ໃນປີ 2015-2016 ອົງການກວດສອບແຫ່ງລັດໄດ້ກວດສອບອົງການຈັດຕັ້ງລັດຂັ້ນສູນກາງ ແລະ ທ້ອງຖິ່ນທັງໝົດ 58 ຫົວໜ່ວຍ ແລະ ກວດພົບລາຍຮັບທີ່ໄດ້ຈາກສ່ວຍສາອາກອນ, ຊັບສິນຂອງລັດ, ເງິນກອງທຶນລັດ ແລະ ອື່ນໆທີ່ບໍ່ມອບເຂົ້າງົບປະມານລັດຫລາຍກວ່າ 689 ຕື້ກີບ. ໃນນັ້ນຢູ່ຂັ້ນສູນກາງມີ 516 ຕື້ກວ່າກີບ ແລະ ທ້ອງຖິ່ນ 173 ຕື້ກວ່າກີບ ແລະ ສະເພາະຂະແໜງສ່ວຍສາອາກອນມີລາຍຮັບເພີ່ມບໍ່ເຂົ້າງົບປະມານຫລາຍກວ່າ 115 ຕື້ກີບ, ຄຸ້ມຄອງຊັບສິນຂອງລັດ 27 ຕື້ກວ່າກີບ, ເງິນກອງທຶນຂອງລັດ 374 ຕື້ກວ່າກີບ ແລະ ລາຍຮັບອື່ນໆ 172 ຕື້ກວ່າກີບ. ນອກນີ້, ຍັງກວດພົບໜີ້ຕ້ອງຮັບສະສົມຂອງແຕ່ລະຂະແໜງທີ່ບໍ່ເຂົ້າງົບປະມານຫລາຍກວ່າ 985 ຕື້ກີບ, ກວດສອບເຫັນການແຈ້ງເສຍອາກອນບໍ່ຄົບຖ້ວນ 16 ຕື້ກວ່າກີບ ແລະ ປັບໄໝບໍ່ຖືກຕາມອັດຕາທີ່ກົດໝາຍກຳນົດ 3,93 ຕື້ກີບ, ກວດສອບເຫັນໜີ້ຕ້ອງຮັບຈາກເງິນຂາຍໄມ້, ຄ່າປັບໄໝ, ຄ່າເຊົ່າຊັບສິນຂອງລັດ, ຄ່າເຊົ່າ-ສຳປະທານທີ່ດິນ ແລະ ຄ່າຊັບພະຍາກອນທຳມະຊາດ 427 ຕື້ກີບ, ກວດສອບເຫັນການຂຸດຄົ້ນໄມ້ເກີນໂກຕາທີ່ລັດຖະບານອະນຸມັດຢູ່ 2 ແຂວງຈໍານວນ 28.230 ກວ່າແມັດກ້ອນ, ກວດພົບການຂຸດຄົ້ນໄມ້ທີ່ບໍ່ໄດ້ຮັບອະນຸຍາດຢູ່ 4 ແຂວງມີ 11.788 ກວ່າແມັດກ້ອນ, ກວດພົບ 3 ແຂວງຂາຍໄມ້ຕໍ່າກວ່າລາຄາກະຊວງອຸດສາຫະກຳ ແລະ ການຄ້າອະນຸມັດ, ການຍົກເວັ້ນ, ຫລຸດຜ່ອນພາສີ-ອາກອນປະເພດພາຫະນະ, ນ້ຳມັນເຊື້ອໄຟ, ຄ່າຊັກພິເສດໄມ້ຂາອອກ ແລະ ສິນຄ້າທົ່ວໄປຫລາຍກວ່າ 3.570 ຕື້ກີບ. ຕໍ່ຄວາມເສຍຫາຍດັ່ງກ່າວອົງການກວດສອບແຫ່ງລັດໄດ້ສະເໝີມາດຕະການໃຫ້ບັນດາໜ່ວຍງົບປະມານປັບປຸງແກ້ໄຂ ຄື: ໃຫ້ອົງການຄຸ້ມຄອງການເງິນເກັບຄືນລາຍຮັບວິຊາການ, ເງິນກອງທຶນ, ເງິນລະດົມ, ເງິນຊ່ວຍເຫລືອລ້າ, ເງິນຄັງພັດທະນາແຂວງ ແລະ ລາຍຮັບອື່ນໆທັງໝົດມາເຂົ້າງົບປະມານ, ພ້ອມທັງເລັ່ງທວງໜີ້ຕ້ອງຮັບສ່ວຍສາອາກອນ, ຊັບສິນ, ເງິນປັນຜົນ ແລະ ອື່ນໆມາໃຫ້ລັດຕາມລະບຽບ. ນອກນີ້ໃຫ້ກວດຄືນການຍົກເວັ້ນ ແລະ ການຫລຸດຜ່ອນອັດຕາພາສີ-ອາກອນນຳເຂົ້າ ເພື່ອນຳເອົາລາຍຮັບເຫລົ່ານັ້ນມາສູ່ງົບປະມານແຫ່ງລັດ.