5 ເຄັດລັບກຳຈັດຄວາມກັງວົນໃຈ

- kitchen vibe - 5 ເຄັດລັບກຳຈັດຄວາມກັງວົນໃຈ
  1. ວິເຄາະຄວາມກັງວົນຂອງທ່ານໃຫ້ອອກມາເປັນເຫດຜົນ : ຫລາຍຄົນຮູ້ສຶກກັງວົນ ແຕ່ບອກບໍ່ໄດ້ວ່າກັງວົນເລື່ອງຫຍັງ ເຊິ່ງມັນກໍຄົງຈະດີກ່ວາຖ້າທ່ານລອງໃຊ້ເວລາຈັກໜ້ອຍວິເຄາະໃຫ້ອອກວ່າທີ່ທ່ານກັງວົນນັ້ນຍ້ອນສາເຫດຫຍັງ ເລື່ອງລາວທີ່ກັງວົນນັ້ນມີທີ່ມາທີ່ໄປແນວໃດ, ອັນໃດແດ່ທີ່ທ່ານຄວບຄຸມໄດ້, ອັນໃດທີ່ທ່ານຄວບຄຸມບໍ່ໄດ້ ເພື່ອທ່ານຈະໄດ້ຄິດເຖິງທາງອອກໄດ້ວ່າຈະແກ້ໄຂບ່ອນໃດໄດ້ແດ່.
  2. ເຮັດໃຫ້ຄວາມກັງວົນຂອງທ່ານຈັບຕ້ອງໄດ້ : ບັນຫາທີ່ມັກເກີດຂຶ້ນເວລາເຮົາມີຄວາມກັງວົນນັ້ນ ແມ່ນເຮົາມັກຈະຄິດກັນແບບກ້ຽວໄປກ້ຽວມາໃນຫົວ ເຜີໆກໍຄິດໄປເອງໝົດ ມັນຈຶ່ງຈະດີກ່ວາຫາກທ່ານມີຄວາມກັງວົນແບບຈັບຕ້ອງໄດ້ນັ້ນກໍຄືຂຽນອອກມາໃສ່ເຈ້ຍ, ຈັດລຽງມັນໃຫ້ເປັນອັນ, ເປັນປະເພດ, ຂຽນແຜນຜັງລຳດັບຄວາມຄິດ, ຂຽນຄວາມເປັນໄປໄດ້ຂອງສິ່ງທີ່ຈະເກີດຂຶ້ນ ຫລື ປັດໄຈທີ່ຈະເຮັດໃຫ້ເກີດສິ່ງທີ່ສ້າງຄວາມກັງວົນໃຫ້ກັບໂຕທ່ານ ເຊິ່ງເມື່ອທ່ານເລີ່ມເຫັນຫຍັງຈາກຮູບພາບກ້ວາງແບບຈັບຕ້ອງໄດ້ແລ້ວ ທ່ານກໍຈະສາມາດຖອຍອອກມາເຫັນຫຍັງຫລາຍກ່ວາການຈົດຈໍ່ຢູ່ກັບຫຍັງພຽງຢ່າງດຽວ ແລະ ນັ້ນຈະຊ່ວຍເຮັດໃຫ້ທ່ານຜ່ອນຄາຍຄວາມກັງວົນໄດ້ພໍສົມຄວນ.
  3. ຍອມຮັບກ່ອນວ່າທ່ານບໍ່ສາມາດຈັດການໃຫ້ສົມບູນໄດ້ໝົດທຸກຢ່າງ : ສິ່ງໜຶ່ງທີ່ຄົນເຮົາມັກຈະບໍ່ສະບາຍໃຈແມ່ນເມື່ອເຫັນບັນຫາຫລາຍໆຢ່າງແລ້ວໝຸດໝັດ ຫລື ກັງວົນກັບບາງຢ່າງທີ່ບໍ່ໄດ້ເກີດຈາກທ່ານ. ສະນັ້ນທ່ານຕ້ອງເຮັດຄວາມເຂົ້າໃຈກັບໂຕເອງກ່ອນວ່າເລື່ອງບາງເລື່ອງນັ້ນທ່ານຈະໄປບັງຄັບ ຫລື ປ່ຽນແປງຫຍັງບໍ່ໄດ້ສິ່ງທີ່ທ່ານພໍຈະເຮັດໄດ້ແມ່ນແກ້ໄຂບັນຫາໃນພາກສ່ວນທີ່ທ່ານສາມາດຈັດການໄດ້ເພື່ອໃຫ້ໂອກາດ ແລະ ຄວາມເປັນໄປໄດ້ຂອງເລື່ອງທີ່ກັງວົນນັ້ນເກີດຂຶ້ນໜ້ອຍທີ່ສຸດ ແນ່ນອນວ່າທ່ານບໍ່ສາມາດປ່ຽນໃຫ້ເລື່ອງທີ່ທ່ານກັງວົນວ່າຈະເກີດຂຶ້ນເຫລືອຄວາມເປັນໄປໄດ້ 0%, ແຕ່ມັນສຳຄັນທີ່ທ່ານຈະເຮັດໃຫ້ໃກ້ຄຽງ 0% ໄດ້ເທົ່າໃດຍິ່ງດີ.
  4. ລອງວິເຄາະຄວາມກັງວົນທີ່ຜ່ານໆມາ : ລອງວິເຄາະວ່າຄວາມກັງວົນແຕ່ລະເທື່ອນັ້ນເກີດຈາກຫຍັງ, ອັນໃດແມ່ນຮູບແບບຄວາມກັງວົນດັ່ງກ່າວ ເພາະຖ້າທ່ານສາມາດເຫັນໄດ້ວ່າມັນເປັນນິໄສຂອງທ່ານແລ້ວ ວິທີທີ່ດີສຸດໃນການແກ້ອາການກັງວົນດັ່ງກ່າວກໍຄືການແກ້ນິໄສ ເຊິ່ງມັນກໍຄົງບໍ່ພົ້ນການຍອມຮັບວ່າມັນເປັນບັນຫາ ແລະ ພະຍາຍາມແກ້ໄຂມັນຢ່າງຈິງຈັງ.
  5. ຖອຍໂຕເອງໄປເຮັດຢ່າງອື່ນກ່ອນ : ວິທີແກ້ໄຂຢ່າງໜຶ່ງທີ່ຄວນເຮັດແມ່ນການຖອຍອອກມາຈາກຄວາມຄິດ ແລະ ສະຖານະການທີ່ກຳລັງພະເຊີນຢູ່ ແລະ ເອົາສະມາທິໄປຢູ່ກັບເລື່ອງອື່ນແທນຊົ່ວຄາວ ເຊັ່ນ : ການອ່ານໜັງສື, ອອກກຳລັງກາຍ ແລະອື່ນໆ ທັງນີ້ຍ້ອນຖ້າປ່ອຍໃຫ້ໂຕເອງວ່າງ ຫລື ຈົມຢູ່ກັບເລື່ອງກັງວົນກໍຄົງຈະບໍ່ມີຫຍັງດີຂຶ້ນ ແລະ ເມື່ອຖອຍໂຕເອງອອກໄປ ມັນກໍເຮັດໃຫ້ຜ່ອນຄາຍຫລຸດຄວາມເຄັ່ງຄຽດໄດ້ ແລະ ເມື່ອກັບມາພະເຊີນໜ້າກັບຄວາມກັງວົນໃໝ່ ຢ່າງໜ້ອຍກໍເຮັດໃຫ້ຮູ້ສຶກມີພະລັງ ແລະ ພູມຕ້ານທານຫລາຍກ່ວາເກົ່າ.
- 5 - 5 ເຄັດລັບກຳຈັດຄວາມກັງວົນໃຈ
- 3 - 5 ເຄັດລັບກຳຈັດຄວາມກັງວົນໃຈ
- 4 - 5 ເຄັດລັບກຳຈັດຄວາມກັງວົນໃຈ