ໄຊທານີ ຈະທະລຸ 16 ໂຄງການຈຸດສຸມໃນປີນີ້

ໄຊທານີ ຈະທະລຸ 16 ໂຄງການຈຸດສຸມໃນປີນີ້ - 54444 2 - ໄຊທານີ ຈະທະລຸ 16 ໂຄງການຈຸດສຸມໃນປີນີ້
ໄຊທານີ ຈະທະລຸ 16 ໂຄງການຈຸດສຸມໃນປີນີ້ - kitchen vibe - ໄຊທານີ ຈະທະລຸ 16 ໂຄງການຈຸດສຸມໃນປີນີ້

ໄຊທານີມີທ່າແຮງຫຼາຍ ດ້ານ ເພື່ອອົງປະກອບເຂົ້າໃນ ການພັດທະນາຂອງເມືອງ, ດັ່ງທ່ານ ຮອງເຈົ້າເມືອງໃຫ້ ຮູ້ວ່າ: ປີນີ້ຈະເຮັດສຳເລັດ 16 ໂຄງການຈຸດສຸມ ຂອງການພັດ ທະນາ.ແຕ່ບາງໂຄງການຍັງ ມີອຸປະສັກ,ຕົ້ນຕໍແມ່ນບັນຫາ ການເງິນ.

 

ໄຊທານີ ຈະທະລຸ 16 ໂຄງການຈຸດສຸມໃນປີນີ້ - Visit Laos Visit SALANA BOUTIQUE HOTEL - ໄຊທານີ ຈະທະລຸ 16 ໂຄງການຈຸດສຸມໃນປີນີ້
ໄຊທານີ ຈະທະລຸ 16 ໂຄງການຈຸດສຸມໃນປີນີ້ - Visit Laos Visit SALANA BOUTIQUE HOTEL - ໄຊທານີ ຈະທະລຸ 16 ໂຄງການຈຸດສຸມໃນປີນີ້

+ ນະຄອນຫລວງວຽງຈັນກຽມຈັດແຂ່ງຂັນ ສະນຸກເກີ 16 ແດງ ຊີງຂັນຮອງເຈົ້າຄອງ

+ ໂຄງການຄຸ້ມຄອງປະມົງຂອງຊຸມຊົນຢູ່ແມ່ນ້ຳຂອງຕອນກາງ

ທ່ານ ຮອງເຈົ້າເມືອງ ເວົ້າ ວ່າ:ສະພາບເສດຖະກິດຂອງ ເມືອງມີການຂະຫຍາຍຕົວໃນລະດັບ10,7%,ໃນປີຜ່ານມາ ລວມຍອດຜະລິດຕະພັນພາຍ ໃນບັນລຸ 5,621 ຕື້ກີບ,ສະເລ່ຍ ລາຍຮັບຕໍ່ຫົວຄົນບັນລຸ3.441ໂດລາສະຫະລັດ; ລາຍຮັບຕົ້ນ ຕໍມາຈາກຂະແໜງກະສິກຳ19%,ອຸດສາຫະກຳ48%ແລະ ບໍລິການ33%; ເມືອງ ໄຊທານີ ມີທ່າແຮງຫຼາຍດ້ານມີລະບົບ ຄົມມະນາຄົມສະດວກ, ມີເຂດ ອຸດສາຫະກຳ, ສະຖາບັນການ ສຶກສາ ແລະ ອື່ນໆທີ່ອຳນວຍ ຄວາມສະດວກໃຫ້ແກ່ການ ພັດທະນາ, ເຊິ່ງປັດຈຸບັນນະ ຄອນຫຼວງມີແຜນສ້າງເສັ້ນ ທາງຄູ່ຂະໜານແຕ່ເຂດເສດ ຖະກິດບຶງທາດຫຼວງ-ດົງໝາກ ຄາຍ,ໂຄງການທາງລົດໄຟ ລາວ-ຈີນ,ໂຄງການຂະຫຍາຍ ຕົວເມືອງໃໝ່ຂອງບັນດາກະ ຊວງແລະກົມກອງຈຳນວນ ໜຶ່ງຂອງສູນກາງ ແລະ ນະ ຄອນຫຼວງ.

ສະເພາະເມືອງມີ 16ໂຄງ ການຈຸດສຸມເຊັ່ນ:ໂຄງການບຸກ ທະລຸໃນການຈັດເກັບລາຍຮັບ ເຂົ້າງົບປະມານ ທີ່ຍັງເຮັດ ບໍ່ສຳ ເລັດມີບາງຫົວໜ່ວຍທຸລະກິດ ຍັງຖືເບົາຕໍ່ການປະຕິບັດພັນ ທະຂອງຕົນຕໍ່ລັດ;ໂຄງການ ພັດທະນາກຸ່ມບ້ານທ່າຊ້າງໃຫ້ ເປັນຕົວເມືອງນ້ອຍ,ໂຄງການ ສຳຫຼວດອອກແບບສຳນັກ ງານປົກຄອງເມືອງ ຫຼັງໃໝ່; ໂຄງການແກ້ໄຂປະກົດການຫຍໍ້ທໍ່ໃນສັງຄົມ;ໂຄງການແກ້ ໄຂຄວາມເປັນລະບຽບຮ້ອຍຕາມເສັ້ນທາງສາຍຫຼັກຂອງເມືອງ,ໂຄງການປູກເຂົ້າໂດຍ ນຳໃຊ້ກົນຈັກເພື່ອຫຼຸດຜ່ອນ ແຮງງານຄົນໃຫ້ໄດ້ປີລະ10%;ໂຄງການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕະຫຼາດຕົວເມືອງ;ໂຄງການຂື້ນທະບຽນແຮງງານຕ່າງ ປະເທດ;ໂຄງການແກ້ໄຂສິ່ງກີດຂວາງຂອງການກໍ່ສ້າງທາງລົດໄຟ;ໂຄງການທາງດ່ວນຄູ່ຂະໜານແຕ່ເຂດເສດຖະກິດບຶງທາດຫຼວງ-ດົງ ໝາກຄາຍ; ການແຂ່ງຂັນ ຮັກຊາດແລະພັດທະນາຕິດ ພັນກັບຮັກນະຄອນຫຼວງ ວຽງຈັນ; ໂຄງການພິ່ມທະ ວີການບໍລິຫານລັດ;ໂຄງ ການສ້າງໜ່ວຍພັກເຂັ້ມ ແຂງ ແລະ ປອດໃສ;ໂຄງ ການສ້າງແຜນກຳນົດພະນັກ ງານນຳພາ-ຄຸ້ມຄອງຂອງ ເມືອງ ແລະ ຂັ້ນບ້ານ;ໂຄງ ການຫັນພະນັກງານລົງກໍ່ ສ້າງຮາກຖານເພື່ອລົງກະ ຕຸກຊຸກຍູ້ການປະຕິບັດໂຄງ ການຕ່າງໆຂອງບ້ານໃຫ້ມີ ບາດກ້າວໃໝ່./.

ໄຊທານີ ຈະທະລຸ 16 ໂຄງການຈຸດສຸມໃນປີນີ້ - 54444 2 - ໄຊທານີ ຈະທະລຸ 16 ໂຄງການຈຸດສຸມໃນປີນີ້

ໄຊທານີ ຈະທະລຸ 16 ໂຄງການຈຸດສຸມໃນປີນີ້ - 5 - ໄຊທານີ ຈະທະລຸ 16 ໂຄງການຈຸດສຸມໃນປີນີ້
ໄຊທານີ ຈະທະລຸ 16 ໂຄງການຈຸດສຸມໃນປີນີ້ - 4 - ໄຊທານີ ຈະທະລຸ 16 ໂຄງການຈຸດສຸມໃນປີນີ້
ໄຊທານີ ຈະທະລຸ 16 ໂຄງການຈຸດສຸມໃນປີນີ້ - 3 - ໄຊທານີ ຈະທະລຸ 16 ໂຄງການຈຸດສຸມໃນປີນີ້