ງານການສະແດງວຽງຈັນຄັ້ງທີ່ 3 ຈະມີຂຶ້ນໃນກາງເດືອນກຸມພານີ້
ໃນວັນທີ 12 ກຸມພານີ້, ທ່ານ ພອນຈັນ ແພງພູວັນ ຮອງ ຫົວໜ້າພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໃຫ້ຮູ້ ວ່າ: ງານການສະແດງວຽງຈັນ ຄັ້ງທີ່ 3, ຈະໄດ້ຈັດຂຶ້ນໃນລະ ຫວ່າງວັນທີ 17-18 ກຸມພານີ້, ທີ່ຫໍວັດທະນາທໍາແຫ່ງຊາດ ໂດຍ ບໍລິສັດເຂົ້າໜຽວ, ເພື່ອສ້າງສີ ສັນບັນຍາກາດ ໃຫ້ສັງຄົມໄດ້ ມີຄວາມເບີກບານມ່ວນຊື່ນ, ປະ ກອບ ສ່ວນເຂົ້າໃນການອະນຸ ລັກ ຮີດຄອງວັດທະທຳຂອງຊາດ ແລະ ປະຊາຊົນບັນດາເຜົ່າ, ທັງ ເປັນກິດຈະກໍາໜຶ່ງ ເພື່ອສ້າງສີ ສັນໃຫ້ ບັນຍາກາດປີທ່ອງ ທ່ຽວລາວ 2018 ຟົດຟື້ນຍິ່ງ ຂຶ້ນ, ພ້ອມເປັນການຂັບເຄື່ອນ ແລະ ສົ່ງເສີມສິລະປະການ ສະແດງໃຫ້ມ່ວນຊົນຫັນມາໃຫ້ ຄວາມສົນໃຈ ແລະ ສົ່ງເສີມ ສິລະປະຂອງຄົນລາວ ແລະ ທັງ ເປັນການປູກຈິດສຳນຶກໃຫ້ ເດັກນ້ອຍໄດ້ເຫັນເຖິງຄວາມ ສຳຄັນຂອງອາຊີບນັກສະແດງ, ທີ່ໄດ້ສ້າງຄວາມມ່ວນຊື່ນ, ສ້າງ ຮ້ອຍຍີ້ມ ແລະ ເປັນການຜ່ອນ ຄາຍ, ພ້ອມທັງເປັນອີກກິດ ຈະ ກໍາໜຶ່ງຂອງນະຄອນຫຼວງ ວຽງຈັນ ເພື່ອດຶງດູດເອົານັກ ທ່ອງທ່ຽວຈາກຕ່າງປະເທດ ເຂົ້າມາທ່ອງທ່ຽວຊົມໃຫ້ ຫຼາຍຂຶ້ນ.
ໃນງານມີກິດຈະກຳຫຼາຍ ຮູບແບບ ຈາກພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມສະແດງ ຜົນງານຕ່າງໆ, ພິເສດໄດ້ເປີດ ໂອກາດໃຫ້ກຸ່ມນັກສະແດງ ຫູໜວກເຂົ້າຮ່ວມການສະ ແດງ, ເພື່ອເປັນການແລກປ່ຽນ ວັດທະນະທໍາລະຫວ່າງນັກ ສະແດງລາວ ແລະ ນັກສະ ແດງຕ່າງປະເທດ ແລະ ຫວັງ ວ່າ ງານການສະແດງຄັ້ງນີ້, ຈະມີຜົນສຳເລັດທີ່ຍິ່ງໃຫຍ່ ກວ່າເກົ່າ./.
+ ງານສະແດງອາພອນລາວແຟຊັນວິກ 2017 ອັດລົງດ້ວຍຜົນສຳເລັດຈົບງາມ
+ ງານສະແດງການເດີນແບບອາພອນເລີ່ມຂຶ້ນແລ້ວ