ລາວເລັ່ງຕ້ານ ແລະ ສະກັດກັ້ນການຄ້າຂາຍສັດປ່າ

ໃນວັນທີ 14 ກຸມພານີ້, ກົມກວດກາປ່າໄມ້ ແລະ ອົງການອະນຸລັກທຳມະຊາດໂລກປະຈຳລາວ (WWF-Laos) ໄດ້ຈັດກອງປະຊຸມສະຫລຸບຜົນການຈັດຕັ້ງປະຕິບັດກິດຈະກຳສະໜັບສະໜູນວຽກງານບັງຄັບໃຊ້ກົດໝາຍ ເພື່ອຕ້ານ ແລະ ສະກັດກັ້ນການຄ້າຂາຍສັດປ່າ ແລະ ຂອດປະສານງານກັບປະເທດເພື່ອນບ້ານ, ຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ສົມພອນ ບົວສະຫວັນ ຜູ້ອຳນວຍການອົງການ WWF-Laos, ທ່ານ ອຸດົມ ສີປະເສີດ ຮອງຫົວໜ້າກົມກວດກາປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້, ມີບັນດາຜູ້ຕາງໜ້າທີ່ກ່ຽວຂ້ອງຈາກນະຄອນຫລວງ ແລະ ແຂວງອຸດົມໄຊເຂົ້າຮ່ວມນໍາດ້ວຍ.
ກອງປະຊຸມໄດ້ຮັບຟັງຜົນການຈັດຕັ້ງປະຕິບັດກິດຈະກຳຕ່າງໆຂອງໂຄງການ WWF ແລະ ການສະໜັບສະໜູນລັດຖະບານລາວ ເພື່ອຕ້ານ ແລະ ສະກັດກັ້ນການຄ້າ-ຂາຍສັດປ່າຜິດກົດໝາຍຢູ່ຕະຫລາດ ແລະ ສູນການຄ້າຫລັກໃນປະເທດ, ພ້ອມທັງຊ່ວຍສະໜັບສະໜູນການປູກຈິດສຳນຶກ ແລະ ການແລກປ່ຽນຂໍ້ມູນຂ່າວສານ, ການສ້າງຄວາມເຂັ້ມແຂງກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ແລະ ສົ່ງເສີມການຮ່ວມມືສາກົນໃຫ້ແກ່ຂະແໜງການກ່ຽວຂ້ອງຫລັກຂອງລັດຖະບານ ເປັນຕົ້ນແມ່ນກົມກວດກາປ່າໄມ້, ກອງກວດກາປ່າໄມ້ແຂວງອຸດົມໄຊ ແລະ ນະຄອນຫລວງ, ໂດຍແມ່ນອົງການອະນຸລັກທຳມະຊາດໂລກ-ສະວິດເຊີແລນ ແລະ ສິງກະໂປ ເປັນຜູ້ສະໜັບສະໜູນ, ຊຶ່ງມີມູນຄ່າທັງໝົດ 85.500 ໂດລາສະຫະລັດ.
ທ່ານ ອຸດົມ ສີປະເສີດ ກ່າວວ່າ: ການຈັດຕັ້ງປະຕິບັດກິດຈະກຳໄລຍະຫົກເດືອນຜ່ານມາ (ເດືອນເມສາຫາທັນວາ 2017) ຍັງມີບັນຫາ ແລະ ຄວາມຫຍຸ້ງຫລາຍດ້ານ, ໂດຍສະເພາະແມ່ນຍັງຂາດວິຊາການ ແລະ ຂັ້ນຕອນໃນການເຂົ້າຊ່ວຍເຫລືອສັດປ່າ. ນອກນີ້, ປະຊາຊົນຢູ່ເຂດຊົນນະບົດຫ່າງໄກສອກຫລີກຍັງບໍ່ເຂົ້າເຖິງຂໍ້ມູນ ຍ້ອນວ່າການລົງໂຄສະນາເຜີຍແຜ່ລະ ບຽບກົດໝາຍຍັງບໍ່ທັນທົ່ວເຖິງ ແລະ ທີ່ສຳຄັນປະຊາຊົນຍັງອາໄສທຳມະຊາດໃນການລ້ຽງຊີບ. ດັ່ງນັ້ນຈຶ່ງຂໍຮຽກຮ້ອງໃຫ້ທຸກພາກສ່ວນ, ທຸກຂະແໜງການໃຫ້ເຂົ້າມາມີສ່ວນຮ່ວມ ແລະ ພ້ອມກັນເອົາໃຈໃສ່ໃນການຕ້ານ ແລະ ສະກັດກັ້ນການຄ້າ-ຂາຍສັດປ່າໃຫ້ມີປະສິດທິຜົນດີຂຶ້ນ.