ທະຫານຊາຍແດນເມືອງຕົ້ນເຜິ້ງຈັບຜູ້ລັກລອບຂົນສົ່ງຢາເສບຕິດຂ້າມຊາດລາຍໃຫຍ່ພ້ອມຂອງກາງຢາບ້າ 3 ແສນເມັດ

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ທະຫານກອງຮ້ອຍຊາຍແດນ 122 ປະຈຳເມືອງຕົ້ນເຜິ້ງແຂວງບໍ່ແກ້ວ, ສາມາດຈັບຜູ້ຄ້າຢາເສບຕິດລາຍໃຫຍ່ໄດ້ຄື: ທ້າວ ຈ່າພະ ອາຍຸ 19 ປີບ້ານປຸ່ງເມືອງທ່າຂີ້ເຫລັກແຂວງຊຽງຕຸ່ງປະເທດມຽນມາ, ພ້ອມຂອງກາງຢາບ້າ 3 ແສນເມັດ, ຈຶ່ງໄດ້ຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.
ເຈົ້າໜ້າທີ່ຊາຍແດນ ໃຫ້ຮູ້ວ່າ: ພາຍຫລັງອອກລາດຕະເວນກວດກາຄວາມເປັນລະບຽບຮຽບຮ້ອຍຕາມແມ່ນ້ຳຂອງເຂດຊາຍແດນລາວ-ມຽນມາ ແລະ ພໍຮອດເຂດບ້ານຫ້ວຍຕ້າງເມືອງຕົ້ນເຜິ້ງໄດ້ພົບເຫັນຊາຍສອງຄົນມີທ່າທີຜິດປົກກະຕິ ຈຶ່ງໄດ້ເຂົ້າກວດກາ ແລະ ຂະນະດຽວກັນນັ້ນ ທັງສອງຄົນກໍໄດ້ຕົວແລນໜີ ເຈົ້າໜ້າທີ່ຈຶ່ງໄລ່ຈັບໄດ້ 1 ຄົນ ແລະ ອີກໜຶ່ງຄົນສາມາດຫລົບໜີໄປໄດ້. ພ້ອມຢາບ້າດັ່ງກ່າວທີ່ຊຸກເຊື່ອງໄວ້ຢູ່ເຂດໃກ້ຄຽງ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວໄດ້ຮັບສາລະພາບວ່າ: ຢາບ້າດັ່ງກ່າວບໍ່ແມ່ນຂອງຕົນ, ແຕ່ເປັນຜູ້ຮັບຈ້າງຂົນຈາກປະເທດຕົ້ນທາງມາສົ່ງໃຫ້ຂະບວນການຄ້າຂາຍຢາເສບຕິດຢູ່ຝັ່ງລາວ, ແຕ່ບໍ່ທັນຮອດຈຸດໝາຍກໍຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ.
ປັດຈຸບັນ, ເຈົ້າໜ້າທີ່ພວມຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອນໍາຕົວມາດຳເນີນຄະດີຕາມລະບຽບກົດໝາຍໂດຍໄວ.