ຕຳຫລວດຫວຽດນາມຍຶດເຮໂຣອິນ 2,5 ລ້ານໂດລາສະຫະລັດ ກຽມສົ່ງໄປຈີນ


ໜັງສືພິມແທງນຽນຂອງທາງການຫວຽດນາມລາຍງານໃນວັນທີ 26 ກຸມພານີ້ວ່າ: ຜູ້ຊາຍ 5 ຄົນຖືກຈັບໃນຫວຽດນາມ ຂະນະພະຍາຍາມລັກລອບນຳເຮໂຣອິນ ມູນຄ່າ 2,5 ລ້ານໂດລາສະຫະລັດ ເຂົ້າໄປຈີນ, ພາຍຫລັງຕຳຫລວດໄດ້ຍິງລົດຂົນຢາເສບຕິດຂະນະພະຍາຍາມຫລົບໜີ.
ຜູ້ຊາຍທັງ 5 ຄົນເປັນຊາວຫວຽດນາມຖືກຈັບໄດ້ຢູ່ແຂວງກາວບັງ ທາງຕອນເໜືອ ເຊິ່ງມີຊາຍແດນຕິດກັບຈີນ ໃນວັນທີ 23 ກຸມພາ ພ້ອມຂອງກາງເຮໂຣອິນເກືອບ 100 ກິໂລ ມາຈາກລາວ. ຖືເປັນການທຳລາຍແກ້ງລັກລອບຂົນຢາເສບຕິດລາຍໃຫຍ່ໃນຫວຽດນາມ. ລາຍງານລະບຸວ່າ: ຜູ້ຊາຍທັງ 5 ຄົນພະຍາຍາມຂັບລົດໜີຕຳຫລວດ ເຮັດໃຫ້ຕຳຫລວດຕ້ອງເປີດສາກຍິງ. ລາຍງານຍັງໄດ້ເປີດເຜີຍຮູບຜູ້ຊາຍທີ່ລະບຸວ່າເປັນຫົວໜ້າແກ້ງອາຍຸ 31 ປີ.
ກ່ອນໜ້ານີ້, ຫວຽດນາມຫາກໍຍຶດເຮໂຣອິນໄດ້ທາງຕອນເໜືອເຊັ່ນກັນ ໂດຍຂອງກາງມາຈາກລາວ ມີນ້ຳໜັກ 170 ກິໂລ ມູນຄ່າ 3 ລ້ານໂດລາສະຫະລັດ. ຖືເປັນການຍຶດຢາເສບຕິດຄັ້ງໃຫຍ່ທີ່ສຸດໃນຫວຽດນາມ. ຫວຽດນາມມີກົດໝາຍປາບປາມຢາເສບຕິດທີ່ມີບົດລົງໂທດສະຖານໜັກ ຖ້າມີເຮໂຣອິນຫລາຍກວ່າ 600 ກຣາມ ຫລື ຝິ່ນຫລາຍກວ່າ 20 ກິໂລໃນຄອບຄອງ ອາດຖືກຕັດສິນປະຫານຊີວິດ.