LAO-VIET Bank ຈັດ​ພິທີໝູນລາງວັນ ​ແລະ ​ເປີດ​ໂຕ​ຜະລິດ​ຕະພັນ​ໃໝ່

- Laoviet bank - LAO-VIET Bank ຈັດ​ພິທີໝູນລາງວັນ ​ແລະ ​ເປີດ​ໂຕ​ຜະລິດ​ຕະພັນ​ໃໝ່
- kitchen vibe - LAO-VIET Bank ຈັດ​ພິທີໝູນລາງວັນ ​ແລະ ​ເປີດ​ໂຕ​ຜະລິດ​ຕະພັນ​ໃໝ່

ວັນ​ທີ 24 ກຸມພານີ້, ທະນາຄານ​ຮ່ວມ​ທຸລະ​ກິດ​ລາວ-ຫວຽດ, ບ້ານຫັດສະດີ ​ເມືອງຈັນທະ​ບູລີນະຄອນຫລວງ​ວຽງຈັນ, ​ໄດ້​ຈັດ​ພິທີໝູນລາງວັນ​ລາຍການ​“​ເງີ​ນຝາກ​ລຸ້ນຊັບ​ຮັບ​ໂຊກ​ປີ 2017”, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານນາງ ​ໂພທິ​ຈັນ ທຳ​ມະ​ເທວາ ຮອງ​ຫົວໜ້າກົມ​ຄຸ້ມ​ຄອງ​ທະນາຄານ​ທຸລະ​ກິດ​ແຫ່ງ ສປປ ລາວ, ພ້ອມ​ດ້ວຍ​ລູກ​ຄ້າ​ເງີ​ນຝາກ ​ແລະ ຊາວນະຄອນຫລວງ​ວຽງຈັນ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລາ​ຍ.

ທ່ານຮອງ​ອຳນວຍ​ການ​ໃຫຍ່​ທະນາຄານ​ລາວ-ຫວຽດ ​ໃຫ້​ຮູ້​ວ່າ: ລາຍການ​ເງີ​ນຝາກ​ລຸ້ນຊັບ​ຮັບ​ໂຊກປີນີ້, ກໍ​ແມ່ນ​ປີ​ທີ 5 ທີ່​ທະນາຄານ​ໄດ້​ຜັນ​ຂະຫຍາຍ​ຜະລິດ​ຕະພັນ​ເງີ​ນຝາກ​ລຸ້ນຊັບ​ຮັບ​ໂຊກຂອງ​ຕົນ, ​ເພື່ອ​ສ້າງ​ໂອກາດ​ໃຫ້​ແກ່​ລູກ​ຄ້າ​ເງີ​ນຝາກ​ຂອງ​ທະນາຄານຄື: ​ໃນ​ປີ 2017 ຜ່ານ​ມາ, ຜະລິດ​ຕະພັນ​ເງີ​ນຝາກ​ລຸ້ນຊັບ​ຮັບ​ໂຊກ​ມີ​ມູນ​ຄ່າ​ຫລາຍ​ກວ່າ 800 ລ້ານ​ກີບ ​ແລະ ຫລາຍ​ກວ່າ 20 ລາງວັນ ຄື: ລາງວັນ​ທີ 1 ​ແມ່ນ​ລົດ​ໃຫຍ່ ​ໂຕ​ໂຍຕາ ອໍ​ນິວ ຟໍຈູ​ນ​ເນີ ​ແລະ ລາງວັນ​ອື່ນໆອີກ.

​ໃນ​ໂອກາດ​ດຽວກັນ, ທະນາ​ຄານ​ດັ່ງກ່າວ​ຍັງ​ໄດ້​ເປີດ​ໂຕ​ຜະລິດ​ຕະພັນ​ໃໝ່ຄື: QR PAY ທີ່ຢູ່​ໃນສະມາດ​​ແບັງ​ຄິງ​ແອັບ, ​ໂດຍ​ລູກ​ຄ້າ​ທີ່​ລົງທະບຽນນຳ​ຜະລິດ​ຕະພັນ​ດັ່ງກ່າວກໍ​ຈະສາມາ​ດນຳ​ໃຊ້​ຄຸນ​ລັກສະນະ​ກາ​ນຊຳລະ​ສິນຄ້າ​ຢູ່​ບັນດາ​ຮ້ານ​ຄ້າ​ຕ່າງໆທີ່​ໄດ້​ຕິດ​ຕັ້ງ​ລະຫັດ QR ຜ່າ​ນຄຸນ​ລັກສະນະ QR PAY ​ໄດ້​ທັນທີ​ດ້ວຍ​ຄວາມ​ສະດວກ, ປອດ​ໄພ ແລະ ວ່ອງ​ໄວ.

ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່​ທະນາຄານ​ລາວ-ຫວຽດ ​ໃຫ້​ຮູ້​ວ່າ: ​ເພື່ອ​ນຳ​ໃຊ້ QR PAY ລູກ​ຄ້າ​ພຽງ​ແຕ່​ລົງທະບຽນນຳ​ໃຊ້​ບໍລິການທະນາຄານ​ລາວ-ຫວຽດດີ​ຈີ​ຕອນ ລູກ​ຄ້າ​ກໍ​ຈະ​ໄດ້​ຮັບ​ບໍລິການ​ທີ່​ສະດວກ​ສະບາຍ​ເຊັ່ນ: QR PAY, ຄົ້ນ​ຫາ​ຂໍ້​ມູນ​ບັນຊີ​ເງີ​ນຝາກ, ​ເງີ​ນກູ້, ​ໂອນ​ເງີ​ນພາຍ​ໃນ​ລະບົບ ​ແລະ ​ໄປ​ທະນາຄານ​ອື່ນ, ບໍລິການ​ຊຳລະ​ທີ່​ທັນ​ສະ​ໄໝ, ຊຳລະ​ໃບ​ບິນ, ​ເຕີ່ມ​ມູນ​ຄ່າ​ໂທ, ຊຳລະ​ເງີ​ນ​ເດືອນ, ບໍລິການ​ເປີດ-ປິດ​ບັນຊີ​ເງີ​ນຝາກ​ອອນ​ລາຍ ​ແລະ ອື່ນໆ, ລູກ​ຄ້າ​ສາມາດ​ປະຕິບັດ​ໄດ້​ຢູ່ທຸກ​ບ່ອນ, ທຸກ​ເວລາ​ຢ່າງ​ວ່ອງ​ໄວ, ປອດ​ໄພ, ສະດວກ​ຜ່ານ​ອຸປະກອນ​ດີ​ຈີ​ຕອນ​ເຊັ່ນ: ​ໂທລະສັບ​ມື​ຖື, ຄອມ​ພິວ​ເຕີ, ​ແທັບ​ເລັດ​ເປັນ​ຕົ້ນ.

- 4 - LAO-VIET Bank ຈັດ​ພິທີໝູນລາງວັນ ​ແລະ ​ເປີດ​ໂຕ​ຜະລິດ​ຕະພັນ​ໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!