ໂຢເກິດຖືເປັນຢານອນຫລັບທີ່ປອດໄພໄດ້

ໂຢເກິດຖືເປັນຢານອນຫລັບທີ່ປອດໄພໄດ້ - 022702 2018 - ໂຢເກິດຖືເປັນຢານອນຫລັບທີ່ປອດໄພໄດ້
ໂຢເກິດຖືເປັນຢານອນຫລັບທີ່ປອດໄພໄດ້ - kitchen vibe - ໂຢເກິດຖືເປັນຢານອນຫລັບທີ່ປອດໄພໄດ້

ອາການນອນບໍ່ຫລັບຈົນຕ້ອງອາໄສຢານອນຫລັບເປັນອາການຍອດນິຍົມຂອງຫລາຍໆຄົນໄປແລ້ວກໍມີ ຍ້ອນການເຮັດວຽກ, ການຮຽນທີ່ແຂ່ງຂັນກັນສູງ ທັງເລື່ອງຮັກທີ່ເຮັດໃຫ້ເຈັບຫົວຢູ່ຕະຫລອດ ລວມເຖິງເລື່ອງເລັກນ້ອຍທີ່ແຕ່ລະຄົນມັກເກັບມາຄິດກ່ອນຈະນອນຈົນເຮັດໃຫ້ນອນບໍ່ຫລັບ.

ກ່ອນອື່ນໝົດຕ້ອງເຊົາດື່ມຊາ, ກາເຟໃນຕອນແລງ ຫລື ຕອນຫົວຄໍ່າໄປເລີຍ ໂດຍສະເພາະໃຜທີ່ມັກຫອບເອົາວຽກກັບມາເຮັດຢູ່ເຮືອນ ຈົນຕ້ອງອາໄສກາເຟເຮັດໃຫ້ຕາແຈ້ງ ເພາະກາເຟອີນເປັນໂຕການສຳຄັນທີ່ເຮັດໃຫ້ທ່ານນອນບໍ່ຫລັບ ແລະ ສັບສົນກະວົນກະວາຍ.

ໂຢເກິດຖືເປັນຢານອນຫລັບທີ່ປອດໄພໄດ້ - Visit Laos Visit SALANA BOUTIQUE HOTEL - ໂຢເກິດຖືເປັນຢານອນຫລັບທີ່ປອດໄພໄດ້
ໂຢເກິດຖືເປັນຢານອນຫລັບທີ່ປອດໄພໄດ້ - Visit Laos Visit SALANA BOUTIQUE HOTEL - ໂຢເກິດຖືເປັນຢານອນຫລັບທີ່ປອດໄພໄດ້

ຫັນມາເລືອກກິນໂຢເກິດກ່ອນນອນດີກ່ວາ ນອກຈາກຈະຊ່ວຍໃຫ້ນອນຫລັບສະບາຍແລ້ວ ຍັງປອດໄພກ່ວາການໃຊ້ຢານອນ ຫລັບຫລາຍ ເພາະໂຢເກິດອຸດົມໄປດ້ວຍກົດອະມິໂນທຣິບໂຕເຟນ ທີ່ມີສ່ວນຊ່ວຍໃຫ້ການນອນຫລັບເກີດໄວຂຶ້ນ ໂດຍກົດອະມິໂນນີ້ຈະຜະລິດດເຊໂຣໂທນິນ ເຊິ່ງເປັນສານສື່ປະສາດທີ່ສາມາດຫລຸດການເຮັດວຽກຂອງສະໝອງລົງຢ່າງໄວວາ ເປັນຜົນໃຫ້ງ່ວງ ແລະ ຫລັບໄວຂຶ້ນກ່ວາປົກກະຕິ.

ນອກຈາກການກິນອາຫານທີ່ມີຜົນເຮັດໃຫ້ນອນຫລັບງ່າຍແລ້ວ ຍັງມີຫລາຍປັດໄຈທີ່ສາມາດເຮັດໃຫ້ນອນບໍ່ຫລັບໄດ້ ເຊັ່ນ : ມີສຽງດັງລົບກວນເວລານອນຫລັບ, ອາກາດໃນຫ້ອງນອນຮ້ອນອົບເອົ້າ ເປັນຕົ້ນ ບໍ່ພຽງເທົ່ານີ້ ການນອນໃນກ້ອງທີ່ມີໂທລະພາບ ຫລື ຄອມພິວເຕີກໍສາມາດລົບກວນການນອນ ແລະ ເຮັດໃຫ້ນອນຫລັບບໍ່ແຈບດີໄດ້ຄືກັນ. ສະນັ້ນ, ຈຶ່ງຄວນເຮັດໃຫ້ຫ້ອງນອນເປັນຫ້ອງສຳລັບນອນໂດຍສະເພາະຈະດີທີ່ສຸດ.

ສະນັ້ນ ຢາກນອນຫລັບສະບາຍທຸກຄືນຢ່າລືມຊື້ໂຢເກິດມາໃສ່ຕູ້ເຢັນໄວ້ກິນເປັນປະຈຳ ແລະ ຈັດບັນຍາກາດຫ້ອງນອນໃຫ້ເປັນ ຕານອນຍິ່ງຂຶ້ນ.

ໂຢເກິດຖືເປັນຢານອນຫລັບທີ່ປອດໄພໄດ້ - 4 - ໂຢເກິດຖືເປັນຢານອນຫລັບທີ່ປອດໄພໄດ້
ໂຢເກິດຖືເປັນຢານອນຫລັບທີ່ປອດໄພໄດ້ - 3 - ໂຢເກິດຖືເປັນຢານອນຫລັບທີ່ປອດໄພໄດ້
ໂຢເກິດຖືເປັນຢານອນຫລັບທີ່ປອດໄພໄດ້ - 5 - ໂຢເກິດຖືເປັນຢານອນຫລັບທີ່ປອດໄພໄດ້