ອັບການິດສະຖານຍື່ນຂໍ້ສະເໜີ ເຈລະຈາສັນຕິພາບກັບຕາລີບັນ

ປະທານາທິບໍດີອັບການິດສະຖານຮຽກຮ້ອງກຸ່ມຕາລີບັນເຈລະຈາສັນຕິພາບຮ່ວມກັນ ໂດຍໃຫ້ຄຳໝັ້ນການຍອມຮັບສະຖານະຂອງອີກຝ່າຍ ແລະ ການປ່ອຍຕົວນັກໂທດການເມືອງ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງກາບູນ ປະເທດອັບການິດສະຖານ ໃນວັນທີ 28 ກຸມພາວ່າ: ປະທານາທິບໍດີ ອັຊຣາຟ ການີ ກ່າວຕໍ່ກອງປະຊຸມການຮ່ວມມືດ້ານສັນຕິພາບ ແລະ ຄວາມໝັ້ນຄົງຄັ້ງທີ 2 ທີ່ນະຄອນຫລວງກາບູນ ເຊິ່ງມີລັດຖະບານຫລາຍກວ່າ 20 ປະເທດສົ່ງຜູ້ແທນເຂົ້າຮ່ວມ ລວມທັງຮອງປະທານາທິບໍດີ ຢູຊູຟ ກັລລາ ແຫ່ງອິນໂດເນເຊຍ. ລັດຖະບານອັບການິດສະຖານຫວັງເປັນຢ່າງຍິ່ງວ່າຈະເປັນການປູທາງສູ່ການເຈລະຈາສັນຕິພາບແບບຍືນຍົງກັບກຸ່ມຕີລາຄາ, ສະເໜີການຮັບຮອງອີກຝ່າຍໃນຖານະ “ອົງກອນການເມືອງ”, ການຢຸດຍິງ, ການປ່ອຍຕົວນັກໂທດການເມືອງ ແລະ ການຫລຸດຜ່ອນການຂວ້ຳບາດ ຕະຫລອດຮອດການຍອມຮັບໃຫ້ກຸ່ມຕາລີບັນເຂົ້າມາມີສ່ວນຮ່ວມໃນຂະບວນການຮ່າງລັດຖະທຳມະນູນ ເພື່ອການປະຕິຮູບການເມືອງ. ເຖິງຢ່າງໃດກໍຕາມ, ກຸ່ມຕາລີບັນຕ້ອງຍອມຮັບການີ ແລະ ລັດຖະບານກາບູນຊຸດປັດຈຸບັນ ໃນຖານະລັດຖະບານຍຸຕິທຳຂອງອັບການິດສະຖານ.
ທັງນີ້, ສົງຄາມໃນອັບການິດສະຖານຖືເປັນສະໜາມຮົບຕ່າງປະເທດທີ່ຍືດເຍື້ອທີ່ສຸດ ແລະ ສິ້ນເປືອງທີ່ສຸດໃນປະຫວັດສາດຂອງອາເມລິກາ ດ້ວຍງົບປະມານທີ່ສູນເສຍໄປແລ້ວຫລາຍກວ່າ 500.000 ລ້ານໂດລາສະຫະລັດ ໂດຍລັດຖະບານວໍຊິງຕັນຂອງປະທານາທິບໍດີ ຈອດ ດັບເບິລຢູ ບຸສ ປະຕິບັດການແຊກແຊງທາງທະຫານໃນອັບການິດສະຖານ ໃນທ້າຍປີ 2001 ຫລັງເຫດວິນາດສະກຳ 911.