ທຄຕລ ສາຂາເຊກອງ ມອບເຄື່ອງຊ່ວຍເຫລືອ ໃຫ້ໂຮງຮຽນປະຖົມບ້ານກັນດອນ

ໃນວັນທີ 27 ກຸມພານີ້ ທ່ານ ເລັດສະໝອນ ໄຊບົວເງິນ ຫົວໜ້າທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ສາຂາແຂວງເຊກອງ, ໄດ້ນຳ ເອົາ ອຸປະກອນການສຶກສາ ຈໍາ ນວນໜຶ່ງ ໄປມອບໃຫ້ແກ່ນ້ອງ ນັກຮຽນຜູ້ດ້ອຍໂອກາດ ແລະ ນ້ອງ ເຄືອດ ນິລັນດອນ (ຫມໍ ລຳນ້ອຍ)ອາຍຸ 11 ປີ ທີ່ໂລກ ໂຊຊຽລ ໃຫ້ຄວາມສົນໃຈ ຈາກ ໂຮງຮຽນປະຖົມສົມບູນ ບ້ານ ກັນດອນເມືອງທ່າແຕງ ແຂວງ ເຊກອງເຊິ່ງອຸປະກອນ ດັ່ງກ່າວ ການປະກອບສ່ວນຂອງສັງ ຄົມຜ່ານທາງໂຄງການຫົວ ໃຈດຽວກັນ “BCEL one Heart ” ເຊິ່ງນ້ອງມີພອນສະ ຫວັນດ້ານການຂັບລຳທ້ອງ ຖິ່ນ ແຕ່ຍັງມີຄວາມຂາດເຂີນ ດ້ານເຄື່ອງນຸ່ງຫົ່ມ ແລະອຸປະ ກອນການສຶກສາ ໂດຍມີ ຫົວ ໜ້າຫ້ອງການສຶກສາທິການ ແລະກິລາເມືອງທ່າແຕງ, ທ່ານ ຮອງອຳນວຍການ ໂຮງຮຽນ ປະຖົມສົມບູນ ບ້ານກັນດອນ ແລະ ພໍ່ຂອງ ນ້ອງເຄືອດ ພ້ອມດ້ວຍຄູອາ ຈານ ເຂົ້າຮັບເຄື່ອງ ຊ່ວຍເຫຼືອ ດັ່ງກ່າວ./.
+ ມອບເຄື່ອງຊ່ວຍເຫລືອໃຫ້ແກ່ປະຊາຊົນເມືອງບົວລະພາຜູ້ໄດ້ຮັບຜົນກະທົບຈາກໄພທຳມະຊາດ
+ ຫລາຍພາກສ່ວນມອບເຄື່ອງຊ່ວຍເຫລືອໂຮງຮຽນມັດທະຍົມຕອນຕົ້ນບ້ານວັງມ້າ, ເມືອງສັງທອງ