ໃຫ້ລູກກິນເຂົ້າເອງດີແນວໃດ ?
March 1, 2018 - 12:18 PM

- ຊ່ວຍໃຫ້ລູກນ້ອຍໄດ້ຝຶກການໃຊ້ກ້ານຊີ້ນ ໃຫ້ມີຄວາມແຂງແຮງຫຼາຍຍິ່ງຂຶ້ນ ໂດຍສະເພາະການຢິບຈັບບ່ວງ, ການຕັກ, ການເກັງ ເພື່ອໃຫ້ລູກນ້ອຍພັດທະນາໄປອີກຂັ້ນຂອງພັດທະນາການ.
- ຝຶກປະສາດສໍາຜັດ ໂດຍສະເພາະທາງມື ແລະ ສາຍຕາ ເພາະລະຫວ່າງທີ່ລູກນ້ອຍຮຽນກິນນັ້ນ ເຂົາຈະໃຊ້ວິທີການສັງເກດພ້ອມໆກັບການຢິບຈັບໄປພ້ອມ.
- ການພັດທະນາດ້ານສະຕິປັນຍາ ເພາະລູກນ້ອຍເວລາທີ່ກິນເຂົ້າໃນແຕ່ລະຄັ້ງ ເຂົາຈະໃຊ້ຄວາມຄິດ, ວິເຄາະວ່າຕ້ອງຈັບແນວໃດ, ຕັກຂະໜາດໃດ, ເຮັດແນວໃດໃຫ້ເຂົ້າປາກ ແລະ ຕ້ອງຕັກຂະໜາດເທົ່າໃດ ທັງໝົດນີ້ຈະຊ່ວຍໃຫ້ລູກຝຶກການຄິດຫຼາຍຂຶ້ນ.
- ແກ້ບັນຫາລູກບໍ່ຍອມກິນເຂົ້າ ພໍ່ແມ່ພະຍາຍາມຫາວິທີໃຫ້ລູກກິນເຂົ້າສາລະພັດ ເຮັດແນວໃດລູກກໍບໍ່ຍອມກິນເຂົ້າເອງ ຊຶ່ງຈະເປັນອີກວິທີ ທີ່ເຮັດໃຫ້ລູກສະໜຸກກັບການກິນເຂົ້າ ເຂົາຈະບໍ່ເບື່ອອາຫານ ແລະ ກິນໄດ້ຫຼາຍຂຶ້ນ.