ປາຣີສ ຕັດສິນໃຈສົ່ງ ເນນາ ຜ່າຕັດທີ່ບຣາຊິນ ຄາດພັກ 2 ເດືອນ

ປາຣີສ ຕັດສິນໃຈສົ່ງ ເນນາ ຜ່າຕັດທີ່ບຣາຊິນ ຄາດພັກ 2 ເດືອນ - news201803010347505 - ປາຣີສ ຕັດສິນໃຈສົ່ງ ເນນາ ຜ່າຕັດທີ່ບຣາຊິນ ຄາດພັກ 2 ເດືອນ
ປາຣີສ ຕັດສິນໃຈສົ່ງ ເນນາ ຜ່າຕັດທີ່ບຣາຊິນ ຄາດພັກ 2 ເດືອນ - kitchen vibe - ປາຣີສ ຕັດສິນໃຈສົ່ງ ເນນາ ຜ່າຕັດທີ່ບຣາຊິນ ຄາດພັກ 2 ເດືອນ

ສະ​ໂມ​ສອນ ປາ​ຣີສ ​ແຊງ​​ແຊກ​​ແມງ ຖະ​ແຫລ​ງຂ່າວ​ຢ່າງ​ເປັນ​ທາງ​ການ​ວ່າ: ​ເນ​ມາ ດາວ​ດັງ​ຊາວ​ບຣາຊິນ ຈະ​ເຂົ້າຮັບ​ການຜ່າຕັດ​ອາການ​ບາດ​ເຈັບ​ຂໍ້​ຕີນ ຢູ່​ບຣາຊິນ​ໃນ​ທ້າຍ​ອາທິດ​ນີ້ ຄາດ​ວ່າ​ອາດ​ພັກ 2 ​ເດືອນ. ຕາມ​ລາຍ​ງານ​ຂ່າວ​ຈາກ​ຝຣັ່ງ.

ຫລັງ ​ເນ​ມາ ມີ​ອາການ​ຂໍ້​ຕີນ​ຂວາ​ພິກ​ທ້າຍ​ເກ​ມລີກ ​ເອິງ ລະຫວ່າງ ​ເປ​ແອ​ສ​ເຊ ກັບ ມາກ​ເຊຍ ​ໃນ​ວັນ​ທີ 25 ກຸມພາ ​ໂດຍ​ນອກຈາກ​ເອັນ​ຂໍ້​ຕີນ​ຂວາ​ອັກ​ເສບ​ແລ້ວ ຍັງ​ມີ​ອາການ​ກະດູກ​ຕີນ​ລ້າວ. ຫລ້າ​ສຸດ ຜົນ​ການກວດ​ເພີ່ມ​ຕື່ມ ​ແລະ ການ​ບົ່ງມະຕິຮ່ວມ​ກັນ​ໃນ​ວັນ​ທີ 27 ກຸມພາ ທີ​ມ​ແພດ​ໄດ້​ຂໍ້​ສະຫລຸບ​ວ່າ ​ເນ​ມາ ຕັດສິນ​ໃຈ​ເຂົ້າຮັບ​ການຜ່າຕັດ​ຕາມ​ຄຳ​ແນະນຳ​ຂອງ​ແພດ.

ສະ​ໂມ​ສອນ ​ເປ​ແອ​ສ​ເຊ ຍັງ​ຖະ​ແຫລ​ງວ່າ: ​ເນ​ມາ ຈະ​ກັບ​ໄປ​ເຂົ້າຮັບ​ການຜ່າຕັດ​ຢູ່​ບຣາຊິນ​ກັບ ດຣ. ລາສມາ ທ້າຍ​ອາທິດ​ນີ້ ​ໂດຍ ​ເປ​ແອ​ສ​ເຊ ຈະ​ສົ່ງ​ແພດ​ຊື່​ດັງ​ແຫ່ງ​ຝຣັ່ງ ດຣ. ​ເອຣິກ ​ໄຊ​ຍອງ ທີ່​ເຄີຍ​ຜ່າຕັດ​ນັກ​ກິລາ​ດັງ​ມາ​ແລ້ວ ລວມທັງ ​ໂຣນັລ​ໂດ້ ອະດີດ​ດາວ​ຍິງ​ລະດັບ​ຕຳນານ​ຂອງ​ທີ​ມຊາດ​ບຣາຊິນ ​ໄປ​ເບິ່ງ​ແຍງ​ນຳ. ທັງ​ນີ້ ຄາດ​ວ່າ ​ເນ​ມາ ຈະ​ຕ້ອງ​ພັກ​ຟື້ນປະມານ 2 ​ເດືອນ.

ປາຣີສ ຕັດສິນໃຈສົ່ງ ເນນາ ຜ່າຕັດທີ່ບຣາຊິນ ຄາດພັກ 2 ເດືອນ - 4 - ປາຣີສ ຕັດສິນໃຈສົ່ງ ເນນາ ຜ່າຕັດທີ່ບຣາຊິນ ຄາດພັກ 2 ເດືອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!