ແຂວງບໍ່ແກ້ວຈັດງານຊ່ວງເຮືອເທດສະການບຸນປີໃໝ່ລາວ ພສ 2560 ດ້ວຍບັນຍາກາດຟົດຟື້ນ

- kitchen vibe - ແຂວງບໍ່ແກ້ວຈັດງານຊ່ວງເຮືອເທດສະການບຸນປີໃໝ່ລາວ ພສ 2560 ດ້ວຍບັນຍາກາດຟົດຟື້ນ

-                                300x225 - ແຂວງບໍ່ແກ້ວຈັດງານຊ່ວງເຮືອເທດສະການບຸນປີໃໝ່ລາວ ພສ 2560 ດ້ວຍບັນຍາກາດຟົດຟື້ນ

ວັນທີ 17 ເມສານີ້, ບ້ານ ໃຫຍ່ຕົ້ນເຜິ້ງເມືອງຕົ້ນເຜິ້ງແຂວງ ບໍ່ແກ້ວໄດ້ເປັນເຈົ້າພາບຈັດງານ ເຮືອຊ່ວງໃນເທດ ສະການບຸນປີ ໃໝ່ລາວ ພສ 2560 ຂຶ້ນຢູ່ທີ່ທ່າ ສະຫວັນເພື່ອເປັນການອະນຸລັກ ຮັກສາວັດທະນະທຳ, ຮີດຄອງປະ ເພນີອັນດີງາມຂອງທ້ອງຖິ່ນທີ່ໄດ້   ສືບຕໍ່ກັນມາ, ທັງເປັນການສ້າງ ຄວາມສາມັກຄີຮັກແພງລະ ຫວ່າງບ້ານ ແລະ ຊາວເມືອງ ດ້ວຍກັນ  ແລະ ທັນເປັນການ ສົ່ງ ເສີມການທ່ອງທ່ຽວຂອງທ້ອງ ຖິ່ນໃຫ້ນັບມື້ຟົດຟື້ນ. ໂດຍມີ ເຮືອ ຊ່ວງຈຳນວນ  20 ລຳຈາກ ສຳນັກງານອົງການ  ແລະ ບ້ານ ຕ່າງໆໃນເມືອງຕົ້ນເຜິ້ງເຊັ່ນ: ບ້ານໃຫຍ່ຕົ້ນເຜິ້ງ, ບ້ານຮົ່ມເຢັນ, ບ້ານດອນສະຫວັນ, ບ້ານດອນ ມູນ, ຫ້ອງການກະສິກຳ ແລະ ປ່າໄມ້, ຫ້ອງການປົກຄອງ ເມືອງ ແລະ ເມືອງຊຽງແສນ (ປະເທດໄທ)2 ທິມ. ຜ່ານ  ການແຂ່ງຂັນດ້ວຍບັນຍາກາດອັນຟົດຟື້ນເຮືອບ້ານຮົ່ມເຢັນສາ ມາດຍາດໄດ້ທີ 1 ຮັບເງິນສົດ 3 ລ້ານກີບພ້ອມຂັນ 1 ໜ່ວຍ, ອັນ ດັບທີ 2 ແມ່ນເຮືອບ້ານສິງຄຳ (ເມືອງຊຽງ ແສນ) ຮັບເງິນສົດ  2 ລ້ານ 5 ແສນກີບພ້ອມຂັນ 1 ໜ່ວຍ, ອັນດັບທີ 3 ແມ່ນເຮືອ ບ້ານສົບຮວກ (ເມືອງຊຽງ ແສນ) ຮັບເງິນສົດ 2 ລ້ານກີບ ພ້ອມຂັນ 1 ໜ່ວຍ, ອັນດັບທີ 4  ເຮືອບ້ານດອນສະຫວັນຮັບເງິນສົດ 1 ລ້ານ ກີບພ້ອມຂັນ 1 ໜ່ວຍ,  ໃຫ້ກຽດມອບຂັນລາງ ວັນໂດຍທ່ານເຈົ້າເມືອງໆຕົ້ນເຜິ້ງ.

- Visit Laos Visit SALANA BOUTIQUE HOTEL - ແຂວງບໍ່ແກ້ວຈັດງານຊ່ວງເຮືອເທດສະການບຸນປີໃໝ່ລາວ ພສ 2560 ດ້ວຍບັນຍາກາດຟົດຟື້ນ
- Visit Laos Visit SALANA BOUTIQUE HOTEL - ແຂວງບໍ່ແກ້ວຈັດງານຊ່ວງເຮືອເທດສະການບຸນປີໃໝ່ລາວ ພສ 2560 ດ້ວຍບັນຍາກາດຟົດຟື້ນ
- 4 - ແຂວງບໍ່ແກ້ວຈັດງານຊ່ວງເຮືອເທດສະການບຸນປີໃໝ່ລາວ ພສ 2560 ດ້ວຍບັນຍາກາດຟົດຟື້ນ
- 3 - ແຂວງບໍ່ແກ້ວຈັດງານຊ່ວງເຮືອເທດສະການບຸນປີໃໝ່ລາວ ພສ 2560 ດ້ວຍບັນຍາກາດຟົດຟື້ນ
- 5 - ແຂວງບໍ່ແກ້ວຈັດງານຊ່ວງເຮືອເທດສະການບຸນປີໃໝ່ລາວ ພສ 2560 ດ້ວຍບັນຍາກາດຟົດຟື້ນ