ໂຄງການກໍ່ສ້າງຄູປ້ອງກັນນ້ຳຖ້ວມຕອນໃຕ້ ນະຄອນຫລວງວຽງຈັນໃກ້ຈະສຳເລັດແລ້ວ

ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ປັດຈຸບັນ, ກຳລັງຂຸ້ນຂ້ຽວດຳເນີນການກໍ່ສ້າງຄູປ້ອງກັນນ້ຳຖ້ວມຕອນໃຕ້ນະຄອນຫລວງວຽງຈັນ ເພື່ອໃຫ້ສຳເລັດກ່ອນລະດູຝົນນີ້, ໂຄງການດັ່ງກ່າວເປັນໂຄງການທີ່ສຳຄັນຕໍ່ກັບການຕ້ານໄພນ້ຳຖ້ວມຕອນໃຕ້ນະຄອນຫລວງວຽງຈັນ ແລະ ປັບປຸງພຶ້ນຖານໂຄງລ່າງດ້ານຄົມມະນາຄົມໃຫ້ມີຄວາມສະດວກແຕ່ເມືອງຫາດຊາຍຟອງຫາເມືອງປາກງື່ມ ໂດຍບໍ່ຕ້ອງຜ່ານທາງເລກ 13 ໃຕ້.
ຕາມການລາຍງານຂອງທ່ານ ສຸກກະເສີມ ດາລາແສນ ຫົວໜ້າໂຄງການກໍ່ສ້າງດັ່ງກ່າວ ໃຫ້ຮູ້ວ່າ: ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮ່ວມມືກັນຈັດຕັ້ງປະຕິບັດມາແຕ່ເດືອນເມສາ 2015 ພາຍໃຕ້ການຊີ້ນຳຂອງ ປະທານສະພາປະຊາຊົນນະຄອນຫລວງວຽງຈັນ ແລະ ມາຮອດປັດຈຸບັນສຳເລັດແລ້ວ 70% ແລະ ຄາດວ່າຈະໃຫ້ສໍາເລັດກ່ອນເດືອນສິງຫານີ້.
ຫົວໜ້າໂຄງການດັ່ງກ່າວໃຫ້ຮູ້ວ່າ: ໂຄງການນີ້ແມ່ນໂຄງການກໍ່ສ້າງພຶ້ນຖານໂຄງລ່າງຫລຸດຜ່ອນຄວາມສ່ຽງໄພນ້ຳຖ້ວມ ແລະ ແຫ້ງແລ້ງ ໂດຍແມ່ນທະນາຄານ ADB ເປັນຜູ້ໃຫ້ທຶນ, ບໍລິສັດພົງຊັບທະວີ ແລະ ບໍລິສັດສຸກປະເສີດ ເປັນຜູ້ຮັບເໝົາ, ໂດຍຕົ້ນຕໍແມ່ນເລັ່ງກໍ່ສ້າງຄູກັນນໍ້າແຕ່ສະຖານີລາວສະຕາຫາສົ້ນຂົວຫ້ວຍໝາກຮຽວ ລວມມີໄລຍະທາງທັງໝົດກວ່າ 32 ກິໂລແມັດ, ໃນນັ້ນເປັນຄູດິນ 4 ກິໂລແມັດ, ກວ້າງ 4 ແມັດ, ແຕ່ສະຖານີລາວສະຕາຫາສົ້ນຂົວມິດຕະພາບລາວ-ໄທແຫ່ງທີ 1, ຊ່ວງທີ 2 ແຕ່ສົ້ນຂົວມິດຕະພາບໄປຫາຫ້ວຍໝາກຮຽວ ໄລຍະທາງຍາວ 26,4 ກິໂລແມັດ, ເປັນຄູກັນນ້ຳກວ້າງ 10 ແມັດ, ປູທັບດ້ວຍເບຕົງອັດສະຟານ, ພ້ອມປະຕູລະບາຍນ້ຳຈຳນວນໜຶ່ງ ແລະ ກໍ່ສ້າງຄູກັນນ້ຳຄູດິນເພີ່ມແຕ່ Km4+050 ຫາ Km5+990 ໃຫ້ສາມາດຮອງຮັບລະດັບນ້ຳສູງສຸດ.