ເຊກອງຫວນຄືນມູນເຊື້ອວັນແມ່ຍິງສາກົນຄົບຮອບ 108 ປີ

ໜ່ວຍຮາກຖານສະຫະ ພັນແມ່ຍິງ ກຸ່ມເສດຖະກິດ ແລະ ກຸ່ມປົກປ້ອງກົດໝາຍ ແຂວງ ເຊກອງໄດ້ຈັດພິທີສະເຫຼີມສະ ຫຼອງ ຫວນຄືນມູນເຊື້ອວັນແມ່ ຍິງສາກົນ ຄົບຮອບ 108 ຂຶ້ນ ໃນວັນທີ 5 ມີນາ ນີ້ ໂດຍການ ເຂົ້າຮ່ວມຂອງຄະນະປະທານສະຫະພັນແມ່ຍິງແຂວງ ແລະ ເອື້ອຍນ້ອງແມ່ຍິງເຂົ້າຮ່ວມ ເປັນ ຈຳນວນຫລາຍເພື່ອຮັບ ຟັງມູນເຊື້ອກ່ຽວກັບປະຫວັດ ຄວາມເປັນມາຂອງວັນທີ 8 ມີນາ ແລະ ການເຕີບໃຫຍ່ຂະ ຫຍາຍຕົວຂອງວັນແມ່ຍິງສາ ກົນຕະຫຼອດໄລຍະ 108 ປີ ຜ່ານມາ, ເພື່ອໃຫ້ເອື້ອຍນ້ອງ ແມ່ຍິງທຸກຄົນໄດ້ຮັບຮູ້, ເຊື່ອມ ຊຶມມູນເຊື້ອວິລະກໍາຂອງແມ່ ຍິງ ໃນການຕໍ່ສູ້ປົດປ່ອຍຕົນ ເອງອອກຈາກແອກການກົດ ຂີ່ຂູດຮີດ ພ້ອມດຽວກັນນັ້ນກໍ ໄດ້ເນັ້ນໃຫ້ເອື້ອຍນ້ອງແມ່ຍິງ ເອົາໃຈໃສ່ສິດສອນລູກຫຼານ ໃຫ້ເປັນຄົນດີ, ເອົາໃຈໃສ່ພັດ ທະນາຕົນເອງ ແລະຄອບຄົວ ໃຫ້ມີລາຍຮັບດີຂຶ້ນ, ເສີມຂະ ຫຍາຍມູນເຊື້ອວັດທະນະ ທຳອັນດີງາມຂອງຊາດ ແລະ ຄຸນລັກສະນະທີ່ເປັນມູນເຊື້ອ ຂອງແມ່ຍິງລາວ, ເສີມຂະ ຫຍາຍຜົນງານ ແລະ ທ່າ ແຮງບົ່ມຊ້ອນຂອງຕົນເພື່ອ ເຮັດສຳ ເລັດໜ້າທີ່ການເມືອງ ຂອງພັກ ແລະ ສືບຕໍ່ປົກ ປັກຮັກສາໃຫ້ໝັ້ນຄົງຕະ ຫຼອດໄປ.
+ ສະເຫຼີມສະຫລອງວັນແມ່ຍິງສາກົນ ຄົບຮອບ 108 ປີ ດ້ວຍ 7 ກິດຈະກໍາຫຼັກ
+ ແມ່ຍິງໃນເຂດຊົນນະບົດມີບົດບາດຫລາຍຂຶ້ນ ໃນການວາງແຜນພັດທະນາຄອບຄົວ ແລະ ຊຸມຊົນ