ອາເມລິກາເພີ່ມຂວ້ຳບາດພຽງຢາງ ພົວພັນລອບຂ້າ ກິມ ຈອງ ນຳ

ລັດຖະບານວໍຊິງຕັນ “ໄດ້ຂໍ້ສະຫລຸບ” ວ່າ ສປປ ເກົາຫລີ ມີສ່ວນກ່ຽວຂ້ອງກັບການໃຊ້ອາວຸດເຄມີລອບສັງຫານອ້າຍຄົນລະແມ່ຂອງທ່ານ ກິມ ຈອງອິນ ໃນປີຜ່ານມາ ເຊິ່ງເທົ່າກັບເປັນການເພີ່ມມາດຕະການຂວ້ຳບາດໂດຍອັດຕະໂນມັດ.
On February 22, the United States determined under the Chemical and Biological Weapons Control and Warfare Elimination Act of 1991 that the Government of #NorthKorea used the chemical warfare agent VX to assassinate Kim Jong Nam, in the Kuala Lumpur airport. pic.twitter.com/sxsjeUxTFJ
— Matthew Miller (@StateDeptSpox) March 7, 2018
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດສະຫະລັດອາເມລິກາ ໃນວັນທີ 6 ມີນາວ່າ: ກະຊວງການຕ່າງປະເທດອາເມລິກາອອກຖະແຫລງການໃນວັນທີ 6 ມີນາ ຢືນຢັນວ່າ ສປປ ເກົາຫລີ ຢູ່ເບື້ອງຫລັງການໃຊ້ສານພິດວີເອັກ ໃນການລອບສັງຫານທ່ານ ກິມ ຈອງນຳ ອ້າຍຄົນລະແມ່ຂອງທ່ານ ກິມ ຈອງອິນ ຜູ້ນຳສູງສຸດຂອງລັດຖະບານພຽງຢາງ ພາຍໃນບໍລິເວນສະໜາມບິນສາກົນກົວລາລຳເປີ ໃນເດືອນກຸມພາປີຜ່ານມາ.
ທັງນີ້, ລັດຖະບານວໍຊິງຕັນເປີດເຜີຍວ່າ ໄດ້ຂໍ້ສະຫລຸບດັ່ງກ່າວໃນວັນທີ 22 ກຸມພາຜ່ານມາ ຕາມຂອບຂອງກົດໝາຍຄວບຄຸມການໃຊ້ອາວຸດເຄມີ ແລະ ອາວຸດຊີວະພາບ ແລະ ຫລຸດການໃຊ້ອາວຸດສົງຄາມ ສະບັບປີ 1991 ເຊິ່ງມາດຕະການຂວ້ຳບາດລັດຖະບານພຽງຢາງມີຜົນບັງຄັບໃຊ້ແລ້ວ ນັບແຕ່ວັນທີ 5 ມີນາເປັນຕົ້ນມາ.
ເຖິງຢ່າງໃດກໍຕາມ, ຫລາຍຝ່າຍວິເຄາະການເຄື່ອນໄຫວຂອງອາເມລິກາໃນຄັ້ງນີ້ເປັນພຽງ “ການສະແດງອອກທາງສັນຍາລັກ” ເພື່ອຮັກສາທ່າທີແຂງກະດ້າງຕໍ່ອີກຝ່າຍເທົ່ານັ້ນ. ນອກຈາກນີ້ ການປະກາດຂອງອາເມລິກາກ່ຽວກັບເລື່ອງດັ່ງກ່າວຍັງເກີດຂຶ້ນ “ຢ່າງເໝາະສົມ” ກັບການທີ່ ສປປ ເກົາຫລີ ແລະ ສ.ເກົາຫລີ ມີຄວາມຄືບໜ້າໃນການຟື້ນຟູການພົວພັນຢ່າງເປັນລຳດັບ ໂດຍປະທານາທິບໍດີ ມຸນ ແຈອິນ ແລະ ທ່ານ ກິມ ຈອງອິນ ມີກຳນົດພົບປະຫາລືກັນໃນທ້າຍເດືອນເມສານີ້ ແລະ ລັດຖະບານພຽງຢາງຍັງ “ສະແດງທ່າທີທາງບວກ” ທີ່ຈະຟື້ນຟູການເຈລະຈາກັບອາເມລິການຳອີກ.