ເມນູແມງໄມ້ພວມໄດ້ຮັບຄວາມນິຍົມຢູ່ອົດສະຕຣາລີ
ຊິດນີ 20 ເມສາ: ຂົ້ວຈິ້ງຫລີດ, ປີ້ງມົດທານ້ຳເຜິ້ງ, ແມງສາບເຜົາ ລ້ວນເປັນເມນູສຸດແປກທີ່ພວມໄດ້ຮັບຄວາມນິຍົມ ແລະ ກາຍເປັນສ່ວນໜຶ່ງຂອງເມນູອາຫານຄໍ່າລະດັບພັດຕະຄານຢູ່ອົດສະຕຣາລີໄປແລ້ວ.
ລາຍງານລະບຸວ່າ: ເມນູແມງສຸດແປກເຫລົ່ານີ້ສ້າງຄວາມແປກໃໝ່ ແລະ ສົ່ງສັນຍານວ່າພວມເປັນທີ່ນິຍົມຫລາຍຂຶ້ນຢູ່ອົດສະຕຣາລີ ໂດຍພໍ່ຄົວຮ້ານອາຫານເອລ ໂທໂຟ ຢູ່ນະຄອນຊິດນີ ກ່າວວ່າ: ເມນູແມງເປັນສິ່ງແປກໃໝ່ ເຮັດໃຫ້ບັນດາລູກຄ້າຕ່າງຢາກຮູ້ຢາກເຫັນຫລາຍກວ່າອາຫານເຫລົ່ານັ້ນມີລັກສະນະເປັນແນວໃດ ເຮັດໃຫ້ເມນູແມງກາຍເປັນອາຫານຈານເດັດໃນບັນດາລູກຄ້າທີ່ມາຮັບປະທານອາຫານຢູ່ຮ້ານ.
ຂະນະທີ່ເຈົ້າຂອງຮ້ານຄ້າຈືນແມງໄມ້ແຫ່ງໜຶ່ງ ກ່າວວ່າ: ຜູ້ບໍລິໂພກຖືກແບ່ງອອກເປັນ 2 ປະເພດຕົ້ນຕໍ ຄືປະເພດທີ່ຂໍແຕ່ເບິ່ງ ແຕ່ບໍ່ກິນແນ່ນອນ, ສ່ວນອີກປະເພດໜຶ່ງຄືພວກທີ່ຕ້ອງການຈະຮູ້ວ່າແມງໄມ້ກິນໄດ້ແທ້ ຫລື ບໍ່ ແລະ ເອົາໄປບອກຕໍ່ກັບຄົນອື່ນໆ.
ອົງການສະຫະປະຊາຊາດ ຫລື UN ລະບຸວ່າ: ແມງໄມ້ມີຄຸນຄ່າທາງໂປຣຕິນສູງ, ລາຄາຖືກ ລວມທັງມີການປ່ອຍແກັສເຮືອນແກ້ວຈາກສະຖານທີ່ຜະລິດໜ້ອຍກວ່າການເຮັດຟາມສັດ ແລະ ງົວນົມ. ແມງໄມ້ຈຶ່ງກາຍເປັນອາຫານຈານເດັດຂອງມະນຸດກວ່າ 2.000 ລ້ານຄົນທົ່ວໂລກໄປແລ້ວໃນປັດຈຸບັນນີ້, ສ່ວນຜູ້ສະໜັບສະໜູນໃຫ້ມີການບໍລິໂພກແມງໄມ້ເພີ່ມຂຶ້ນກ່າວວ່າ: ແມງໄມ້ຈະເປັນອາຫານໃຫ້ແກ່ປະຊາກອນໂລກ ແທນວັດຖຸດິບເກົ່າໆ ເຊັ່ນປາ ທີ່ພວມຈະຂາດເຂີນຈາກການປ່ຽນແປງຂອງສະພາບອາກາດ.