EU ປະກາດຂະຫຍາຍເວລາຂວ້ຳບາດ ຣັດເຊຍຕໍ່ໄປອີກ 6 ເດືອນ

- 632043 - EU ປະກາດຂະຫຍາຍເວລາຂວ້ຳບາດ ຣັດເຊຍຕໍ່ໄປອີກ 6 ເດືອນ
- kitchen vibe - EU ປະກາດຂະຫຍາຍເວລາຂວ້ຳບາດ ຣັດເຊຍຕໍ່ໄປອີກ 6 ເດືອນ

ກຸ່ມ​ສະຫະພາບ​ເອີຣົບ (EU) ປະກາດ​ຂະຫຍາຍ​ເວລາ​ຂວ້ຳບາດ​ຣັດ​ເຊຍ​ຕໍ່​ໄປ​ອີກ 6 ​ເດືອນ ​ເພື່ອ​ເປັນ​ການ​ລົງ​ໂທດ​ກ່ຽວ​ພັນ​ກັບຄວາມ​ຂັດ​ແຍ່ງ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ອູ​ແກຣນ.

- news IgWWeohjEo211458 533 300x200 - EU ປະກາດຂະຫຍາຍເວລາຂວ້ຳບາດ ຣັດເຊຍຕໍ່ໄປອີກ 6 ເດືອນ

- Visit Laos Visit SALANA BOUTIQUE HOTEL - EU ປະກາດຂະຫຍາຍເວລາຂວ້ຳບາດ ຣັດເຊຍຕໍ່ໄປອີກ 6 ເດືອນ

ສຳນັກ​ຂ່າວ​ເອ​ເອັຟພີລາ​ຍງານ​ຈາກ​ນະຄອນຫລວງ​ບຣຸກ​ແຊນ ປະ​ເທດ​ແບນ​ຊິກ ​ໃນ​ວັນ​ທີ 12 ມີນາ​ວ່າ: ການ​ຂະຫຍາຍ​ເວລາ​ຂວ້ຳບາດ​ຕໍ່​ຣັດ​ເຊຍ​ເຮັດ​ໃຫ້​ຮອດ​ປັດຈຸບັນ​ມາດ​ຕະການ​ອາ​ຍັດ​ຊັບ ​ແລະ ຫ້າມ​ເດີນທາງ​ເຂົ້າ EU ສົ່ງ​ຜົນ​ກະທົບ​ຕໍ່​ຊາວຣັດ​ເຊຍ 150 ຄົນ ​ເພີ່ມ​ຂຶ້ນ 1 ຄົນ​ຈາກ 6 ​ເດືອນ​ຜ່ານ​ມາ ​ແລະ ຕໍ່​ນິຕິບຸກຄົນ 38 ອົງການ ລວມທັງ​ບໍລິສັດ​ຕ່າງໆ, ອົງການ ​ແລະ ພັກ​ການ​ເມືອງ. ຖະ​ແຫລ​ງການ​ຮ່ວມ​ຂອງ 28 ປະ​ເທດ​ສະມາຊິກ EU ​ໃນ​ວັນ​ທີ 12 ມີນາ ກ່າວ​ວ່າ: ຈາກ​ການ​ຕີ​ລາຄາ​ສະຖານະ​ການ​ ຍັງ​ບໍ່​ມີ​ເຫດຜົນ​ທີ່​ຈະ​ປ່ຽນ​ແປງ​ມາດ​ຕະການ​ຂວ້ຳບາດ.

ມາດ​ຕະການ​ຂວ້ຳບາດ​ທາງ​ເສດຖະກິດ​ແບບ​ຄວບ​ຄຸມ​ຕໍ່​ເປົ້າໝາຍ​ນ້ຳມັນ, ປ້ອງ​ກັນ​ປະ​ເທດ ​ແລະ ການ​ທະນາຄານ​ຂອງຣັດ​ເຊຍ ​ເລີ່​ມມີ​ຜົນ​ໃນ​ປີ 2014 ​ແລະ ຂະຫຍາຍ​ເວລາ​ອີກ 6 ​ເດືອນ​ໃນ​​ເດືອນ​ທັນວາ.

EU ກຳນົດ​ມາດ​ຕະການ​ຂວ້ຳບາດຣັດ​ເຊຍ ພາຍຫລັງ​ເຮືອບິນ​ໂດຍສານ​ຂອງ​ສາຍ​ການບິນ​ມາ​ເລ​ເຊຍ ​ແອ​ລາຍ ຖ້ຽວ​ບິນ MH17 ຖືກ​ຍິງ​ຕົກ​ໃນ​ເຂດ​ປະ​ທະ​ອູ​ແກຣນ ​ໃນ​ເດືອນ​ກໍລະກົດ 2014 ​ເຮັດ​ໃຫ້​ຜູ້​ໂດຍສານ ​ແລະ ຈຸ​ບິນ​ເສຍ​ຊີວິດ​ທັງ​ໝົດ 298 ຄົນ ​ເຊິ່ງປະ​ເທດ​ຕາ​ເວັນ​ຕົກ​ກ່າວ​ວ່າ​ເປັນ​ຝີ​ມື​ຂອງ​ກຸ່ມ​ກະບົດ​ຝັກ​ໄຝ່ຣັດ​ເຊຍ.

- 4 - EU ປະກາດຂະຫຍາຍເວລາຂວ້ຳບາດ ຣັດເຊຍຕໍ່ໄປອີກ 6 ເດືອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!