ປກສ ແຂວງຫລວງນ້ຳທາຈັບຜູ້ຄ້າຢາເສບຕິດລາຍໃຫຍ່ມາດຳເນີນຄະດີ

- kitchen vibe - ປກສ ແຂວງຫລວງນ້ຳທາຈັບຜູ້ຄ້າຢາເສບຕິດລາຍໃຫຍ່ມາດຳເນີນຄະດີ

ເຈົ້າໜ້າທີ່ ປກສ ແຂວງ ຫລວງນ້ຳທາ ໃຫ້ຮູ້ໃນທ້າຍ ອາທິດຜ່ານມາວ່າ: ພາຍຫລັງ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າຈະມີການຂົນສົ່ງຢາເສບ ຕິດຈໍານວນຫລາຍຢູ່ເຂດບ້ານສົມ ປານໃຕ້ຫາບ້ານຊຽງກົກ ເມືອງລອງ, ຈຶ່ງໄດ້ຈັດກໍາລັງ ລົງຕິດຕາມກວດກາ ແລະ ພົບ ເຫັນ ເປົ້າໝາຍຊື່ທ້າວ ຢາໂຕ ອາຍຸ 31 ປີ ຢູ່ບ້ານປຸງຊາຍ ເມືອງລອງ ແລະ ຜ່ານການ ກວດ ຄົ້ນພົບຢາບ້າ 100.000 ເມັດຊຸກເຊື່ອງຢູ່ໃນກະເປົາມັດ ຢູ່ທ້າຍລົດຈັກ, ຈຶ່ງໄດ້ຢຶດໄວ້ ເປັນຫລັກຖານເພື່ອດໍາເນີນຄະ ດີຕາມລະບຽບກົດໝາຍ.

ຜ່ານການສືບສວນ- ສອບສວນຂອງເຈົ້າໜ້າທີ່ຜູ້ ກ່ຽວໄດ້ຮັບສາລະພາບວ່າ: ຢາເສບຕິດດັ່ງກ່າວເປັນ ຂອງ ຕົນແທ້, ເຊິ່ງໄດ້ເອົາມາຈາກ ຂະບວນການຄ້າຢາເສບຕິດ ໃນປະເທດໃກ້ຄຽງເພື່ອຈະ ມາຈໍາໜ່າຍໃຫ້ຜູ້ສັ່ງຊື້ໃນ ປະເທດແຕ່ຖືກເຈົ້າໜ້າທີ່ຈັບ ຕົວກ່ອນ. ປັດຈຸບັນ, ຄະດີຢາ ເສບຕິດລາຍນີ້, ເຈົ້າໜ້າທີ່ ພວມຂະຫຍາຍຜົນຫາຜູ້ ຮ່ວມ ຂະບວນການ ເພື່ອນໍາຕົວມາ ດໍາເນີນຄະດີຕາມລະບຽບ ກົດໂດຍໄວ.

- Visit Laos Visit SALANA BOUTIQUE HOTEL - ປກສ ແຂວງຫລວງນ້ຳທາຈັບຜູ້ຄ້າຢາເສບຕິດລາຍໃຫຍ່ມາດຳເນີນຄະດີ
- Visit Laos Visit SALANA BOUTIQUE HOTEL - ປກສ ແຂວງຫລວງນ້ຳທາຈັບຜູ້ຄ້າຢາເສບຕິດລາຍໃຫຍ່ມາດຳເນີນຄະດີ

ປກສ ເມືອງບໍລິຄຳໄຊ ຈັບຜູ້ຕ້ອງຫາພ້ອມຂອງກາງຢາບ້າ 385 ເມັດ

+ ປກສ ເມືອງສີສັດຕະນາກຈັບໄວລຸ້ນຄ້າຢາບ້າ ພ້ອມຂອງກາງຫລາຍກວ່າ 1.000 ເມັດ

- 4 - ປກສ ແຂວງຫລວງນ້ຳທາຈັບຜູ້ຄ້າຢາເສບຕິດລາຍໃຫຍ່ມາດຳເນີນຄະດີ
- 3 - ປກສ ແຂວງຫລວງນ້ຳທາຈັບຜູ້ຄ້າຢາເສບຕິດລາຍໃຫຍ່ມາດຳເນີນຄະດີ
- 5 - ປກສ ແຂວງຫລວງນ້ຳທາຈັບຜູ້ຄ້າຢາເສບຕິດລາຍໃຫຍ່ມາດຳເນີນຄະດີ