ເຜີຍ​ແຜ່​ຜົນຮ້າຍຂອງຢາ​ເສບ​ຕິດ​ໃຫ້ນັກຮຽນ​ໃນ​ເມືອງ​ສີ​ສັດຕະ​ນາກ

- Anti drug - ເຜີຍ​ແຜ່​ຜົນຮ້າຍຂອງຢາ​ເສບ​ຕິດ​ໃຫ້ນັກຮຽນ​ໃນ​ເມືອງ​ສີ​ສັດຕະ​ນາກ
- kitchen vibe - ເຜີຍ​ແຜ່​ຜົນຮ້າຍຂອງຢາ​ເສບ​ຕິດ​ໃຫ້ນັກຮຽນ​ໃນ​ເມືອງ​ສີ​ສັດຕະ​ນາກ

​ເມື່ອ​ທ້າຍ​ອາທິດ​ຜ່ານ​ມານີ້, ​ເຈົ້າໜ້າທີ່ ປກສ ​ເມືອງ ສີ​ສັດຕະ​ນາກໄດ້​ລົງ​​ເຜີຍ​ແຜ່​ຜົນຮ້າຍຂອງ​ຢາ​ເສບ​ຕິດ ​ແລະ ບັນຫາ​ອຸປະຕິ​ເຫດ​ໃຫ້​ນັກຮຽນພາຍ​ໃນ​ເມືອງດັ່ງກ່າວ​ຄື: ​ໂຮງຮຽນມັດທະຍົມ​ທົ່ງ​ກາງ, ​ໂຮງຮຽນມັດທະຍົມສີສັດຕະ​ນາກ ​ແລະ ​ໂຮງຮຽນແຫ່ງອື່ນໆ ເພື່ອໃຫ້ບັນດາຄູອາຈານ ແລະ ນ້ອງນັກຮຽນເຫັນໄດ້ຜົນຮ້າຍ ແລະ ຄວາມອັນຕະລາຍຂອງມັນ, ພາຍຫລັງເຫັນວ່າປັດຈຸບັນ, ​ສະພາບ​ຢາ​ເສບ​ຕິດ​ມີ​ລັກສະນະ​ຂະຫຍາຍ​ວົງ​ກວ້າງ ແລະ ໄດ້ມີ​ຊາວໜຸ່ມ​ເຍົາວະ​ຊົນຈໍານວນບໍ່ໜ້ອຍຕົກ​ເປັນ​ເຄື່ອງມື​ຂອງ​ຂະ​ບວນການ​ຄ້າຂາຍ​ຢາ​ເສບ​ຕິດ ​ແລະ ​ເກີດມີປາກົດ​ການ​ຫຍໍ້​ທໍ້​ສັງຄົມຕ່າງໆ ເປັນຕົ້ນ: ລັກ​ຊັບ, ປຸ້ນ​ຈີ້-ຊີງ​ຊັບ ​ແລະ ອຸປະຕິ​ເຫດ. ສະ​ນັ້ນ, ຫລີກ​ລ່ຽງບໍ່​ໃຫ້​ຕົກ​ເປັນ​ເຫຍື່ອ​ຂອງ​ຢາ​ເສບ​ຕິດແມ່ນຕ້ອງບໍ່ເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດທຸກປະເພດໂດຍເດັດຂາດ ແລະ ໃຊ້ເວລາຫວ່າງໃຫ້ເກີດປະໂຫຍດ ເຊັ່ນ: ຫລີ້ນກິລາ, ການຄົ້ນຄວ້າຮໍ່າຮຽນ ແລະ ເຮັກກິດຈະກໍາອື່ນໆທີ່ມີປະໂຫຍດແກ່ຕົນເອງ ແລະ ສັງຄົມ.

​ເຈົ້າໜ້າທີ່​ ປກສ ​ເມືອງສີ​ສັດຕະ​ນາກ ໃຫ້​ຮູ້​ວ່າ: ໃນ​ປີ 2017 ​ປາກົດ​ການ​ຫຍໍ້​ທໍ້​ພົ້ນ​ເດັ່ນ​ແມ່ນລັກຊັບພົນລະເມືອງເກີດຂຶ້ນ 221 ເລື່ອງ ​ແລະ ຄ້າຂາຍເສບຢາເສບຕິດ 110 ເລື່ອງ, ກັກຕົວໄດ້ 224 ຄົນ (ຍິງ 29 ຄົນ).

- Visit Laos Visit SALANA BOUTIQUE HOTEL - ເຜີຍ​ແຜ່​ຜົນຮ້າຍຂອງຢາ​ເສບ​ຕິດ​ໃຫ້ນັກຮຽນ​ໃນ​ເມືອງ​ສີ​ສັດຕະ​ນາກ

ຂ່າວໃຫ້ຮູ້ຕື່ມວ່າ: ເມື່ອທ້າຍອາທິດຜ່ານມານີ້, ​ເຈົ້າໜ້າ​ທີ່ ປກສ ນະຄອນຫລວງ​ວຽງ​ຈັນ, ​ໄດ້​ສຶກສາ​ອົບຮົມ​ຜູ້​ມົ້ວສຸມ​ຢາ​ເສບ​ຕິດຈໍານວນ 36 ຄົນກ່ອນມອບໃຫ້ຜູ້ປົກຄອງໄປສຶກສາຕື່ມ ແລະ ຜູ້​ຕິດ​ຢາ​ເສບ​ຕິດ​ຮຸນ​ແຮງແມ່ນ​ໄດ້​ນຳ​ສົ່ງ​ສູນ​ບຳບັດ​ຢາ​ເສບ​ຕິດ. ສ່ວນຜູ້ມີຢາເສບຕິດຄອບຄອງແມ່ນໄດ້ເອົາຕົວໄປດໍາເນີນຄະດີຕາມລະບຽບກົດໝາຍ ລວມມີທ້າວ ຈອນ​ນີ ອາຍຸ 25 ປີຢູ່​ບ້ານ​ຄຳ​ສະຫວາດ, ທ້າວ ​ແສງ​ມະນີ (ຈ່ອຍ) ອາຍຸ 22 ປີຢູ່​ບ້ານ​ໂນນ​ສະຫວ່າງ, ທ້າວ ສົມ​ຊາຍ ອາຍຸ 30 ປີຢູ່​ບ້ານ​ໜອງ​ໜ່ຽງ, ທ້າວ ສົມ​ພັນ (ບ້ຽວ) ອາຍຸ 36 ປີຢູ່​ບ້ານ​ທາດຫລວງ​ໃຕ້ ​ແລະ ນາງ ສະ​ດາ​ພອນ (ຈຽບ) ອາຍຸ 22 ປີຢູ່​ບ້ານ​ໂນນ​ສະຫວ່າງ​ເມືອງ​ໄຊ​ເສດ​ຖານະຄອນຫລວງ​ວຽງ​ຈັນ, ໂດຍທັງໝົດຖືກຈັບຕົວໄດ້​ໃນ​ຮ້ານ​ເກ​ມ​ແຫ່ງ​ໜຶ່ງ​​ເຂດ​ບ້ານ​ໂນນ​ຄໍ້​ເໜືອ​ເມືອງ​ໄຊ​ເສດ​ຖານະຄອນຫລວງ​ວຽງ​ຈັນ, ​ພ້ອມ​ຂອງ​ກາງ​ຢາ​ບ້າ 30 ກວ່າ​ເມັດ.

- 4 - ເຜີຍ​ແຜ່​ຜົນຮ້າຍຂອງຢາ​ເສບ​ຕິດ​ໃຫ້ນັກຮຽນ​ໃນ​ເມືອງ​ສີ​ສັດຕະ​ນາກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!