ສ.ເກົາຫລີ ຢືນຢັນຊ້ອມຮົບກັບ ອາເມລິກາປີນີ້ຈະສຳເລັດໄວຂຶ້ນ
ກະຊວງປ້ອງກັນປະເທດຂອງ ສ.ເກົາຫລີ ປະກາດວ່າ: ກຳນົດການຊ້ອມຮົບຮ່ວມກັບອາເມລິກາໃນເດືອນເມສານີ້ຈະສຳເລັດໄວຂຶ້ນ, ແຕ່ກ່ອນໜ້ານັ້ນພຽງບໍ່ເທົ່າໃດຊົ່ວໂມງ ເພນຕາກອນຢືນຢັນວ່າ: ຂະໜາດຂອງການຝຶກຊ້ອມຍັງຄືເກົ່າ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງເຊອຸນ ຂອງ ສ.ເກົາຫລີ ໃນວັນທີ 20 ມີນາວ່າ: ທ່ານນາງ ຊາເວ ຮາຢອນ ຊູ ໂຄສົກກະຊວງປ້ອງກັນປະເທດຂອງ ສ.ເກົາຫລີ ຖະແຫລງໃນວັນທີ 20 ມີນາວ່າ: ການຊ້ອມຮົບປະຈຳປີຮ່ວມກັບກອງທັບອາເມລິກາຈະໄຂຂຶ້ນໃນວັນທີ 1 ເມສານີ້, ພາຍຫລັງເລື່ອນມາຈາກກຳນົດເກົ່າຄືໄລຍະເດືອນກຸມພາຂອງທຸກປີ ເນື່ອງຈາກປີນີ້ກົງກັບໄລຍະການແຂ່ງຂັນໂອແລັມປິກລະດູໜາວ. ເຖິງຢ່າງໃດກໍຕາມ, ຕາຕະລາງການຝຶກຊ້ອມຂອງໂຄງການດັ່ງກ່າວ ເຊິ່ງເປັນປະຕິບັດການພາກສະໜາມ ຈະມີການຫລຸດໄລຍະເວລາໃຫ້ສັ້ນລົງ ຄືສຳເລັດພາຍໃນເດືອນດຽວ. ທັງນີ້ ການຊ້ອມຮົບດັ່ງກ່າວໃນປີຜ່ານມາ ໃຊ້ເວລາເຖິງ 2 ເດືອນ ຄືລະຫວ່າງເດືອນກຸມພາຫາເດືອນເມສາ.
ເຖິງຢ່າງໃດກໍຕາມ, ກ່ອນໜ້ານັ້ນພຽງບໍ່ເທົ່າໃດຊົ່ວໂມງ ກະຊວງປ້ອງກັນປະເທດອາເມລິກາອອກຖະແຫລງການວ່າ: ການຊ້ອມຮົບຮ່ວມປະຈຳປີລະຫວ່າງອາເມລິກາກັບ ສ.ເກົາຫລີ ປະຈຳປີນີ້ ຈະເປັນໄປຕາມກຳນົດໄລຍະເວລາ ແລະ ຂອບເຂດຂອງການຝຶກຊ້ອມທີ່ຢູ່ໃນລະດັບດຽວກັບທຸກປີຜ່ານມາ, ພ້ອມລະບຸອີກວ່າ: ບໍ່ມີເຫດຜົນທີ່ ສປປ ເກົາຫລີ ຈະອອກມາສະແດງທ່າທີວ່າ: ການຊ້ອມຮົບລະຫວ່າງອາເມລິກາກັບ ສ.ເກົາຫລີ ເປັນການຂົ່ມຂູ່ຄຸກຄາມ.