ເກີດ​ເຫດ​ໄຟ​ໄໝ້​ຢູ່​ບ້ານຫັດສະດີ

- 29497064 1766978750027608 5927019253545128633 n - ເກີດ​ເຫດ​ໄຟ​ໄໝ້​ຢູ່​ບ້ານຫັດສະດີ
- kitchen vibe - ເກີດ​ເຫດ​ໄຟ​ໄໝ້​ຢູ່​ບ້ານຫັດສະດີ

​ເຈົ້າໜ້າທີ່​ຕຳຫລວດ​ສະກັດ​ກັ້ນ ​ແລະ ມອດ​ໄຟ ນະຄອນຫລວງ​ວຽງຈັນ​ໃຫ້​ຮູ້​ວ່າ: ​ໃນ​ທ່ຽງຄືນ​ຂອງ​ວັນ​ທີ 22 ມີນານີ້, ​ໄດ້​ເກີດ​ເຫດ​ໄຟ​ໄໝ້ຕຶກ​ຫ້ອງ​ແຖວ​ 3 ສາມ​ຊັ້ນຫລັງໜຶ່ງຢູ່​ບ້ານຫັດສະດີ​ເມືອງຈັນທະ​ບູລີນະຄອນຫລວງ​ວຽງຈັນ, ຊຶ່ງຕຶກ​ດັ່ງກ່າວ​ເປັນ​ຮ້ານ​ຂາຍ​ເສື້ອຜ້າ, ​ໂດຍ​ໄດ້​ມີ​ພະນັກງານ​ຫຍິບ​ເຄື່ອງ​ນອນ​ເຝົ້າ, ຊຶ່ງ​ສາ​ເຫດ​ຂອງ​ການ​ເກີດ​ໄຟ​ໄໝ້​ເຈົ້າໜ້າທີ່​ກຳລັງ​ສືບສວນ-ສອບ​ສວນ.

ເຈົ້າໜ້າທີ່​​ໃຫ້​ຮູ້​ຕື່ມ​ວ່າ: ​ໃນ​ວັນ​ທີ 21 ມີນາຜ່ານມາ, ​ໄດ້​ເກີດ​ເຫດ​ໄຟ​ໄໝ້​ເຮືອນກໍ່ສອງຊັ້ນຫລັງໜຶ່ງຂອງ​ປະຊາຊົນຢູ່​ບ້ານ​ໃໝ່​ເມືອງສີ​ໂຄດ​ຕະບອງຍ້ອນ​ໄຟຟ້າ​ລັດ​ວົງ​ຈອນໂດຍມີມູນຄ່າເສຍຫາຍເປັນຈໍານວນຫລາຍ.

- Visit Laos Visit SALANA BOUTIQUE HOTEL - ເກີດ​ເຫດ​ໄຟ​ໄໝ້​ຢູ່​ບ້ານຫັດສະດີ
- Visit Laos Visit SALANA BOUTIQUE HOTEL - ເກີດ​ເຫດ​ໄຟ​ໄໝ້​ຢູ່​ບ້ານຫັດສະດີ
- 5 - ເກີດ​ເຫດ​ໄຟ​ໄໝ້​ຢູ່​ບ້ານຫັດສະດີ
- 4 - ເກີດ​ເຫດ​ໄຟ​ໄໝ້​ຢູ່​ບ້ານຫັດສະດີ
- 3 - ເກີດ​ເຫດ​ໄຟ​ໄໝ້​ຢູ່​ບ້ານຫັດສະດີ