ທີມຊາດລາວ ສະເໝີ ບັງກາລະເທດ2-2

ນັກກິລາທີມຊາດລາວ ລົງສະໜາມຄັ້ງທີ 2 ສະເໝີ ທີມຊາດບັງກາລະເທດ 2-2 ວັນທີ 27 ມີນາ 2018 ທີ່ສະໜາມກິລາຫລັກ 16 ຂອງການແຂ່ງຂັນບານເຕະມິດຕະພາບ. ຂະນະທີ່ຄູຝຶກເພິ່ງພໍໃຈຜົນງານຂອງລູກທີມ.
ທ່ານ ໄມວອງ ຄູຝຶກນັກກິລາທີມຊາດລາວ ໃຫ້ສໍາພາດຫລັງຈົບການແຂ່ງຂັນສະເໝີ ບັງກາລະເທດ ວ່າ: ການລົງສະໜາມຄັ້ງນີ້ ເຊິ່ງເປັນຄັ້ງທີ 2 ຊີ້ໃຫ້ເຫັນວ່າ ນັກກິລາຂອງພວກເຮົາໄດ້ມີການປັບຕົວຫລາຍຂຶ້ນ ຫລັງຈາກທີ່ເສຍໃຫ້ແກ່ທີມຊາດກໍາປູເຈຍໃນອາທິດຜ່ານມາ. ແນວໃດກໍຕາມ ການລົງສະໜາມຄັ້ງນີ້ ຕົນເອງຮູ້ເພິ່ງພໍໃຈຕໍ່ຜົນງານຂອງນັກກິລາຊຸດນີ້ທີ່ໄດ້ເຮັດສຸດຄວາມສາມາດ ອີກຢ່າງນັກກິລາຊຸດດັ່ງກ່າວຍັງເປັນນັກກິລາຮຸ່ນໃໝ່ຫລາຍຄົນ, ແຕ່ພວກເຮົາກໍຈະປັບປຸງຫລາຍຢ່າງ ໂດຍສະເພາະລະບົບການຫລິ້ນຂອງແຕ່ລະຕໍາແໜ່ງ ເຊິ່ງເຫັນວ່າຍັງຈະຕ້ອງມີບ່ອນທີ່ປັບປຸງໃຫ້ດີກວ່າເກົ່າ.
ຂະນະທີ່ ທ້າວ ພິທັກ ພົມເທບ ນັກກິລາທີມຊາດລາວ ໃຫ້ສໍາພາດວ່າ: ການລົງສະໜາມຄັ້ງນີ້ ຖືວ່ານັກກິລາແຕ່ລະຄົນເຮັດໄດ້ດີຫລາຍ ເຖິງວ່າໃນເຄິ່ງເວລາທໍາອິດພວກເຮົາຈະເປັນຝ່າຍນໍາເຂົາ 2-0 ກໍຕາມ ແຕ່ພໍເຂົ້າເຄິ່ງເວລາທີ 2 ທີມຊາດບັງກາລະເທດ ໄດ້ມີການປັບປຸງເກມຫລາຍພໍສົມຄວນ ຈຶ່ງເຮັດໃຫ້ເຂົາສາມາດຍິງປະຕູຕີໄຂ່ແຕກໃນນາທີ 81ແລະ ໄດ້ປະຕູໃນນາທີ 90 ເຮັດໃຫ້ພວກເຮົາສະເໝີກັບ ທີມຊາດບັງກາລະເທດ 2-2 ເຊິ່ງສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່ານັກກິລາຂອງພວກເຮົາຫລາຍຄົນຍັງບໍ່ມີປະສົບການຫລາຍ ຍັງເປັນນັກກິລາຮຸ່ນໃໝ່ທີ່ຈະຕ້ອງໄດ້ຖອດຖອນບົດຮຽນຫລາຍກວ່າເກົ່າ. ແນວໃດກໍຕາມ ຕົນເອງໃນນາມຕາງໜ້ານັກກິລາທີມຊາດລາວ ຮູ້ສຶກພາກພູມໃຈທີ່ເປັນຕົວແທນນັກກິລາລາວເຂົ້າຮ່ວມການແຂ່ງຂັນຄັ້ງນີ້ ແລະ ຂໍຂອບໃຈແຟນບານຂອງລາວເຮົາທີ່ເຂົ້າຊົມເຂົ້າເຊຍໃຫ້ກໍາລັງໃຈທີມຊາດລາວ ຕະຫລອດໄລຍະການແຂ່ງຂັນບານເຕະມິດຕະພາບ 2 ຄັ້ງຜ່ານມາ.