ເອສະຣາ ຊະນະຈຸດໂທດ ລາວໂຕໂຢຕ້າ ເຂົ້າຊິງກັບ ຊ້າງນ້ອຍ ບານເຕະຊິງຂັນ ສຕລ 2019

ເອສະຣາ ຊະນະຈຸດໂທດ ລາວໂຕໂຢຕ້າ  ເຂົ້າຊິງກັບ ຊ້າງນ້ອຍ ບານເຕະຊິງຂັນ ສຕລ 2019 - Lpn1 - ເອສະຣາ ຊະນະຈຸດໂທດ ລາວໂຕໂຢຕ້າ  ເຂົ້າຊິງກັບ ຊ້າງນ້ອຍ ບານເຕະຊິງຂັນ ສຕລ 2019
ເອສະຣາ ຊະນະຈຸດໂທດ ລາວໂຕໂຢຕ້າ  ເຂົ້າຊິງກັບ ຊ້າງນ້ອຍ ບານເຕະຊິງຂັນ ສຕລ 2019 - kitchen vibe - ເອສະຣາ ຊະນະຈຸດໂທດ ລາວໂຕໂຢຕ້າ  ເຂົ້າຊິງກັບ ຊ້າງນ້ອຍ ບານເຕະຊິງຂັນ ສຕລ 2019

ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 18 ປີ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ປະຈໍາປີ 2019 ຮອບຮອງ​ຊະ​ນະ​ເລີດ ໃນວັນທີ 25 ທັນວານີ້ ທີ່ສະໜາມກິລາແຫ່ງຊາດຫລັກ 16 ຄູ່ທີ 1 ເອສະຣາ ພົບກັບ ລາວໂຕໂຢຕ້າ ສອງສະໂມສອນດັງ, ລາວໂຕໂຢຕ້າ ຜ່ານເຂົ້າຮອບ 4 ທີມສຸດທ້າຍໃນຖານະທີ 1 ຂອງກຸ່ມ A ຊະນະ 4 ນັດລວດ, ຍິງ 29 ປະຕູ ເສຍພຽງ 1 ປະຕູ, ໃນຂະນະທີ່ ເອສະຣາ ເຂົ້າຮອບນີ້ ໃນຖານະອັນດັບທີ 2 ຂອງກຸ່ມ B ຊະນະ 3 ເສຍ 1 ຍິງ 24 ປະຕູ ເສຍ 4 ປະຕູ

ການແຂ່ງຂັນໃນເກມນີ້ ທັງສອງທີມສູ້ກັນໄດ້ຢ່າງສູສີ ແຕ່ເປັນລາວໂຕໂຢຕ້າ ທີ່ຍິງຂື້ນນຳ 1-0 ຈາກ ທ້າວ ຕີ ສີຫາລາດ ແລະ ໜີຫ່າງອອກເປັນ 2-0 ຈາກທ້າວພອ​ນ​ສະ​ຫວັນ ແກ້ວ​ມະ​ນີ​ວົງ, ເອສະຣາພະຍາຍາມສູ້ຄືນຈົນສາມາດໄລ່ຕີຕື້ນຂື້ນມາ 2-1 ຈາກທ້າວ ໂຈນີ້ ແຫວນປະເສີດ ກອງໜ້າທີມຊາດລາວ ຊົນເຜົ່າກຶມມຸ ຈາກນັ້ນເອສະຣາພັບສະໜາມບຸກເຕັມທີ່ຈົນສາມາຕີສະເໝີໄດ້ເປັນ 2-2 ຈາກຄົນເກົ່າ ທ້າວ ໂຈນີ້ ແຫວນປະເສີດ

ເອສະຣາ ຊະນະຈຸດໂທດ ລາວໂຕໂຢຕ້າ  ເຂົ້າຊິງກັບ ຊ້າງນ້ອຍ ບານເຕະຊິງຂັນ ສຕລ 2019 - Visit Laos Visit SALANA BOUTIQUE HOTEL - ເອສະຣາ ຊະນະຈຸດໂທດ ລາວໂຕໂຢຕ້າ  ເຂົ້າຊິງກັບ ຊ້າງນ້ອຍ ບານເຕະຊິງຂັນ ສຕລ 2019

ເກມການແຂ່ງຂັນເດີນທາງມາຊ່ວງທ້າຍເວລາທັງສອງທີມບໍ່ສາມາດບວກປະຕູເພີ່ມໄດ້ຈົບການແຂ່ງຂັນຕ້ອງມາຕັດສີນຜູ້ຊະນະ ຄືການດວນຈຸດໂທດ ແລະ ເປັນເອສະຣາ ທີ່ຍິງໄດ້ຄົມກວ່າ ເອົາຊະນະຈຸດໂທດລາວໂຕໂຢຕ້າໄປໄດ້ 4-1 ຜ່ານເຂົ້າໄປຊີງຊະນະເລີດ ພົບຊ້າງນ້ອຍເອຟຊີ ທີ່ຈະເເຂ່ງຂັນໃນວັນທີ 28 ທັນວານີ້ ເວລາ 15:00 ສະໜາມຫຍ້າທຽມ 1 ສະຫະພັນບານເຕະແຫ່ງຊາດ

ເອສະຣາ ຊະນະຈຸດໂທດ ລາວໂຕໂຢຕ້າ  ເຂົ້າຊິງກັບ ຊ້າງນ້ອຍ ບານເຕະຊິງຂັນ ສຕລ 2019 - 5 - ເອສະຣາ ຊະນະຈຸດໂທດ ລາວໂຕໂຢຕ້າ  ເຂົ້າຊິງກັບ ຊ້າງນ້ອຍ ບານເຕະຊິງຂັນ ສຕລ 2019
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!