7 ຫລັກການເພີ່ມຄວາມສະຫລາດທາງປັນຍາໃຫ້ລູກ.
March 30, 2018 - 12:31 PM

ນອກຈາກຄວາມປາຖະໜາໃຫ້ລູກເປັນຄົນດີ ແລະ ມີຊີວິດທີ່ມີຄວາມສຸກແລ້ວ, ພໍ່ແມ່ຫລາຍຄົນກໍຍັງຢາກໃຫ້ລູກມີໄອຄິວດີ (ຄວາມສະຫລາດທາງປັນຍາ) ແລະ ມີສະຕິປັນຍາດີເພື່ອທາງເລືອກໃນອະນາຄົດ ແລະ ການເຮັດວຽກດີໆທີ່ຈະໄດ້ມີຊີວິດທີ່ສຸກສະບາຍນຳ ເຊິ່ງຜູ້ຊ່ຽວຊານດ້ານສຸຂະພາບຈິດຈາກຫລາຍສະຖາບັນໃນຫລາຍໆປະເທດ ກໍໄດ້ແນະນຳເຖິງປັດໄຈສຳຄັນທີ່ຈະຊ່ວຍໃຫ້ເດັກນ້ອຍມີຄວາມສະຫລາດທາງສະຕິປັນຍາ ຫລື ໄອຄິວຢູ່ໃນລະດັບດີ ໂດຍການລ້ຽງດູທີ່ເໝາະສົມຈາກຄອບ ຄົວດັ່ງນີ້ :
- ຄວາມຮັກຄວາມອົບອຸ່ນໃນຄອບຄົວ, ການສະແດງອອກຂອງຄວາມຮັກຈາກພໍ່ແມ່ເຮັດໃຫ້ເດັກນ້ອຍຫລັ່ງສານ Nerve growth factor ຊ່ວຍກະຕຸ້ນການຈະເລີນເຕີບໃຫຍ່ຂອງສະໝອງໄດ້.
- ໃຫ້ເດັກນ້ອຍໄດ້ກິນອາຫານທີ່ດີ, ໄດ້ຮັບສານອາຫານທີ່ຄົບຖ້ວນ. ສິ່ງສຳຄັນແມ່ນໄອໂອດີນ.
- ໃຫ້ເດັກນ້ອຍໄດ້ມີປະຕິສຳພັນກັບທຳມະຊາດ ແລະ ສິ່ງແວດລ້ອມ, ໃຊ້ຊີວິດຮຽນຮູ້ທຳມະຊາດຢ່າງມີຄວາມສຸກ.
- ປ່ອຍໃຫ້ເດັກນ້ອຍໄດ້ຫລິ້ນຢ່າງອິດສະຫລະ ເຮັດໃຫ້ເດັກນ້ອຍມີຄວາມຄິດສ້າງສັນ, ເກີດການຮຽນຮູ້ທີ່ີມີຄວາມສຸກ, ຮູ້ຈັກແກ້ໄຂປັນຫາໄດ້.
- ສົ່ງເສີມການອ່ານໃຫ້ກັບ ເດັກນ້ອຍ ເພາະການອ່ານຊ່ວຍ ສ້າງຈິນຕະນາການ ເຮັດໃຫ້ສະ ໝອງໄດ້ຮັບການພັດທະນາການ ດ້ານການໃຊ້ພາສາ ແລະ ການສື່ ສານ ລວມໄປເຖິງການເວົ້າ, ການ ຟັງ, ການຂຽນ ແລະ ມີທັກສະຊີ ວິດທີ່ຄົບຖ້ວນທຸກດ້ານ.
- ຟັງເພງ, ຫລິ້ນດົນຕີ ຫລື ຟ້ອນຕາມຈັງຫວະ ການໄດ້ຝຶກແອບໄຈ້ແຍກສຽງຕ່າງໆ ທັງຈາກສຽງຮ້ອງ ແລະ ເຄື່ອງດົນຕີ ຈະສົ່ງເສີມ ແລະ ກ່ອມຈິດໃຈໃຫ້ຮູ້ຈັກຟັງຜູ້ອື່ນຫລາຍຂຶ້ນ, ມີບຸກຄະລິກກະພາບທີ່ດີ ແລະ ມີສະມາທິດີຂຶ້ນນຳ.
- ສົ່ງເສີມໃຫ້ເດັກນ້ອຍໄດ້ອອກກຳລັງກາຍ, ຫລິ້ນກິລາທີ່ມັກຊ່ວຍກະຕຸ້ນການຮຽນຮູ້, ກະຕຸ້ນການຈະເລີນເຕີບໃຫຍ່ຂອງສະໝອງເດັກນ້ອຍ ເຮັດໃຫ້ເກີດມີຄວາມເຊື່ອໝັ້ນໃນຕົນເອງ. ຫລັກການລ້ຽງເດັກນ້ອຍເພື່ອພັດທະນາໄອຄິວ ຫລື ຄວາມສະຫລາດທາງສະຕິປັນຍາທັງ 7 ຂ້ໍທີ່ກ່າວມາຂ້າງເທິງນັ້ນ ຫາກປະຕິບັດໄດ້ ທ່ານຈະໄດ້ເດັກນ້ອຍທີ່ມີທັງຄວາມສາມາດທາງສະຕິປັນຍາ ພ້ອມກັບເດັກນ້ອຍທີ່ອາລົມດີມີຄວາມສຸກໃນຄົນດຽວກັນ.