ອາເມລິກາ-ສ.ເກົາຫລີ ເລີ່ມ ຊ້ອມຮົບປະຈຳປີລະດັບຕໍ່າ


ກອງທັບອາເມລິກາ ແລະ ສ.ເກົາຫລີ ເລີ່ມປະຕິບັດການຊ້ອມຮົບປະຈຳປີໃນເດືອນເມສາ ໂດຍພາລະກິດໃນປີນີ້ຖືວ່າ “ບໍ່ເຕັມຮູບແບບ” ເມື່ອທຽ-ໃສ່ທຸກຄັ້ງຜ່ານມາ ທ່າມກາງບັນຍາກາດຢູ່ແຫລມເກົາຫລີຫລຸດຜ່ອນຄວາມເຄັ່ງຕຶງ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງເຊອຸນ ສ.ເກົາຫລີ ໃນວັນທີ 1 ເມສາວ່າ: ກອງທັບອາເມລິກາ ແລະ ກອງທັບ ສ.ເກົາຫລີ ເລີ່ມປະຕິບັດການຊ້ອມຮົບປະຈຳປີ ແບ່ງເປັນການຝຶກຊ້ອມຂອງໂຄງການຫລັກຄື “ໂຟລ ອີເກິນ” ເຊິ່ງເປັນປະຕິບັດການພາກສະໜາມ ແລະ ການຝຶກຝົນຄຽງຄູ່ພາຍໃຕ້ລະຫັດປະຕິບັດການ “ ຄີ ຣີໂຊລ” ທີ່ເປັນການຈຳລອງສະຖານະການຈາກຫ້ອງຄວບຄຸມດ້ວຍລະບົບຄອມພິວເຕີ.
ທັງນີ້, ກະຊວງປ້ອງກັນປະເທດ ສ.ເກົາຫລີ ຢືນຢັນວ່າ: ການຝຶກຊ້ອມປະຈຳປີນີ້ຈະບໍ່ມີການໃຊ້ “ຍຸດໂທປະກອນຂະໜາດໃຫຍ່” ລວມທັງກຳປັ່ນບັນທຸກເຮືອບິນພະລັງງານນິວເຄຼຍ ແລະ ເຮືອບິນຂັບໄລ່ ຕະຫລອດຮອດເຮືອບິນຖິ້ມລະເບີດທາງຍຸດທະສາດ ແລະ ຕາຕະລາງການຝຶກຊ້ອມໃນປີນີ້ຈະສຳເລັດ “ໄວກວ່າປົກກະຕິ” ຄືຈະໃຊ້ເວລາພຽງເດືອນດຽວ. ເຖິງຢ່າງໃດກໍຕາມ, ກະຊວງປ້ອງກັນປະເທດອາເມລິກາຢືນຢັນກ່ອນໜ້ານີ້ວ່າ: ໄລຍະເວລາຂອງການຊ້ອມຈະຍັງ “ຍິ່ງໃຫຍ່ຄືເກົ່າ” ໂດຍປົກກະຕິເພນຕາກອນຈະສົ່ງທະຫານເຂົ້າຮ່ວມປະມານ 11.500 ຄົນ ແລະ ສ.ເກົາຫລີ ສົ່ງທະຫານເຂົ້າຮ່ວມປະມານ 290.000 ຄົນ.