ກ້າວສູ່ປີໃໝ່ສິ່ງໃໝ່ໆດີໆ ໃຫ້ຄ້ຳຄູນໝູນຂຶ້ນ

ໂດຍ: ກ້ອງສ່ອງ ອິດສະຫລະ
ຫົວຂໍ້ນີ້, ມັນກໍບໍ່ຕ່າງຫຍັງ ກັບປະໂຫຍດທີ່ວ່າປີໃໝ່ໃຫ້ ພ້ອມກັນສ້າງຜົນງານໃໝ່ໃຫຍ່ຫລວງກວ່າເກົ່າ, ຫລື ບໍ່ກໍແມ່ນ ປີໃໝ່ຍາດເອົາໄຊຊະນະໃໝ່ ໃຫ້ ໃຫຍ່ຫລວງກວ່າເກົ່າ, ຫລື ວ່າ ສິ່ງໃດໃໝ່ໆດີໆກໍຂໍໃຫ້ຄ້ຳຄູນ ໝູນຂຶ້ນ ເຖິງຈະຕັ້ງປະໂຫຍກ ຫລືກະທູ້ຂອງບັນຫາໄປແນວ ໃດກໍຕາມ, ທຸກສິ່ງທຸກຢ່າງບໍ່ ວ່າ ອັນໃດມັນກໍຂຶ້ນກັບພວກເຮົາ ເອງເປັນຜູ້ເຮັດ ແລະ ສ້າງມັນ ຂຶ້ນມາ.
+ ປີໃໝ່ລາວຈົ່ງເປັນວາລະການທ່ອງທ່ຽວທີ່ປອດໄພມ່ວນຊື່ນ
+ ໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຂໍໃຫ້ທຸກຄົນໄດ້ບຸນ
ດັ່ງຫລັກປັດຊະຍາວັດຖຸນິຍົມສັດຈະວິພາກໄດ້ເວົ້າວ່າປະຫວັດສາດຂອງໂລກວັດຖຸສັດ ຈະວິພາກນັ້ນແມ່ນຂຶ້ນກັບມະ ນຸດເຮົາເປັນຜູ້ສ້າງຖ້າສ້າງໄປ ໃນທິດທາງທີ່ດີມີປະໂຫຍດແກ່ ສັງຄົມ, ຫລື ປະເທດຊາດ ບ້ານ ເມືອງມັນກໍກ້າວໜ້າຂະຫຍາຍຕົວໄວ ແລະ ໄປໃນທິດທາງທີ່ ດີ. ແຕ່ກົງກັນຂ້າມ, ຖ້າທຸກຄົນ ຫາກສ້າງເປັນທາງແລວຄົດ ຫລື ເປັນທາງເວີ້ງມັນກໍຍິ່ງແກ່ ຍາວເຢີບຢາບທັງອັບປະໂຫຍດເຮັດໃຫ້ສັງຄົມບ້ານເມືອງ ແລະ ປະເທດຊາດກ້າວໄປຊັກຊ້າລ້າຫລັງ ແລະ ບໍ່ທັນໝູ່; ເພາະຍຸກນີ້ ເປັນຍຸກເຊື່ອມໂຍງ ແລະ ແກ້ງ ແຍ່ງແຂ່ງຂັນ, ຖ້າຢືນຢູ່ ຄົນດຽວ ລ້ອນຈ້ອນກໍເປັນອັນວ່າທ່າປະ ລາໄຊໃນໂຕເຮົາມັນກໍອາດຈະແລ່ນເຂົ້າມາຫາໃນທຸກເມື່ອນີ້ຄື ເສັ້ນທາງຂອງສັດຈະທຳແຫ່ງ ພາລະກິດສ້າງພາລະກິດປະ ຫວັດສາດທີ່ບໍ່ເຂົ້າຂ້າງອອກຂາ.
ເພາະສະນັ້ນ, ຕາມຜູ້ຂຽນ ວ່າຍັງອີກບໍ່ພໍເທົ່າໃດວັນການ ເວລາປີໃໝ່ລາວກໍຈະມາຮອດມາ ເຖິງຕາມກົດເກນພຸດທະສັກ ກະຫລາດທີ່ຊາດລາວ, ຄົນລາວ ເຮົາເຄີຍນັບຖື ແລະ ປະຕິບັດ ກັນມາແຕ່ບູຮານນະການຕະ ຫລອດໄລຍະ 2560 ປີຜ່ານ ມາ, ພາຍໃຕ້ການນຳພາຂອງ ພັກ ແລະ ລັດຖະບານພວກເຮົາ ສາມາດສ້າງຜົນງານ ແລະ ເຮັດ ໄດ້ຫລາຍຢ່າງທີ່ເປັນຮູບປະທຳ ໃນທຸກຂົງເຂດ; ອັນໂດດເດັ່ນ ສຳຄັນກວ່າໝູ່ກໍແມ່ນເຮັດໃຫ້ ລະບົບການເມືອງມີສະເຖຍ ພາບໝັ້ນຄົງ ແລະ ໜັກແໜ້ນ, ເສດຖະກິດມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ, ສັງຄົມວັດທະ ນະທຳທີ່ມີເອກະລັກ ແລະ ສີສັນ ຂອງຄວາມເປັນລາວນັບມື້ໄດ້ ຮັບການປັບປຸງ ເສີມຂະຫຍາຍ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ໄປເລື້ອຍໆ ນອກຈາກໝາກ ຜົນລວມຍອດທີ່ໄດ້ກ່າວມານັ້ນ ແລ້ວ, ບັນຫາການປະຕິບັດຕົວ ບົດກົດໝາຍກໍເຫັນວ່າມີຜົນ ສັກສິດເດັດຂາດຫລາຍຢ່າງ ເປັນການປະຕິບັດຄຳສັ່ງເລກທີ 15/ນຍ, ບັນຫາການຕ້ານ ແລະ ກັດກັ້ນການສໍ້ລາດບັງຫລວງ, ການປາບປາມ ແລະ ຕ້ານຂະ ບວນການຄ້າຂາຍຢາເສບຕິດ ແລະ ອື່ນໆ ກໍເຫັນວ່າພວກເຮົາ ໄດ້ດຳເນີນການຢ່າງເດັດຂາດ ເຂັ້ມງວດ ແລະ ຈິງຈັງ, ສິ່ງທີ່ ໂດດເດັ່ນທີ່ສະແດງໃຫ້ເຫັນອີກອັນໜຶ່ງກໍແມ່ນໄດ້ກວດກາພົບ ເຫັນເງິນຈຳນວນຫລາຍພັນ ຕື້ ທີ່ບຸກຄົນ ແລະ ກຸ່ມຄົນໄດ້ຝ່າ ຝືນບໍ່ປະຕິບັດລະບຽບຂອງພັກ, ກົດໝາຍຂອງລັດດ້ວຍຮູບແບບ ເສຍພັນທະກອນ, ຫລື ເກັບມາ ໄດ້ແລ້ວສວຍໃຊ້ໄປໃນທາງອື່ນບໍ່ຖອກເຂົ້າຄັງງົບປະມານ ແລະ ບັນຫາອື່ນໆ.
ອັນສຳຄັນທີ່ສຸດ, ຜູ້ຂຽນ ຂໍຊົມເຊີຍບັນດາສະຫາຍໃນຄະ ນະພັກ, ສະມາຊິກພັກ-ພະນັກ ງານຫລາຍກົມກອງທ້ອງຖິ່ນ ໄດ້ຕັດສິນໃຈປະຕິບັດກວດກາ ພົບເຫັນ ແລະ ຢືດໄມ້ຈາກພວກ ຄ້າຂາຍເຖື່ອນທີ່ຈະສົ່ງໄປຂາຍ.
ໃນຍຸກໂລກາພິວັດ ທີ່ພວມ ຜັນແປໄປຢ່າງໄວວາ ແລະ ສັບ ສົນທຸກຄົນໃຜກໍບໍ່ອາດຈະກະ ຕວງລ່ວງໜ້າໄດ້ວ່າໂລກ ຂອງ ເຮົາໃນອະນາຄົດຈະປ່ຽນແປງໄປໃນທິດທາງໃດຫລາຍກວ່າກັນ ລະຫວ່າງທາງບວກກັບ ທາງລົບ, ລະຫວ່າງທາງໂລກ ກັບທາງທຳ ແລະ ລະຫວ່າງ ທາງຊື່ ກັບທາງຄົດແຕ່ອັນສຳ ຄັນທຸກສິ່ງຢ່າງແມ່ນມະນຸດເຮົາເປັນຜູ້ສ້າງ, ດັ່ງປະເທດຊາດ ບ້ານ ເມືອງເຮົາຢາກໃຫ້ຈະເລີນ ໄວກໍຕ້ອງພ້ອມກັນເລັ່ງລັດພັດ ທະນາ, ຢາກຈະເລີນຊ້າກໍພາ ກັນ ສໍ້ລາດບັງຫລວງຜົນໄດ້ ຮັບກໍຄືປະເທດຊາດ ແລະ ປະ ຊາຊົນມີຄວາມທຸກຈົນ.
ສະນັ້ນ, ໂອກາດສົ່ງທ້າຍປີ ເກົ່າຕ້ອນຮັບປີໃໝ່ຂໍໃຫ້ທຸກຄົນ ໄດ້ບຸນຫລາຍໆ, ມີແຕ່ຄວາມ ສຸກພິເສດອວຍພອນການນຳ ພັກ-ລັດຈົ່ງມີແຕ່ຄວາມສຸກ, ຄວາມຈະເລີນ, ນຳພາປະເທດ ຊາດບ້ານ ເມືອງກ້າວໄປເຖິງ ຈຸດທີ່ໝາຍ./.