ເມືອງສີສັດຕະນາກເພີ່ມທະວີແກ້ໄຂປະກົດການຫຍໍ້ທໍ້ຢ່າງຮອບດ້ານ.


ເມື່ອບໍ່ດົນມານີ້, ກອງບັນຊາການ ປກສ ເມືອງສີສັດຕະນາກນະຄອນຫລວງວຽງຈັນ, ໄດ້ເປີດກອງປະຊຸມສະຫລຸບວຽກງານກໍ່ສ້າງຮາກຖານຕິດພັນກັບການແກ້ໄຂບັນຫາປະກົດການຫຍໍ້ທໍ້ ແລະ ການປັບປຸງກຳລັງ ປກສ ບ້ານໃຫ້ເຂັ້ມແຂງ, ໂດຍການເຂົ້າຮ່ວມຂອງທ່ານພົນຈັດຕະວາ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ.
ທ່ານພັນໂທ ທອງສະຫວັດ ແສນສຸວາດ ຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ປັດຈຸບັນ, ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ພາຍໃນເມືອງຂອງຕົນ, ກຳລັງເຈົ້າໜ້າທີ່ໄດ້ສຸມໃສ່ປະຕິບັດ 8 ໜ້າວຽກຄື: ການສະກັດກັ້ນບັນຫາອຸປະຕິເຫດ, ອັກຄີໄພ, ຢາເສບຕິດ ແລະ ອື່ນໆ, ໃນຂະນະດຽວກັນ ກໍໄດ້ສົມທົບກັບກຳລັງກໍ່ສ້າງຮາກຖານຈາກສູນກາງກໍ່ສ້າງ ແລະ ປັບປຸງກຳລັງ ປກສ ບ້ານໃຫ້ເຂັ້ມແຂງ, ແນໃສ່ຮັບປະກັນຄວາມສະຫງົບໃນສັງຄົມ. ຊຶ່ງສະແດງອອກໃຫ້ເຫັນໃນ 3 ເດືອນຕົ້ນປີນີ້, ຢູ່ເມືອງຂອງຕົນມີຄະດີເກີດຂຶ້ນ 100 ກວ່າເລື່ອງ, ພົ້ນເດັ່ນແມ່ນສະພາບລັກລົດ, ມົ້ວສຸມຢາເສບຕິດ, ຊຶ່ງເຈົ້າໜ້າທີ່ສາມາດຈັບຕົວຜູ້ກະທຳຜິດມາດຳເນີນຄະດີໄດ້ 80 ກວ່າຄົນ, ເກັບກູ້ຂອງກາງລົດຈັກ 10 ກວ່າຄັນ.
ໃນໂອກາດດຽວກັນ, ທ່ານຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໄດ້ໃຫ້ທິດຊີ້ນຳວ່າ: ຢາກແກ້ໄຂປະກົດການຫຍໍ້ທໍ້ໃຫ້ມີຜົນ ພວກເຮົາຕ້ອງໄດ້ເຮັດຢ່າງຕໍ່ເນື່ອງ ແລະ ສົບທົບຫລາຍວິທີສະກັດກັ້ນ, ຍ້ອນວ່າຜ່ານມານີ້, ກໍຍັງມີຫລາຍປະກົດການຫຍໍ້ທໍ້ເກີດຂຶ້ນເຊັ່ນ: ຂີ້ລັກ-ງັດແງະ, ກໍ່ອາດຊະຍາກຳ ແລະ ບັນຫາຢາເສບຕິດຍັງເກີດຂຶ້ນຫລາຍ, ແຕ່ເຈົ້າໜ້າທີ່ພວກເຮົາຍັງບໍ່ທັນມ້າງໄດ້ຢ່າງເຖິງຖອງ, ມີບາງກຸ່ມແກ້ງຍັງບໍ່ສາມາດຈັບຕົວຫົວໂປ່ຕົວການມາດຳເນີນຄະດີໄດ້ ແລະ ບາງຄະດີກໍຍັງແກ້ໄຂບໍ່ຕົກໂດຍສະເພາະຄະດີລັກຊັບ, ຖ້າທຽບໃສ່ຜົນເສຍຫາຍແລ້ວເຫັນວ່າເກັບກູ້ຊັບຄືນໄດ້ໜ້ອຍ, ສ່ວນໜຶ່ງກໍຍ້ອນ ກຳລັງເຈົ້າໜ້າທີ່ຂັ້ນບ້ານບໍ່ທັນເຂັ້ມແຂງພໍ ແລະ ບໍ່ທັນເປັນເຈົ້າການປະຕິບັດໜ້າທີ່ຂອງຕົນ, ສະນັ້ນ ຈຶ່ງຕ້ອງໄດ້ເພີ່ມທະວີລົງກໍ່ສ້າງຮາກຖານການເມືອງ ແລະ ກຳລັງ ປກສ ບ້ານໃຫ້ມີຄວາມເຂັ້ມແຂງກ່ວາເກົ່າ, ເພື່ອສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆໃຫ້ມີຜົນສຳເລັດ.