ຈະສ້າງໂຮງງານແປຮູບຂີ້ເຫຍື້ອຢູ່ເມືອງໄຊທານີ


ບໍລິສັດ ຂວັນເມືອງກຣຸບ ຈຳກັດ, ຈະລົງທຶນສ້າງຕັ້ງໂຮງງານແປຮູບຂີ້ເຫຍື້ອຢູ່ບ້ານນາຜາສຸກເມືອງໄຊທານີໃນເນື້ອທີ່ 50 ເຮັກຕາ, ເພື່ອຜະລິດເປັນພະລັງງານທົດແທນ ແລະ ເມື່ອບໍ່ດົນມານີ້, ກໍໄດ້ມີກອງປະຊຸມປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ໃນການສ້າງຕັ້ງໂຮງງານດັ່ງກ່າວ, ໂດຍການເປັນປະທານຂອງທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນ ແກ້ວພິລາວັນ ອາໄພລາດ, ມີຫົວໜ້າກົມກ່ຽວຂ້ອງຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພ້ອມດ້ວຍອໍານາດກາປົກຄອງເມືອງ ແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມນໍາດ້ວຍ.
ກອງປະຊຸມ, ໄດ້ລາຍງານກ່ຽວກັບຄວາມເປັນມາຂອງໂຄງການ, ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ, ແຜນດຳເນີນງານໂຄງການ ແລະ ກິດຈະກຳຂອງການພັດທະນາໂຄງການ, ແຜນການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ-ສັງຄົມ ແລະ ທຳມະຊາດຂອງໂຄງການ, ເພື່ອເປັນບ່ອນອິງໃຫ້ພາກລັດກ່ຽວຂ້ອງສາມາດຕິດຕາມກວດກາການຈັດຕັ້ງປະຕິບັດຂອງໂຄງການໃຫ້ຖືກຕ້ອງ ແລະ ມີປະສິດທິຜົນ.
ທ່ານ ຄຳຫລ້າ ນາກຄະວົງ ປະທານບໍລິສັດ ຂວັນເມືອງກຣຸບ ຈຳກັດ ໃຫ້ຮູ້ວ່າ: ການສ້າງຕັ້ງໂຮງງານແປຮູບຂີ້ເຫຍື້ອເພື່ອຜະລິດພະລັງງານທົດແທນ, ແມ່ນໜຶ່ງແຜນງານທີ່ປະຕິບັດຕາມນະໂຍບາຍ 6 ສ ຂອງນະຄອນຫລວງວຽງຈັນວາງອອກໃຫ້ປາກົດຜົນເປັນຈິງ, ໂດຍຄາດວ່າຈະໃຊ້ເວລາກໍ່ສ້າງ 18 ເດືອນຈຶ່ງສໍາເລັດ, ເປັນໂຮງງານທີ່ນໍາໃຊ້ເຕັກໂນໂລຊີທັນສະໄໝ, ຊຶ່ງສາມາດວັດແທກປະລິມານຂີ້ເຫຍື້ອແບບອັດຕະໂນມັດ, ພ້ອມທັງຜະລິດ ແລະ ແປຮູບ ຂີ້ເຫຍື້ອເປັນປຸ໋ຍຊີວະພາບ ແລະ ເປັນພະລັງງານໄຟຟ້າໄດ້.