ສິງກະໂປ ຄອງແຊັມສະໜາມບິນດີທີ່ສຸດໃນໂລກ 6 ສະໄໝຊ້ອນ


ຜົນການຈັດອັນດັບສະໜາມບິນດີທີ່ສຸດໃນໂລກ ຫລື World Airport Awards ໂດຍສະກາຍແທຣັກ (Skytrax) ບໍລິສັດໃຫ້ຄຳປຶກສາທາງທຸລະກິດກ່ຽວກັບການບິນ ໄດ້ປະກາດຢ່າງເປັນທາງການ ແລະ ສະໜາມບິນຊາງງີ ຂອງສິງກະໂປ ກໍຍາດໄດ້ອັນດັບ 1 ເປັນປີທີ່ 6 ຕິດຕໍ່ກັນ.
ນອກຈາກສະໜາມບິນຊາງງີ ຂອງສິງກະໂປ ຍັງມີອີກ 9 ສະໜາມບິນທີ່ດີທີ່ສຸດປະຈຳປີ 2018 ຕາມລຳດັບຕໍ່ໄປນີ້ :
- ສະໜາມບິນສິງກະໂປຊາງງີ (ສິງກະໂປ).
- ສະໜາມບິນນາໆຊາດອິນຊອນ (ເກົາຫລີໃຕ້).
- ສະໜາມບິນຮະເນະດະ (ຍີ່ປຸ່ນ).
- ສະໜາມບິນນາໆຊາດຮົງກົງ (ຮົງກົງ).
- ສະໜາມບິນນາໆຊາດຮາໝັດ (ກາຕ້າ).
- ສະໜາມບິນນາໆຊາດມິວນິກ (ເຢຍລະມັນ).
- ສະໜາມບິນນາໆຊາດຊູບຸ ເຊັນແທຣ (ຍີ່ປຸ່ນ).
- ສະໜາມບິນລອນດອນຮີດໂທ (ອັງກິດ).
- ສະໜາມບິນຊູຣິກ (ສະວິດເຊີແລນ).
- ສະໜາມບິນນາໆຊາດແຟຣັງເຟີດ (ເຢຍລະມັນ).
ນອກຈາກລາງວັນສະໜາມບິນດີທີ່ສຸດໃນໂລກແລ້ວ ຍັງມີລາງວັນອື່ນໆ ເຊັ່ນ : ລາງວັນເຈົ້າໜ້າທີ່ໃຫ້ບໍລິການດີເດັ່ນ ເຊິ່ງຕົກ ເປັນຂອງສະໜາມບິນນາໆຊາດອິນຊອນຂອງເກົາຫລີໃຕ້ ຫລື ລາງວັນສະໜາມບິນທີ່ດີທີ່ສຸດໃນການຊັອບປິ້ງທີ່ສະໜາມບິນລອນ ດອນຮີດໂທຍາດໄປຄອງ. ສ່ວນສະໜາມບິນທີ່ສະອາດທີ່ສຸດໃນໂລກປະຈຳປີນີ້ໄດ້ແກ່ ສະໜາມບິນຮະເນະດະ ຂອງຍີ່ປຸ່ນ. ຂະນະ ທີ່ສະໜາມບິນນາໆຊາດຄັນໄຊ ຂອງຍີ່ປຸ່ນເຊັ່ນດຽວກັນ ກໍເປັນອັນດັບ 1 ດ້ານການຂົນສົ່ງກະເປົ໋າເດີນທາງ. ນອກຈາກນີ້, ຍັງມີ ລາງວັນສະໜາມບິນທີ່ຜູ້ໂດຍສານປະທັບໃຈດ້ານການຮັບປະທານອາຫານທີ່ສຸດ ເຊິ່ງໄດ້ແກ່ ສະໜາມບິນນາໆຊາດຮົງກົງ.
ສຳຫລັບສະໜາມບິນສິງກະໂປຊາງງີ ເຊິ່ງຕັ້ງຢູ່ທາງທິດຕາເວັນອອກຂອງປະເທດ ເຮັດໜ້າທີ່ຮອງຮັບເຮືອບິນຈາກກ່ວາ 100 ສາຍການບິນ ແລະ ຜູ້ໂດຍສານຫລາຍກ່ວາ 60 ລ້ານຄົນຕໍ່ປີ ຖືເປັນໜຶ່ງໃນຈຸດເຊື່ອມຕໍ່ການເດີນທາງທີ່ໃຫຍ່ທີ່ສຸດໃນພູມີພາກອາຊີຕາເວັນອອກສຽງໃຕ້. ນອກຈາກຈະມີອິນເຕີເນັດໃຫ້ໃຊ້ງານຟຣີ, ສະລອຍນຳ້ ແລະ ໂຮງຮູບເງົາ ສຳຫລັບຜູ້ໂດຍສານແລ້ວ ປີກາຍນີ້ສະໜາມບິນຊາງງີ ຍັງໄດ້ເປີດລະບົບເຊັກອິນອັດຕະໂນມັດໃໝ່ ທີ່ຊ່ວຍໃຫ້ຜູ້ໂດຍສານສາມາດເຊັກອິນ ແລະ ຂຶ້ນເຮືອບິນໄດ້ໂດຍບໍ່ຕ້ອງລົມກັບເຈົ້າໜ້າທີ່ແມ່ນແຕ່ຄົນດຽວ.