ນະຄອນຫລວງ​ວຽງຈັນ ກຽມປິດ​ໂຮງງານ​ຂ້າ​ສັດ​ຫລາຍ​ແຫ່ງ​ທີ່​ບໍ່​ໄດ້​ມາດຕະຖານ

- newss 37 1 - ນະຄອນຫລວງ​ວຽງຈັນ ກຽມປິດ​ໂຮງງານ​ຂ້າ​ສັດ​ຫລາຍ​ແຫ່ງ​ທີ່​ບໍ່​ໄດ້​ມາດຕະຖານ
- kitchen vibe - ນະຄອນຫລວງ​ວຽງຈັນ ກຽມປິດ​ໂຮງງານ​ຂ້າ​ສັດ​ຫລາຍ​ແຫ່ງ​ທີ່​ບໍ່​ໄດ້​ມາດຕະຖານ

ປັດຈຸບັນ ນະຄອນຫລວງ​ວຽງຈັນ ​ໄດ້​ເລັ່ງກວດກາ​ບັນດາ​ໂຮງງານ​ຂ້າ​ສັດ ​ແລະ ບ່ອນ​ຂ້າ​ສັດ​ຍ່ອຍ ​ເພື່ອ​ໃຫ້​ປະຕິບັດ​ຕາມ​ມາດຕະຖານ​ຂອງ​ໂຮງງານ​ຂ້າ​ສັດ ​ແລະ ຂໍ້​ຕົກລົງ​ຂອງ​ເຈົ້າ​ຄອງ​ນະຄອນຫລວງ​ວຽງຈັນ​ວາງ​ອອກ, ພາຍຫລັງ​ພົບ​ວ່າ​ມີ​ໂຮງງານ​ຂ້າ​ສັດ​ຫລາຍ​ແຫ່ງ​ບໍ່ມີ​ຄຸນ​ນະພາ​ບ ​ແລະ ບໍ່​ໄດ້ມາດຕະຖານ ​ແລະ ບໍ່​ຮັບປະກັນ​ສຸ​ຂະ​ນາ​ໄມ ທີ່​ເປັນ​ອັນຕະລາຍ​ແກ່​ຜູ້​ບໍລິ​ໂພ​ກ.

​ໃນ​ວັນ​ທີ 10 ພຶດສະພາ ນີ້, ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ​ນະຄອນຫຼວງວຽງ​ຈັນ ​​ໄດ້ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວກັບ “ການ​ປັບປຸງ ​ດັດສົມ​ໂຮງ​ງານ​ຂ້າ​ສັດ ​ແລະ ບ່ອນ​ຂາຍ​ສັດ​ຍ່ອຍ” ​​ໂດຍການເປັນ​ປະທານຂອງ​ທ່ານ ນາງ ວັນ​ມະນີ ພິມ​ມະ​ສານ ຮອງ​ຫົວ​ໜ້າພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ. ມີຮອງ​ຫົວ​ໜ້າກົມ​ອຸດສາຫະກຳ ​ແລະ ຫັດຖະກຳ ກະຊວງກອຸດສາຫະກຳ ​ແລະ ການ​ຄ້າ ​​ແລະ ພະນັກງານ-ວິຊາ​ການ​ທີ່​ກ່ຽວຂ້ອງ ພ້ອມ​ດ້ວຍ​ຜູ້​ປະກອບ​ການ​ທຸລະ​ກິດ​ດັ່ງກ່າວ​ເຂົ້າຮ່ວມ.

ທ່ານ ນາງ ວັນ​ມະນີ ພິມ​ມະ​ສານ ​ເປີດ​ເຜີຍ​ຕໍ່ກອງ​ປະຊຸມ​ວ່າ:  ປັດຈຸບັນ ​ທົ່ວ​ນະ​ຄອນ​ຫຼວງ​ວຽງ​ຈັນ ມີ​ໂຮງງານ​ຂ້າ​ສັດ ​ແລະ ບ່ອນ​ຂ້າ​ສັດ​ຍ່ອຍ ທີ່​ໄດ້​ຮັບ​ອະນຸຍາດ ດຳ​ເນີນ​ກິດຈະການ​ທັງ​ໝົດ​ 28 ​​ແຫ່ງ, ອັດຕາ​ການ​ຂ້າ​ສັດ​ຕໍ່​ວັນ​ສະ​ເລ່ຍໝູ 560 ​ໂຕ, ງົວ, ຄວາຍ 58 ​ໂຕ ​ໃນ​ນີ້ ມີ​ໂຮງງານຕັ້ງ​ຢູ່​ເມືອງ​ຈັນທະ​ບູລີ 1 ​​ແຫ່ງ, ສີ​ໂຄດ​ຕະບອງ 3 ​ແຫ່ງ, ​ໄຊ​ເສດ​ດຖາ 1 ​ແຫ່ງ, ນາ​ຊາຍ​ທອງ 3 ​ແຫ່ງ, ​ໄຊ​ທານີ 8 ​ແຫ່ງ, ຫາດ​ຊາຍ​ຟອງ, ​ເມືອງ ສັງ​ທອງ ​ແລະ ​ເມືອງ ປາກງື່ມ ​ເມືອງ​ລະ 4 ​ແຫ່ງ. ຜ່ານ​ການ​ລົງ​ຕິດຕາມ​ກວດກາ​​ເຫັນ​ວ່າການ​ດຳ​ເນີນ​ກິດຈະການ​ໂຮງຂ້າ​ສັດ ​ແລະ ບ່ອນ​ຂາຍ​ສັດ​ຍ່ອຍ​ຈຳນວນ 13 ​​ແຫ່ງ​ແມ່ນ​ບໍ່​ໄດ້​ຕາມ​ມາດຕະຖານ​ໂຮງງານ​ຂ້າ​ສັດ​ ​ແລະ ຂໍ້ຕົກລົງ​ຂອງ​ທ່ານເຈົ້າ​ຄອງນະຄອນຫຼວງຄື: ມາດຕະຖານ​ດ້ານ​ອາຄານ​ໂຮ​ງງານ, ເຄື່ອງ​ຈັກ ​ແລະ ມາດຕະຖານ​ດ້ານ​ຄວາມ​ປອດ​ໄພ ສຸຂະ​ອະນາ​ໄມ​ໂຮງງານ​ເຊັ່ນ: ບໍ່​ມີ​ຫ້ອງການ, ບໍ່ມີ​ບ່ອນ​ພັກ​ສັດ, ​ເປັນ​ອາຄານ​ເປີດ ການຈັດ​ສັນ​ພື້ນ​ທີ່​ບໍ່​ເປັນ​ລະບຽບ ​ແລະ ບໍ່ຮັບປະກັນຄວາມ​ສະອາດ, ບໍ່​ມີ​ສາງ​ເຢັນ, ພາ​ຊະນະ​ບັນຈຸ​ຊີ້​ນບໍ່​ໄດ້​ມາດຕະຖານ ບໍ່​ມີ​ເຄື່ອງ​ຍົກ​ນ້ຳໜັກ ​ເພື່ອ​ຍົກ​ຊາກ​ສັດ  ​ແລະ ບໍ່​ມີ​ໝາກລ໋ອກສະຫວັນ​ເພື່ອ​ລຳລຽງ​ຊາກ​ສັດ​ໄປ​ຕາມ​ຂັ້ນ​ຕອນ​ການ​ຜະລິດ ບໍ່​ມີ​ລະບົບ​ເຕືອນ​ໄພ, ບໍ່​ມີ​ລະບົບ​ປ້ອງ​ກັນອັນຕະລາຍ​ຈາກ​ເຄື່ອງ​ຈັກອຸປະກອນ​ປ້ອງ​ກັນ​ຝຸ່ນ, ກິ່ນ ​ແລະ ຕູ້​ຢາ​ສຸກ​ເສີນ​ປະຈຳ​ໂຮງງານ. ຊຶ່ງທັງໝົດນີ້, ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ນະຄອນຫລວງ​ວຽງຈັນ ​ໄດ້​ແນະນຳ​ໃຫ້​ບັນດາ​ໂຮງງານ​ດັ່ງກ່າວ​ປັບປຸງ​ມາດຕະຖານ​ໃຫ້​ດີ​ຂຶ້ນ ​ໂດຍ​ໃຫ້​ເວລາ 3 ​ເດືອນ, ຖ້າ​ຍັງ​ຝ່າຝືນ ​ແມ່ນ​ຈະ​ສັ່ງ​ປິດ​ທັນທີ ​ໂດຍອີງ​ຕາມ​ຄຳ​ສັ່ງ​ເຈົ້າ​ຄອງ​ນະຄອນຫລວງ​ວຽງຈັນ. ​ເພື່ອຫັນ​ສູ່​ການ​ບໍລິການ ມີ​ການ​ພັດທະນາ​ໄປ​ສູ່​ຄຸນະພາບ​ ​​ແລະ ​ເຮັດ​ໃຫ້​ພາກ​ສ່ວນທຸລະ​ກິດ​ເຂົ້າ​ໃຈ​ນະ​ໂຍບາຍ ​ແລະ ທິດ​ທາງ​ຂອງ​ລັດຖະບານ ​ເວົ້າ​ລວມ ​ເວົ້າ​ສະ​ເພາະ​ແມ່ນ​ວິ​ໃສ​ທັດ​ຂອງ​ນະ​ຄອນ​ຫຼວງ​ວຽງຈັນ ພ້ອມ​ທັງ​ເປັນ​ການ​ຍົກ​ລະດັບ​ຄວາມ​ຮູ້ ຄວາມ​ສາມາ​ດ ​ແລະ ​ເຕັກ​ນິກ​​ໃນ​ການ​ຜະລິດ​ໃຫ້​ແກ່​ຜູ້​ປະກອບ​ການ ​ໃຫ້​ຖືກຕ້ອງ​ຕາມ​ຫຼັກ​ສຸຂະ​ອະນາ​ໄມຮັບປະກັນ​ໄດ້​ຄວາມ​ສະອາດ​ຕໍ່​ຜູ້​ບໍລິ​ໂພ​ກ.

- 5 - ນະຄອນຫລວງ​ວຽງຈັນ ກຽມປິດ​ໂຮງງານ​ຂ້າ​ສັດ​ຫລາຍ​ແຫ່ງ​ທີ່​ບໍ່​ໄດ້​ມາດຕະຖານ
- 4 - ນະຄອນຫລວງ​ວຽງຈັນ ກຽມປິດ​ໂຮງງານ​ຂ້າ​ສັດ​ຫລາຍ​ແຫ່ງ​ທີ່​ບໍ່​ໄດ້​ມາດຕະຖານ
- 3 - ນະຄອນຫລວງ​ວຽງຈັນ ກຽມປິດ​ໂຮງງານ​ຂ້າ​ສັດ​ຫລາຍ​ແຫ່ງ​ທີ່​ບໍ່​ໄດ້​ມາດຕະຖານ